ປັບ​ປຸງການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ

07:30 | 14/01/2022

ຍ​ສ​ໝ - ກອງ​ປະ​ຊຸມ​ສຳ​ມະ​ນາ​ແນະ​ນຳ​ໂຄງ​ການ “ຍົກ​ສູງ​ກຳລັງຄວາມສາມາດ​ດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ແມ່​ຍິງ ຢູ່ ຫວຽດ​ນາມ” (ຂຽນ​ຫຍໍ້​ແມ່ນ AWEEV) ຫາ​ກໍ່​ດຳ​ເນີນ​ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຕາງ​ໜ້າ​ສະ​ຖານ​ທູດ ກາ​ນາ​ດາ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ແລະ ບັນ​ດາ​ພະ​ແນກ, ຂະ​ແໜງ​ການ​ແຂວງ​ລາຍ​ເຈົາ, ອົງ​ການ​ CARE ສາ​ກົນ ປະຈຳ ຫວຽດ​ນາມ, ບັນ​ດາ​ຄູ່​ຮ່ວມ​ມື​ໂຄງ​ການ ແລະ ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ.

ມ​ອບ​ທຸງຊາດ 7000 ຜືນ​ໃຫ້​ແກ່​ຊາວ​ປະ​ມົງ ຢູ່​ເມືອງ​ໂຖ​ຈູ ມ​ອບ​ທຸງຊາດ 7000 ຜືນ​ໃຫ້​ແກ່​ຊາວ​ປະ​ມົງ ຢູ່​ເມືອງ​ໂຖ​ຈູ
ໂຄງ​ການ ລະ​ດູ​ບານ​ໃໝ່​​ໃຫ້​ແກ່​ນ້ອງ ຄັ້ງ​ທີ 15 ໄດ້​ຮັບ​ເງິນ​ກ່​ວາ 104 ຕື້​ດົ່ງ ໂຄງ​ການ ລະ​ດູ​ບານ​ໃໝ່​​ໃຫ້​ແກ່​ນ້ອງ ຄັ້ງ​ທີ 15 ໄດ້​ຮັບ​ເງິນ​ກ່​ວາ 104 ຕື້​ດົ່ງ
ປັບ​ປຸງການ​ຫາ​ເງິນ​ລ້ຽງ​ຊີບ​ໃຫ້​ແກ່​ປະ​ຊາ​ຊົນ​ເຜົ່າ​ສ່ວນ​ໜ້ອຍ
ກອງ​ປະ​ຊຸມ​ສຳ​ມະ​ນາ (ພາບ: baomoi.com)

ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ພະ​ນັກ​ງານ​ຂອງອົງການ CARE ໄດ້​ແນະ​ນຳ​ວິ​ທີ​ການ​ເຂົ້າ​ເຖິງ​ການ​ເພີ່ມ​ທະ​ວີກຳລັງຄວາມສາມາດດ້ານ​ເສດ​ຖະ​ກິດ​ໃຫ້​ແກ່​ແມ່​ຍິງ, ບັນ​ດາ​ໝາກ​ຜົນ​ຂອງ​ການ​ສຳ​ຫຼວດ​ໃນ​ເບື້ອງ​ຕົ້ນ, ສັງ​ລວມ​ໂຄງ​ການ, ເປົ້າ​ໝາຍ ແລະ ໂຄງ​ປະ​ກອບ​ບຸກ​ຄະ​ລາ​ກອນ ປະ​ຕິ​ບັດ​ໂຄງ​ການ.

ຜູ້​ຕາງ​ໜ້າ​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ກໍ່​ໄດ້​ມີ​ການ​ປຶກ​ສາ​ຫາ​ລື​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ແມ່​ຍິງ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ​ກໍ່​ຄື​ຜົນ​ກະ​ທົບ​ຂອງ​ບັນ​ດາ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ ແລະ ເປັນແມ່​ບ້ານ​ບໍ່​ມີ​ເງິນ​ເດືອນ ຕະຫຼອດ​ຮອດ​ການ​ປະ​ຕິ​ບັດ​ເສດ​ຖະ​ກິດ​ຂ​ອງ​ແມ່​ຍິງ. ສຳ​ຄັນ​ກ່​ວາ​ນັ້ນ​ແມ່ນ ບັນ​ດາ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ໄດ້ແບ່ງຜັນໂດຍກົງກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ຄວາມຮູ້ສຶກຂອງເຂົາເຈົ້າຕໍ່ກັບໂຄງການ. ນີ້ທັງເປັນກຳລັງແຮງ ທັງເປັນ​ບັນ​ດາ​ຂໍ້​ມູ​ນ​ທີ່​ມີ​ປະ​ສິດ​ທິ​ຜົນ​ຊ່ວຍ​ໃຫ້​ໂຄງ​ການ​ອາດ​ຈະ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ ແລະ ຄວາມ​ຫວັງ​ຂອງ​ປະ​ຊາ​ຊົນ​ຢ່າງ​ດີ​ທີ່​ສຸດ.

ໂຄງ​ການ​ຈະ​ໜູນ​ຊ່ວຍ​ໃຫ້​ແກ່​ແມ່​ຍິງ​ ແລະ ເພດ​ຊາຍຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍກ່​ວາ 2.600 ຄົນ ​ຢູ່ 9 ຕາ​ແສງ​ຂອງ​ເມືອງ ຕ​າມ​ເດື່ອງ, ແຂວງ​ລາຍ​ເຈົາ ແລະ ເມືອງກວາງ​ບິ່ງ, ແຂວງ​ຮ່າ​ຢາງ ໃນ​ໄລ​ຍະ​ແຕ່​ປີ 2021 – 2025.

AWEEV ໄດ້​ຮັບ​ຄວາມ​ຫວັງ​ວ່າ​ຈະ​ຊຸກ​ຍູ້​ສິດ​ດ້ານ​ເສດ​ຖະ​ກິດ, ພິ​ເສດ​ແມ່ນ​ກຸ່ມ​ແມ່​ຍິງ​ທຸກ​ຍາກ​ຢູ່​ຊົນ​ນະ​ບົດ ແລະ ແມ່​ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ ຫວຽດ​ນາມ ແລະ ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງ​ເຂົາ​ເຈົ້າ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ​ດ້ານ​ເສດ​ຖະ​ກິດ ທີ່​ຈະ​ໄດ້​ຮັ​ບ​ເງິນ​ເດືອນ.

ໂຄງ​ການ​ໄດ້​ຮັບ​ການ​ອຸ​ປະ​ຖຳ​ຈາກ​ກະ​ຊວງ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ ກາ​ນາ​ດາ ແລະ ໜູ​ນ​ຊ່ວຍ​ດ້ານ​ເຕັກ​ນິກ​ຈາກ​ສູນ​​ໜູນ​ຊ່ວຍ​ພັດ​ທະ​ນາ​ຊົນ​ນະ​ບົດ​ອົງ​ຄະ​ທາດ (CODAS), ສະ​ຖາ​ບັນ​ຄົ້ນ​ຄ້​ວາສື່ມວນ​ຊົນ​ພັດ​ທະ​ນາ (RED), ກອງ​ທຶນ​ໜູນ​ຊ່ວຍ​ຄອບ​ຄົວ​ທີ່​ມີ​ລາຍ​ຮັບ​ຕ່ຳ​ພັດ​ທະ​ນາ​ເສດ​ຖະ​ກິດ (VietED) ພ້ອມ​ກັ​ບ​ຄູ່​ຮ່ວມ​ມື​ທ້ອງ​ຖິ່ນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.