ຜົນງານ ແລະ ຄຸນງາມຄວາມດີທີ່ຍິ່ງໃຫຍ່ ຂອງ ປະທານ ສຸພານຸວົງ

17:01 | 09/07/2019

ໃນວັນທີ 8 ກໍລະກົດ 2019, ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ຮອງປະທານ ສູນກາງ ແນວລາວສ້າງຊາດ ໄດ້ເລົ່າຄືນເຖິງມູນເຊື້ອຜົນງານ ແລະ ຄຸນງາມຄວາມດີ ທີ່ຍິ່ງໃຫຍ່ ຂອງປະທານ ສຸພານຸວົງ ເນື່ອງໃນໂອກາດ ວັນຄ້າຍວັນເກີດຄົບຮອບ 110 ປີ (13 ກໍລະກົດ 1909 - 13 ກໍລະກົດ 2019).

ຜົນງານ ແລະ ຄຸນງາມຄວາມດີທີ່ຍິ່ງໃຫຍ່ ຂອງ ປະທານ ສຸພານຸວົງ

ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ. (ພາບ: ຂປລ)

ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ, ຊຶ່ງເປັນບຸດຄົນທີ 5 ຂອງປະທານ ສຸພານຸວົງ (ທັງໝົດມີ 10 ຄົນ, ຍິງ 2 ຄົນ) ໄດ້ເລົ່າໂດຍມີບາງຕອນ ສຳຄັນວ່າ: ຮູ້ສຶກເປັນກຽດ ແລະ ມີຄວາມພາກ ພູມໃຈທີ່ສຸດ ທີ່ໄດ້ເກີດ ເປັນລູກ ຂອງປະທານ ສຸພານຸວົງ, ຊຶ່ງເປັນພໍ່ທີ່ດີ ມີຄວາມເອົາໃຈໃສ່ ເບິ່ງແຍງຄອບຄົວ, ຮັກຄອບຄົວ, ຊ່ວຍວຽກຄອບຄົວ, ເປັນຄົນເວົ້າແທ້ທຳຈິງ, ດຸໝັ່ນຂະຫຍັນພຽນ, ຊື່ສັດ ແລະ ມີຄວາມເສຍສະຫລະ ສະເໝີຕົ້ນ ສະເໝີປາຍ ຕະຫລອດມາ​.​​ “ເປັນເວລາ 20 ກວ່າປີແລ້ວ ທີ່ພໍ່ໄດ້ຈາກໄປ,​ ແຕ່ຄຸນງາມ ຄວາມດີທີ່ພໍ່ໄດ້ສ້າງໄວ້ ແລະ ຖະນຸຖະໜອມ ມາຕະຫລອດທັງຊີວິດ ຈະຢູ່ໃນຄວາມຊົງຈຳ ຂອງລູກຂອງຫລານ ຕະຫລອດຊົ່ວກາລະນານ”. ທັງນີ້, ເພື່ອໃຫ້ ລູກຫລານ ແລະ ຄົນຮຸ່ນຫລັງ ໄດ້ສຶກສາຄົ້ນຄວ້າ ຮ່ຳຮຽນ ແລະ ເອົາເປັນແບບຢ່າງ ເຊັ່ນ: ຄວາມຮັກຊາດ ອັນດູດດື່ມເລິກເຊິ່ງ, ຄວາມເສຍສະຫລະ ເພື່ອຊ່ວຍເຫລືອ ປະຊາຊົນລາວ ບັນດາເຜົ່າ, ປົກປັກຮັກສາ ຜືນແຜ່ນດິນລາວ, ມີຄວາມຈົງຮັກ ພັກດີສະເໝີຕົ້ນສະເໝີປາຍ, ມີແນວຄິດມັກສຶກສາຄົ້ນຄວ້າຮ່ຳຮຽນ ສະແຫວງຫາຄວາມຮູ້ ຄວາມກ້າວໜ້າຢູ່ຕະຫລອດເວລາ, ມີແນວຄິດຖະໜອມຖ່ອມຕົວ, ບໍ່ອວດອົ່ງທະນົງຕົວ, ບໍ່ເຄີຍຖືໂຕສູງເໜືອຄົນອື່ນ, ມີຄວາມ ຊື່ສັດສຸດຈະລິດ, ບໍ່ເຄີຍສໍ້ລາດບັງຫລວງ ແລະ ບໍ່ເຄີຍຖືກຊື້ຈ້າງ ທຸກຢ່າງແມ່ນເຮັດດ້ວຍຕົນເອງ ເພິ່ງຕົນເອງ ແລະ ກຸ້ມຕົນເອງ.

ທ່ານ ນາງ ຍອດແກ້ວມະນີ ສຸພານຸວົງ ກໍຍັງໄດ້ເລົ່ງເຖິງ ຜົນງານ ທີ່ຍິ່ງໃຫຍ່ຂອງປະທານ ສຸພານຸວົງ ໃນໄລຍະການປະຕິວັດ, ເຊິ່ງທ່ານ ໄດ້ສຸມສະຕິປັນຍາ ເຫື່ອແຮງ ເພື່ອຊີ້ນໍາຂະບວນການ ປະຕິວັດລາວ ຍາດເອົາ ໄຊຊະນະ ອັນຍິ່ງໃຫຍ່ ມາສູ່ປະເທດຊາດ. ຊື່ສຽງປະທານ ສຸພານຸວົງ ໄດ້ພົ້ນເດັ່ນ ຂຶ້ນໃນຂະນະທີ່ ໄດ້ເປັນນັກຮົບ ຮັກຊາດຮຸ່ນທຳອິດ ທີ່ໄດ້ເອົາຊີວິດ ຜູກພັນ ກັບການປະຕິວັດ ຕະຫລອດມາ ໂດຍບໍ່ຫວັ່ນໄຫວ ຕໍ່ກັບຄວາມ ຫຍຸ້ງຍາກລຳບາກ, ມີຄວາມເສຍສະຫລະ, ບໍ່ຫວາດຫວັ່ນ ຕໍ່ການຈັບກຸມ ຄຸມຂັງຂອງສັດຕູ, ຍາມໃດກໍຕໍ່ສູ້ ເພື່ອອຸດົມຄະຕິ ປະຕິວັດອັນສູງສົ່ງ ເພື່ອຄວາມເປັນເອກະລາດ, ຄວາມວັດທະນາຖາວອນ, ເພື່ອອິດສະຫລະພາບ ແລະ ຄວາມຢູ່ດີກິນດີ ຂອງປະຊາຊົນ. ຫລັງຈາກປະເທດຊາດ ໄດ້ຮັບການປົດປ່ອຍປີ 1975-1995 ປະທານສຸພານຸວົງ ໄດ້ນຳພາ ປະຊາຊົນລາວ ຜ່ານຜ່າອຸປະສັກຕ່າງໆ ໃນໄລຍະຂ້າມຜ່ານ, ນຳພາປະຊາຊົນ ດຳເນີນພາລະກິດປ່ຽນ ແປງໃໝ່ ແລະ ນຳພາປະຊາຊົນ ສ້າງສາພັດທະນາ ປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງເທື່ອລະກ້າວ.

(ແຫຼ່ງ​ຂໍ້​ມູນ​: ຂປລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.