ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

19:00 | 28/01/2022

ຍ​ສ​ໝ -ວັນ​ທ​ີ 27 ມັງ​ກອນ, ໂດຍ​ຕອບ​ສຳ​ພາດ​ທາງ​ໄກຕໍ່​ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ ປະ​ຈຳ ມົດ​ສະ​ກູ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຫງວຽນ​ຮົ່ງ​ແທັກ ໃຫ້​ຮູ້​ວ່າ ສ​ະ​ຖານ​ທູດ​ຍາມ​ໃດ​ກໍ່​ຕິດ​ຕາມສະ​ພາບ​ການ​ໃນ​ປັດ​ຈຸ​ບັນ​ຢ່າງ​ໃກ້​ຊິດ ແລະ ​ໃຫ້​ບຸ​ລິ​ມະ​ສິດ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ​ຢູ​ແກຼນ. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ໜ້າ​ທີ່​ແຖວ​ໜ້າ​ຂອງ ສະ​ຖານ​ທູດ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Trudeau: ການ​ປະ​ກອບ​ສ່ວນທີ່ບໍ່ອາດ​ຄິດໄລ່​ໄດ້​ຂອງ​ປະ​ຊາ​ຄົມ​ຊາວ​ກາ​ນາ​ດາ ​ເຊື້ອ​ຊາດ​ຫວຽດ​ນາມ
ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ເຖິງ​ແກ່​ມໍ​ລະ​ນະ​ພາບ ແມ່ນ​ການສູນເສຍ​ ຂອງ​ປະ​ຊາ​ຄົມ​ພຸດ​ທະສາ​ສະ​ໜາ​ ເວົ້​າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ ພະ​ມະ​ຫາ​ອາ​ຈານ ທິກ​ເຍິດ​ແຮ້ງ ເຖິງ​ແກ່​ມໍ​ລະ​ນະ​ພາບ ແມ່ນ​ການສູນເສຍ​ ຂອງ​ປະ​ຊາ​ຄົມ​ພຸດ​ທະສາ​ສະ​ໜາ​ ເວົ້​າ​ລວມ ແລະ ພຸດ​ທະ​ສາ​ສະ​ໜາ ຫວຽດ​ນາມ ເວົ້າ​ສະ​ເພາະ
ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍາມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​​ຄວາມ​ສົນ​ໃຈ​ຕໍ່​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ

​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງແທັກ (ພາບ: TTXVN )

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງແທັກ​ແລ້ວ, ໃນ​ສະ​ພາບ​ການ​ຂໍ້​ມູນ​ຂ່າວ ກ່ຽວ​ກັບ​ສະ​ພາບ​ການ​ທາງ​ທິດ​ຕາ​ເວັນ​ອອກ ຢູ​ແກຼນ ຍັງ​ມີ​ຄວາມ​ສັບ​ສົນຫຼາຍ​ຢ່າງ, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຢູ​ແກຼນ ຍັງ​ຮັກ​ສາ​ການ​ພົ​ບ​ປະ​ເປັນ​ປະ​ຈຳ, ໂດຍ​ກົງ ແລະ ທາງ​ໄກກັບປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ເກືອບ​ທັງ​ໝົດ ໃນ​ທົ່ວ​ຢູ​ແກຼນ, ຍົກ​ເວັ້ນ​ສ່ວນ​ໜຶ່ງປະ​ຊາ​ຄົມ​ຢູ່ Donetsk ທີ່ຍັງ​ບໍ່​ທັນ​ເຂົ້າ​ເຖິງ​ໄດ້.

ຜ່ານ​ການ​ຕິດ​ຕາມ ແລະ ຕີ​ລາ​ຄາ​ສ​ະ​ພາບ​ການ​ຢູ່ ​ຢູ​ແກຼນ, ສະ​ຖານ​ທູດ​ເຫັນ​ໄດ້ວ່າ ​ຍັງ​ບໍ່​ມີ​ສັນ​ຍານ​ທີ່​ເປັນ​ໜ້າ​ກັງ​ວົນ, ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິ​ດ​ຍັງ​ສາ​ມາດ​ດຳ​ເນີນ​ເປັນ​ປົກ​ກະ​ຕິ. ສະ​ຖານ​ທູດ ຍັງ​ຈັດ​ຕັ້ງຫຼາຍ​ການ​ເຄື່ອນ​ໄຫວ​ເພື່ອ​ສະ​ເຫຼີມ​ສະຫຼອງ 30 ປີ​ແຫ່ງວັນ​ສ້​າງ​ຕັ້ງ​ການ​ພົວ​ພັນ​ທາ​ງການ​ທູດ ລະ​ຫວ່າງ ຫວຽດ​ນາມ - ຢູ​ແກຼນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ບໍ່​ຄວນ​ກັງ​ວົນ​ເກີນ​ໄປ, ຕ້ອງ​ມີ​ຄວາມ​ລະ​ຫງັບ​ໃຈ ແລະ ມີ​ຈິດ​ໃຈ​​​ເປັນ​ປົກ​ກ​ະ​ຕິ ເພື່ອ​ທຳ​ມາ​ຫາ​ກິນ, ຮັກ​ສາ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ ຍ້ອນ​ວ່າ​ນັ້ນ​ແມ່ນ​ຜົນ​ປະ​ໂຫຍ​ດ​ທຳ​ອິດ​ຂອງ​ປະ​ຊາ​ຄົມ.

ກ່ຽວ​ກັບ​ສະ​ພາບ​ການ​ຢູ່ ຢູ​ແກຼນ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຮົ່ງ​ແທັກ ໄດ້​ຄັດ​ສະ​ເໜີ​ຖະ​ແຫຼງ​ການ​ຈາກ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຢູ​ແກຼນ​ ໂດຍ​ຢັ້ງ​ຢືນ​ສະ​ພາບ​ການ​ບໍ່​ເຄັ່ງ​ຕຶງ​ຄື​ຂໍ້​ມູນທີ່​ໄດ້​ເອົາ​ລົງ​ຈາກ​ບາງ​ອົງ​ການ​ສື່ມວນ​ຊົນ​ຝ່າຍ​ຕາ​ເວັນ​ຕົກ​. ເລື່ອງ ບາງ​ປະ​ເທດ​ໄດ້​ຖອນ​ພະ​ນັກ​ງານ​ທາ​ງ​ການ​ທູດ​ກັບ​ເມືອ​ປະ​ເທດ​ແມ່ນ​ການ​ກະ​ທຳ​ທີ່​ມີ​ຄວາມ​ລະ​ມັດ​ລະ​ວັງຫຼາຍ​ເກີນ​ໄປ.

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ຮົ່ງ​ແທັກ ​ຊີ້​ແຈ້ງວ່າ ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ​ຢູ​ແກຼນ ພວມ​ຕິດ​ຕາມສະ​ພາບ​ການ​ຢ່າງ​ໃ​ກ້​ຊິດ ແລະ ເຫັນ​ວາ​ ບໍ່​ເຄັ່ງ​ຕຶງ​ເຖິງ​ລະ​ດັບ​ອາດ​ຈະ​ເກີດ​ສົງ​ຄາມ, ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ພວມ​ມຸ່ງ​ໄປ​ເຖິງ​ການ​ເຈ​ລະ​ຈາ, ທຸກ​ຄວາມມ​າ​ນະ​ພະ​ຍາ​ຍາມ​ທາງ​ການ​ທູດ ຍັງ​ພວມ​ດຳ​ເນີນ​ຜ່ານ​ການ​ພົບ​ປະ​ລະ​ຫວ່າງ​ບັນ​ດາ​ນັກ​ການ​ທູດ.

ທ່າ​ນ​ເອກ​ອັກ​ຄະ​ລັດ​ຖ​ະ​ທູດ ຫງວຽນ​ຮົ່ງ​ແທັກ ຖື​ວ່າ ບັນ​ດາ​ນັກ​ການ​ທູດ ລ້ວນ​ແຕ່​ຄິດ​ໄລ່​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ຝ່າຍ ແລະ ຍັງ​ຮັກ​ສາ​ຂົວ​ເຊື່ອມ​ຕໍ່​ເພື່ອ​ສືບ​ຕໍ່​ເຈ​ລະ​ຈາ, ຈາກ​ນັ້ນ​ ພາ​ໄປ​ເຖິງ​ຂໍ້​ຕົກ​ລົງ​ເພື່ອ​ແນ​ໃສ່​ແກ້​ໄຂ​ບັນ​ຫາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.