ບຸນເຕັດປີຂານ 2022: ເບິ່ງແຍງດູແລບຸນເຕັດໃຫ້ແກ່ຄອບຄົວທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກ

09:07 | 16/01/2022

ຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮ່ວາບິ່ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ຄອບຄົວທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ກິມໂບຍ.

ສືບ​ຕໍ່​ຍູ້ແຮງ, ຍົກສູງ​ພາບພົດ, ​ບົດບາດ​ຂອງ​ຫວຽດນາມ ທີ່​ເວທີ​ປາ​ໄສ UNESCO ສືບ​ຕໍ່​ຍູ້ແຮງ, ຍົກສູງ​ພາບພົດ, ​ບົດບາດ​ຂອງ​ຫວຽດນາມ ທີ່​ເວທີ​ປາ​ໄສ UNESCO
ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ ທ່ານ​ປະ​ທານ​ປະ​ເທດ​ ຫວຽດ​ນາມ ຢ້ຽມ​ຢາມ, ລົງລະ​ດົມ​ກຳ​ລັງ​ໃຈ​ກຳ​ລັງ​ສາ​ທາ​ລະ​ນຸ​ສຸກ ຢູ່ ດ່າ​ໜັງ
ພາບປະກອບ:
ພາບປະກອບ: baodansinh.vn

ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີຂານ 2022, ມີການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ໃນການເບິ່ງແຍງດູແລໃຫ້ແກ່ບັນດາຄອບຄົວທຸກຍາກ ແລະ ເດັກປະສົບກັບຄວາມຫຍຸ້ງຍາກ ເຊິ່ງໄດ້ດຳເນີນຢູ່ຫຼາຍທ້ອງຖິ່ນໃນທົ່ວປະເທດ.

ວັນທີ 14 ມັງກອນ, ຄະນະສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ຮ່ວາບິ່ງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນບຸນເຕັດໃຫ້ຄອບຄົວທຸກຍາກ, ເດັກປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ກິມໂບຍ. ຄະນະໄດ້ມອບຂອງຂວັນ 70 ພູດໃຫ້ເດັກປະສົບກັບຄວາມຫຍຸ້ງຍາກຢູ່ບໍລິເວນຕາແຂວງ ຕູເຊີນ ແລະ ຕາແສງ ວິ້ງຕຽນ; ມອບຂອງຂວັນ 100 ພູດໃຫ້ຄອບຄົວທຸກຍາກຢູ່ຕາແສງ ກິມໂບຍ ແລະ ຕາແສງ ກວ້ຍຮະ.

ຕອນບ່າຍວັນດຽວກັນ, ສະຫະພັນແມ່ຍິງນະຄອນ ຫາຍຟ່ອງ ໄດ້ຈັດຮ້ານສັບພະສິນຄ້າບຸນເຕັດ 0 ດົ່ງ ດ້ວຍຂອງຂວັນນັບພັນພູດເພື່ອໃຫ້ເດັກກຳພ້າ ແລະ ແມ່ຍິງຜູ້ທຸກຍາກທີ່ດູແລຄອບຄົວ ມາເລືອກເອົາຂອງຂວັນບຸນເຕັດ, ສ່ວນລາຍຈ່າຍແມ່ນໄດ້ມາຈາກບັນດາຜູ້ໃຈບຸນໃຈກຸສົນ.

ໃນວັນດຽວກັນ, ແຂວງ ກວາງງ້າຍ ກໍ່ໄດ້ຈັດລາຍການ “ບຸນເຕັດແຫ່ງຄວາມຮັກ ແລະ ອົບອຸ່ນ” ປີ 2022. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນບຸນເຕັດ 1.200 ພູດ ເປັນເງິນ 600 ລ້ານຄົນ ໃຫ້ແກ່ປະຊາຊົນຢູ່ບັນດາເມືອງ, ເທດສະບານເມືອງ, ນະຄອນຢູ່ພາຍໃນແຂວງ.

vovworld.vn

ເຫດການ
302 Found

Found

The document has moved here.