ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ

16:43 | 16/12/2019

ຕອນເຊົ້າວັນທີ 15 ທັນວາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ກັບເມືອຮອດ ສະໜາມບິນສາກົນ ໂນ້ຍບາຍ, ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ໃນລະຫວ່າງວັນທີ 8 – 14 ທັນວາ ຢ່າງຈົບງາມ.

ການຢ້ຽມຢາມ ສະຫະພັນ ລັດເຊຍ ແລະ ສາທາລະນະລັດ ເບລາຣຸດ ຢ່າງເປັນທາງການຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ; ປະກອບສ່ວນເຂົ້າໃນການເພີ່ມທະວີການເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ - ສະຫະພັນ ລັດເຊຍ ໃຫ້ຫຼາຍກວ່າອີກ, ພ້ອມທັງຫັນບັນດາເນື້ອໃນຂອງຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ອົງການນິຕິບັນຍັດຂອງ 2 ປະເທດ ກ່ຽວກັບການຮ່ວມມືລັດຖະສະພາເປັນລະອຽດ; ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງຫວຽດນາມ - ເບລາຣຸດ ແລະ ສືບຕໍ່ຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດ ເບລາຣຸດ.

ເພີ່ມທະວີການຮ່ວມມືລະຫວ່າງຫວຽດນາມ ແລະ ສາທາລະນະລັດ ເບລາຣຸດ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານປະທານສະພາຕ່ຳ ສະຫະພັນ ລັດເຊຍ V. Volodin. (ພາບ: vov.vn)

ກ່ອນທີ່ຈະສິ້ນສຸດການຢ້ຽມຢາມ ສ.ເບລາຣຸດ ຢ່າງເປັນທາງການ, ຕອນບ່າຍວັນທີ 14 ທັນວາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ແວ່ຢ້ຽມຢາມຫ້ອງຮຽນສອນພາສາຫວຽດນາມ ໃຫ້ແກ່ລູກຫຼານຊາວຫວຽດນາມ ອາໄສຢູ່ນະຄອນຫຼວງ Minks, ເບລາຣຸດ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະແດງຄວາມປິຕິຊົມຊື່ນຕໍ່ຄວາມມານະພະຍາຍາມຂອງບັນດາຄອບຄົວ, ສະຖານທູດ, ຄະນະບໍລິຫານງານສະມາຄົມຊາວຫວຽດນາມ ອາໄສຢູ່ ເບລາຣຸດ, ການໜູນຊ່ວຍຂອງອຳນາດການປົກຄອງໃນການຮັກສາຫ້ອງຮຽນສອນພາສາຫວຽດ ຢູ່ທີ່ນີ້. ທ່ານນາງ ຕີລາຄາວ່າ: ດ້ວຍການໜູນຊ່ວຍ, ອຳນວຍຄວາມສະດວກຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຄະນະອຳນວຍການໂຮງຮຽນ, ບັນດາຫຼານນ້ອຍ ໄດ້ຮຽນພາສາຫວຽດ ໃນສະພາບແວດລ້ອມທີ່ທັນສະໄໝ ແລະ ສະດວກຄືແນວນີ້. ຂ້າພະເຈົ້າຫວັງວ່າ ສະມາຄົມ ຊາວຫວຽດນາມ ຢູ່ ເບລາຣຸດ ຈະສືບຕໍ່ໃຫ້ການໜູນຊ່ວຍຢ່າງເຕັມທີ, ໂດຍສະເພາະແມ່ນລະດົມກຳລັງໃຈບັນດາຄອບຄົວທີ່ມີລູກພວມຮຽນພາສາຫວຽດ ເພື່ອສືບຕໍ່ຖ່າຍທອດພາສາຫວຽດໃຫ້ແກ່ຄົນລຸ້ນໜຸ່ມ, ລຸ້ນທີ 3, ລຸ້ນທີ 4 ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ ເບລາຣຸດ.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.