ລາວ: ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

14:16 | 10/03/2021

ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ມ ສ ນຈ າກ ດບ ລ ເວນ ທ ຍ ງເປ ດນຳໃຊ ຢ ທ ງໝ ດ 32 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 806 ຄ ນ ໄດ ເກ ບຕ ວຢ າງມາກວດວ ເຄາະ ທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ໄຂ​ກອງ​ປະ​ຊຸມ​ຄັ້ງ​ທີ 2 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ XIII
ລາວ ມ ສ ນຈ າກ ດບ ລ ເວນ ທ ຍ ງເປ ດນຳໃຊ ຢ ທ ງໝ ດ 32 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 806 ຄ ນ ໄດ ເກ ບຕ ວຢ າງມາກວດວ ເຄາະ ທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ
ລາວ ມ ສ ນຈ າກ ດບ ລ ເວນ ທ ຍ ງເປ ດນຳໃຊ ຢ ທ ງໝ ດ 32 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 806 ຄ ນ ໄດ ເກ ບຕ ວຢ າງມາກວດວ ເຄາະ ທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ
ພາບປະກອບ

ໃນວັນທີ 09 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ກອງ ເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 08 ມີນາ 2021 ການເຝົ້າລະວັງຮອດ 5 ໂມງແລງ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 331 ຄົນ, ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ນຳສົ່ງໄປ ຫາສະຖານທີ່ຈຳກັດ ບໍລິເວນທີ່ກຳນົດໄວ້. ສັງລວມການກວດວິເຄາະນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 119.288 ຕົວຢ່າງ, ກວດພົບເຊື້ອສະສົມ 47 ຄົນ ແລະ ມາຮອດປັດຈຸບັນ ຜູ້ຕິດເຊື້ອພະຍາດ COVID-19 ຍັງນອນຕິດຕາມປິ່ນປົວຢູ່ໂຮງໝໍ ຈຳນວນ 5 ຄົນ ແມ່ນຍັງຄົງປົກກະຕິດີ. ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.806 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ດຣ. ລັດສະໝີ ວົງຄຳຊາວ ກ່າວຕື່ມວ່າ: ສະພາບການລະບາດ ຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດຢ່າງຕໍ່ເນື່ອງ, ສະເພາະ ປະເທດໃກ້ຄຽງຂອງພວກເຮົາ ຍັງມີລາຍງານຜູ້ຕິດ ເຊື້ອໂຄວິດ-19 ພາຍໃນປະເທດເພີ່ມຂຶ້ນ. ຕໍ່ກັບສະພາບການດັ່ງກ່າວ, ແມ່ນມີຄວາມສ່ຽງສູງ ທີ່ຈະມີຜູ້ນໍາເຊື້ອພະຍາດ ໂຄວິດ-19 ເຂົ້າມາໃນປະເທດເຮົາ ແລະ ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງຈັດຕັ້ງປະຕິບັດ ຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ ສະບັບເລກທີ 3087/ສພກ, ລົງວັນທີ 26 ກຸມພາ 2021 ແລະ ແຈ້ງການ ເລື່ອງການນຳໃຊ້ເຄື່ອງ ຕິດຕາມທາງການແພດ ແລະ ປະກັນໄພ COVID-19 ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າມາ ສປປ ລາວ ສະບັບເລກທີ 3018/ສພຫ, ລົງວັນທີ 02 ມີນາ 2021. ພ້ອມດຽວກັນນັ້ນ, ທຸກຄົນຕ້ອງໄດ້ຈຳກັດ ບໍລິເວນຄົບຕາມກຳນົດ ຈຶ່ງສາມາດອອກໄປເຄື່ອນໄຫວ ໃນສັງຄົມຕາມປົກກະຕິໄດ້.

ດັ່ງນັ້ນ, ຈຶ່ງຂໍການຮ່ວມມື ມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ມີຄວາມສາມັກຄີເປັນຈິດ ໜຶ່ງໃຈດຽວ ຮ່ວມແຮງຮ່ວມໃຈກັນ ປະຕິບັດມາດ ຕະການ ຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ທີ່ຈະມີການນຳ ພະຍາດ ໂຄວິດ-19 ເຂົ້າມາແຜ່ລະບາດ ໃນປະເທດເຮົາຮອບໃໝ່.

ລາວ ມ ສ ນຈ າກ ດບ ລ ເວນ ທ ຍ ງເປ ດນຳໃຊ ຢ ທ ງໝ ດ 32 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 806 ຄ ນ ໄດ ເກ ບຕ ວຢ າງມາກວດວ ເຄາະ ທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ລາວ: ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.701 ຄົນ,ບໍ່ພົບຜູ້ຕິດເຊື້ອພະຍາດ COVID-19

ໃນວັນທີ 15 ກຸມພາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 14 ກຸມພາ ...

ລາວ ມ ສ ນຈ າກ ດບ ລ ເວນ ທ ຍ ງເປ ດນຳໃຊ ຢ ທ ງໝ ດ 32 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 806 ຄ ນ ໄດ ເກ ບຕ ວຢ າງມາກວດວ ເຄາະ ທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ລາວ ມ ສ ນຈ າກ ດບ ລ ເວນ ທ ຍ ງເປ ດນຳໃຊ ຢ ທ ງໝ ດ 32 ສ ນ ມ ຜ ຖ ກຈຳກ ດບ ລ ເວນຢ ສ ນ 2 806 ຄ ນ ໄດ ເກ ບຕ ວຢ າງມາກວດວ ເຄາະ ທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ລາວ: ມີສູນຈຳກັດບໍລິເວນທັງໝົດ 33 ສູນ, ມີຜູ້ຖືກຈໍາກັດບໍລິເວນທັງໝົດ 2.588 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ໃນວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 435 ຕົວຢ່າງ, ໃນນັ້ນ 2 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ມີອາການ, 74 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວ ທີ່ກັບມາແຕ່ໄທ ບໍ່ມີອາການ 172, ແຮງງານຈີນ ບໍ່ມີອາການ 155 ຕົວຢ່າງ, ແຮງງານໄທ 32 ຕົວຢ່າງ ...

kpl.gov.la

ເຫດການ
302 Found

Found

The document has moved here.