ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ

13:22 | 26/04/2026

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພ້ອມກັບບັນດາການຳພັກ, ລັດ ແລະ ການນຳທ້ອງຖິ່ນ ໄດ້ຖະຫວາຍທູບທຽນ, ດອກໄມ້, ເຄື່ອງບູຊາເພື່ອອາໄລຫາ, ຕອບບຸນແທນຄຸນຕໍ່ຄຸນງາມຄວາມດີຂອງບັນດາເຈົ້າຊີວິດ ຮຸ່ງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ແລະ ພັນລະຍາໄປຢ້ຽມຢາມນະຄອນ ໜານໜິງ (ຈີນ)
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ພົບປະກັບບັນດາການນຳ ຈີນ
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ
(ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ເຂົ້າຮ່ວມ ແລະ ຖະຫວາຍທູບທຽນ ພ້ອມ​ກັບ​ບັນ​ດາ​ການ​ນຳ​, ອະ​ດີດ​ການ​ນຳ ຫວຽດ​ນາມ ເຂົ້າ​ຮ່ວມ​ພິ​ທີ)

ຕອນ​ເຊົ້​າ​ວັ​ນ​ທີ 26 ເມ​ສາ (ກົງ​ກັບ​ວັນ​ທີ 10 ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ), ທີ່ ວັງ ກິງ​ທຽນ ຢູ່​ຈອ​ມ​ພູ ເງັ້ຍ​ລີ້ງ ຂຶ້ນ​ກັບ​ເຂດ​ປູ​ຊ​ະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ພ​ິ​ເສດວິ​ຫານ ຮຸ່ງ (ແຂວງ ຝູ​ເທາະ), ທາງ​ແຂ​ວງ ໄດ້​ຈັດ​ພິ​ທີ​ຖະ​ຫວາຍ​ທູບ​ທຽນອາ​ໄລ​ຫາ​ບັນ​ດາ​ເຈົ້າ​ຊີ​ວິດ ​ຮຸ່ງ ຂຶ້​ນ​ຢ່າງ​ສົມ​ກຽດ. ທ່ານ ໂຕ​ເລິມ, ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນ​ສູນ​ກາ​ງພັກ​ກອມມ​ູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ເຂົ້າ​ຮ່ວມ ແລະ ຖະ​ຫວາຍ​ທູບ​ທຽນ.

ຢູ່​ວັງ​ ກິງ​ທຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໂຕ​ເລິມ ພ້ອມ​ກັບ​ບັນ​ດາ​ກາ​ນຳ​ພັກ, ລັດ ແລະ ການ​ນຳ​ທ້ອງ​ຖິ່ນ ໄດ້​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້, ເຄື່ອງ​ບູ​ຊາ​ເພື່ອ​ອາ​ໄລ​ຫາ, ຕອບ​ບຸນ​ແທນ​ຄຸນຕໍ່​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ດາ​ເຈົ້າ​ຊີ​ວິດ ຮຸ່ງ, ບັນ​ດາ​ບັນ​ພະ​ບຸ​ລຸດ​ຜູ້​​ມີ​ຄຸນ​ງາມ​ຄວາມ​ດີ​ໃນ​ການ​ສ້າງຕັ້ງ ແລະ ປົກ​ປັ​ກ​ຮັກ​ສາ​ປະ​ເທດ​ຊາດ ເພື່​ອ​ໃຫ້ລຸ້ນ​ລູກ​ລຸ້ນ​ຫຼານ​ສືບ​ທອດ​ມູນ​ເຊື້ອສ້າງ​ຕັ້ງປະ​ເທດ ຫວຽດ​ນາມ ໃຫ້​ຮັ່ງ​ມີ, ສວຍ​ງາມ, ສີ​ວິ​ໄລ​ຄື​ໃນ​ປະ​ຈຸ​ບັນ.

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖະຫວາຍທູບທຽນອາໄລຫາບັນດາເຈົ້າຊີວິດ ຮຸ່ງ ຢູ່ ຝູເທາະ
(ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ)

ພາຍ​ຫຼັງພິ​ທີ​ຖະ​ຫວາຍ​ທູບ​ທຽນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ໄດ້​ໂອ້​ລົມ​ກັບ​ພໍ່​ແມ່​ປະ​ຊາ​ຊົນ​ຢູ່​ທີ່ນີ້. ທ່ານ​ເນັ້ນ​ໜັກ​ວ່າ: “ການ​ສ້າງ​ຕັ້ງປະ​ເທດ​ຊາດ​ແມ່ນ​ຄຸນ​ງາມ​ຄວາມ​ດີ​ຂອງ​ບັນ​ພະ​ບຸ​ລຸດ. ການ​ປົກ​ປັ​ກ​ຮັກ​ສາ​ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ແມ່ນ​ໜ້າ​ທີ່​ຂອງ​ລຸ້ນ​ປະ​ຈຸ​ບັນ ແລະ ອະ​ນາ​ຄົດ. ການ​ປົກ​ປັກ​ຮັກ​ສາ​ແມ່ນ​ປົກ​ປັກ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ທ້ອນ​ໂຮມ​ປະ​ເທ​ດ​ຊາດ​ເປັນ​ເອ​ກະ​ພາບ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ; ແມ່ນການ​ປົກ​ປ້ອງ​ສັນ​ຕິ​ພາບ, ປົ​ກ​ປ້ອງ​ຊີ​ວິດ​ອັນສະ​ຫງົບ​ສຸກ​ຂອງ​ປະ​ຊາ​ຊົນ”.

ສຳ​ລັບ​ໄວ​ໜຸ່ມ, ນັກ​ຮຽນ, ນັກ​ສຶກ​ສາ, ທ່ານ​ເລ​ຂາ​ທິ​ກາ​ນ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ປາດ​ຖະ​ໜາ​ວ່າ: “ບັນພະບູລຸດໄດ້ມອບປະເທດໜຶ່ງໃຫ້ພວກເຮົາ. ລຸ້ນ​ໜຸ່ມ​ຕ້ອງ​ເຮັດ​ໃຫ້​ປະ​ເທດນັ້ນ​ພັດ​ທະ​ນາ​ຢ່າງ​ເຂັ້ມ​ແຂງ, ມີວັດ​ທະ​ນາ​ທຳ​ມະ​ນຸດກວ່າ, ມີ​ທີ່​ຕັ້​ງ​ສູງກວ່າ. ພວກ​ຫຼານ​ຈົ່ງ​ຮ່ຳ​ຮຽນ​ໃຫ້​ເປັນ​ຢ່າງ​ດີ, ຝຶກ​ຝົນ​ຫຼໍ່​ຫຼອມ​ໃຫ້​ເປັນ​ຢ່າງ​ດີ, ຍາມ​ໃດ​ກໍ່​ຈື່​ຈຳ​ຫຼັກ​ສິນ​ທຳ​ຂອງ​ຊາວ ຫວຽດ​ນາມ, ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ​ຂອງ​ຊາດ”.

ຕໍ່​ຈາກນັ້ນ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ແລະ ຄະ​ນະ​ຜູ້​ແທນ ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່ຮູບ​ປັ້ນ “ລຸ່ງ ໂຮ່ ໂອ້​ລົມ​ກັບ​ພະ​ນັກ​ງານ, ນັກ​ຮົບ​ກອງ​ພົນ​ໃຫຍ່​ນຳ​ໜ້າ” ຢູ່​ເຂດ 5 ແຍກວິ​ຫານ ຢຽງ; ຖະ​ຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່​ວິ​ຫານ ຫຼາກ​ລອງກວັນ.

ຕາມ vovworld.vn

https://vovworld.vn/lo-LA/khaawedn/thaanelkhaathikaanayhny-pathaanpaethd-ohelim-thahwaanythuubthnynaaailhaabndaaechoaasiiwid-ung-yuu-2430527.vov5

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ແລະ ທ່ານນາງ ພັນລະຍາ ເລີ່ມເດີນທາງໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ

ຍສໝ - ວັນທີ 14 ເມສາ 2026, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ພ້ອມດ້ວຍ ທ່ານນາງ ໂງເພືອງລີ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງອອກຈາກຮ່າໂນ້ຍ ເພື່ອໄປຢ້ຽມຢາມລັດຖະກິດ ຢູ່ ສາທາລະນະລັດ ປະຊາຊົນ ຈີນ ໃນລະຫວ່າງວັນທີ 14-17 ເມສາ ...

ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ ທ່ານເລຂາທິການໃຫຍ່ ໂຕເລິມ: ສືບຕໍ່ປັບປຸງຄວາມໄວ້ວາງໃຈຂອງປະຊາຊົນໃຫ້ໝັ້ນຄົງ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ສະເໜີໃຫ້ທະຫານເຂດ 1 ສືບຕໍ່ຊາບຊຶມແນວທາງ, ທັດສະນະຂອງພັກກ່ຽວກັບການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນສະພາບການໃໝ່

ຕາມ vovworld.vn

ເບິ່ງເພີ່ມເຕີມໃນ: ຫວຽດນາມປະຈຸບັນ

ເບິ່ງເພີ່ມເຕີມ
ອ່ານຫຼາຍທີ່ສຸດ