ໂຄງ​ການ ລະ​ດູ​ບານ​ໃໝ່​​ໃຫ້​ແກ່​ນ້ອງ ຄັ້ງ​ທີ 15 ໄດ້​ຮັບ​ເງິນ​ກ່​ວາ 104 ຕື້​ດົ່ງ

07:38 | 13/01/2022

ຍ​ສ​ໝ - ຫວ່າງແລ້ວນີ້, ສະ​ພາ​ອຸ​ປະ​ຖຳ​ກອງທຶນ​ເດັກ ຫວຽດ​ນາມ (ກະ​ຊວງ​ແຮງ​ງານ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ) ໄດ້​ສົມ​ທົບ​ກັບ​ບັນ​ດາ​ໜ່ວຍ​ງານ​ຈັດ​ຕັ້ງ​ໂຄງ​ການ​ສະ​ແດງ​ສິ​ລະ​ປະ “ລະ​ດູ​ບານ​ໃໝ່​ໃຫ້​ແກ່​ນ້ອງ” ຄັ້ງ​ທີ 15.

ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022 ເຂັ້ມ​ຂົ້ນ​ໄປ​ດ້ວຍສີ​ສັນ​ຂອງ​ຊຸດ​ເສື້ອ​ຍາວ​ ຫວຽດ​ນາມໃນ​ລາຍ​ການ​ສີ​ສັນ​ລະ​ດູ​ບານ​ໃໝ່ 2022
ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ໄດ້​ເປີດ​ກອງ​ປະຊຸມ​ວິ​ສາ​ມັນຄັ້ງ​ທຳ​ອິດ, ​ໄດ້​ຕັດສິນ​ຫຼາຍ​ບັນຫາ​ສຳຄັນ ສະພາ​ແຫ່ງ​ຊາດ​ຊຸດ​ທີ 15 ​ໄດ້​ເປີດ​ກອງ​ປະຊຸມ​ວິ​ສາ​ມັນຄັ້ງ​ທຳ​ອິດ, ​ໄດ້​ຕັດສິນ​ຫຼາຍ​ບັນຫາ​ສຳຄັນ
ໂຄງ​ການ ລະ​ດູ​ບານ​ໃໝ່​​ໃຫ້​ແກ່​ນ້ອງ ຄັ້ງ​ທີ 15 ໄດ້​ຮັບ​ເງິນ​ກ່​ວາ 104 ຕື້​ດົ່ງ
ບັນ​ດາ​ການ​ນຳ​ເຂົ້າ​ຮ່ວມ​ໂຄງ​ການ (ພາບ: TTXVN)

ໂຄງ​ການ ລະ​ດູ​ບານ​ໃໝ່ ໃຫ້​ແກ່ນ້​ອງ ແມ່ນ​ການ​ເຄື່ອ​ນ​ໄຫວ​ປະ​ຈຳ​ປີ ຂອງ​ກອງ​ທຶນອຸ​ປະ​ຖຳເດັກ​ນ້ອຍ ຫວຽດ​ນາມ, ຜ່ານ​ການ​ຈັດ​ຕັ້ງ​ມາ​ເປັນ 14 ຄັ້ງ, ໂຄງ​ການ​ໄດ້​ລະ​ດົມ​ເງິນ​ກ່​ວາ 1.200 ຕື້​ດົ່ງ ແລະ ໜູນ​ຊ່ວຍ​ໃຫ້​ແກ່ເດັກ​ນ້ອຍ​ປະ​ມານ 1 ລ້ານ​ຄົນ​ຜ່ານ​ບັນ​ດາ​ໂຄງ​ການ​ຕ່າງໆ.

ລາຍ​ການ​ລະ​ດູ​ບານ​ໃໝ່​ໃຫ້​ແກ່​ນ້ອງ ຄັ້ງ​ທີ 15 ໃນ​ປີ 2022 ດ້ວຍ​ຫົວ​ຂໍ້ “”ເພື່ອ​ອະ​ນາ​ຄົດ​ທີ່​ສົດ​ໃສ”, ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ເດັກ​ນ້ອຍ​ທີ່​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19.

ກ່າວ​ຄຳ​ເຫັນ​ທີ່​ໂຄງ​ການ, ທ່ານ​ນາງ ​ຫວໍ​ທິ​ແອັງ​ຊວັນ ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ, ປະ​ທານ​ສະ​ພາ​ ກອງ​ທຶນ​ອຸ​ປະ​ຖຳ​ເດັກ​ນ້ອຍ ຫວຽດ​ນາມ ໄດ້​ຮັບ​ຮູ້ ແລະ ເຊີດ​ຊູ​ບັນ​ດາ​ແບບ​ຢ່າງ​ທີ່​ເມດ​ຕາ​ປາ​ນີ, ບັນ​ດາ​ການ​ເຄື່ອນ​ໄຫວ​ທຳ​ການ​ກຸ​ສົນຂອງ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ສ່ວນ​ບຸກ​ຄົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ຍາມ​ໃດ​ກໍ່​ຮ່ວມ​ເດີນ​ທາງ, ໜູນ​ຊ່ວຍກອງ​ທຶນ​ເພື່ອ​ເບິ່ງ​ແຍງ, ດູ​ແລ​ນ້ອງ​ນ້ອຍ.

ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຢັ້ງ​ຢືນ​ວ່າ ພັກ, ລັດ ​ໄດ້​ມີ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍຫຼາຍ​ຢ່າງ​ເພື່ອ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ໃຫ້​ບຸ​ລິ​ມະ​ສິດ​ແກ່​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ການ​ສຶກ​ສາ, ປົກ​ປ້ອງ​ເດັກ​ນ້ອຍ ແລະ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນຫຼາຍ​ຢ່າງ, ແຕ່​ຍັງ​ຕ້ອງ​ມີ​ການ​ຮ່ວມ​ແຮງ​ຮ່​ວມ​ໃຈ​ໜູນ​ຊ່ວຍ​ຂອງ​ທົ່ວ​ສັງ​ຄົມ, ເພື່ອ​ໃຫ້​ເດັກ​ນ້ອຍ​ທຸກ​ຄົນ​ລ້ວນ​ແຕ່​ໄດ້​ດຳ​ລົງ​ຊີ​ວິດ, ຮໍ່າ​ຮຽນໃນ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ, ກາຍ​ເປັນ​ພົນ​ລະ​ເມືອງ​ທີ່​ມີ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ອະ​ນາ​ຄົດ.

ທີ່​ໂຄງ​ການ, ບັນ​ດາ​ໜ່ວຍ​ງານ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 104 ຕື້​ດົ່ງ ໃຫ້​ແກ່​ເດັກ​ນ້ອຍ​ທີ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຜ່ານກອງ​ທຶນ​ອຸ​ປະ​ຖຳ​ເດັກ​ນ້ອຍ​ຫວຽດ​ນາມ.

ເນື່ອງ​ໃນ​ໂອ​ກາດນີ້, ກະ​ຊວງ​ແຮງ​ງາ​ນ - ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ກໍ່​ໄດ້​ມອ​ບ​ໃບ​ຍ້ອງ​ຍໍ​ໃຫ້​ແກ່​ບັນ​ດາ​ຫົວ​ໜ່ວຍ ແລະ ສ່ວນ​ບຸກ​ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ​ເດັກ​ນ້ອຍ​ໃນ​ປີ 2021.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.