3 ຂົງເຂດຈຸດສຸມຊຸກຍູ້ການພົວພັນຫວຽດນາມ - ໂອຕາລິດ

14:55 | 12/01/2024

ຍສໝ - ທີ່​ການ​ເຮັດ​ວຽກ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ໂອຕາລິດ ໃນ​ວັນ​ທີ 9 ມັງ​ກອນ​ນີ້, ຢູ່​ຮ່າ​ໂນ້ຍ, ທ່ານ ປອ Patrick Horvath, ເລຂາທິການ “ກອງທຶນນະໂຍບາຍເສດຖະກິດວິທະຍາສາດ” (ວຽນນາ, ໂອຕາລິດ) ໃຫ້ຮູ້ວ່າ ມີ 3 ຂົງເຂດຮ່ວມມືສຳຄັນທີ່ ຫວຽດນາມ ແລະ ໂອຕາລິດ ອາດສາມາດຂຸດຄົ້ນໄດ້ຄື: ການລົງທຶນອຸດສາຫະກຳ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ກຳນົດການພົວພັນ “ຄູ່ຮ່ວມມືສີຂຽວ”.

ຫວຽດນາມ - ອົດສະຕາລີ: ຮ່ວມມືດ້ານເສດຖະກິດຢ່າງເຂັ້ມແຂງ ຫວຽດນາມ - ອົດສະຕາລີ: ຮ່ວມມືດ້ານເສດຖະກິດຢ່າງເຂັ້ມແຂງ
ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ ສະຖານທູດ ຫວຽດນາມ ປະຈຳ ອົດສະຕາລີ ຍົກອອກ 3 ໜ້າທີ່ໜູນຊ່ວຍປະຊາຄົມຊາວ ຫວຽດນາມ

ທ່ານ ປອ Patrick Horvath ​ໃຫ້​ຮູ້​ວ່າ: ນອກຈາກ​ຄວາມ​ຕ້ອງການ​ແຫຼ່ງຊົບພະຍາກອນມະນຸດໃນເເຕ່ລະຂະແໜງການມູນເຊື້ອ​ເຊັ່ນ: ກະສິກຳ, ປິ່ນປົວບຳລຸງ, ການ​ບໍລິການ..., ບັນດາຂົງເຂດວິທະຍາສາດ​ທຳ​ມະ​ຊາດ, ອຸດສາຫະກຳ​ລົດໂອໂຕ... ຂອງໂອຕາລິດ ຍັງກຳລັງຂາດກຳລັງຊັບພະຍາກອນມະນຸດຢ່າງຮ້າຍແຮງ ເພາະທ່າອຽງປະຊາກອນຜູ້ສູງອາຍຸ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ສະດວກ​ເພື່ອ​ໃຫ້​ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ພັດທະນາ​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ບຳລຸງ​ສ້າງ.

3 ຂົງເຂດຈຸດສຸມຊຸກຍູ້ການພົວພັນຫວຽດນາມ - ໂອຕາລິດ
ທ່ານ ປອ Patrick Horvath (ຂວາ) ແລະ ທ່ານ ປອ ເຈີ່ນຕ໋ວນແອງ, ປະທານສະມາຄົມມິດຕະພາບ ຫວຽດນາມ - ໂອຕາລິດ (ຊ້າຍ) ທີ່ກອງປະຊຸມ (ພາບ: ດິງຮວ່າ).

ທ່ານ ປອ Patrick Horvath ​ໄດ້​ຕີ​ລາຄາ​ສູງ​ທ່າ​ແຮງ​ແຫຼ່ງກຳລັງໜຸ່ມ, ຫຼວງຫຼາຍ​ຢູ່​ຫວຽດນາມ, ​ພ້ອມດຽວກັນ ກໍ່ສະເໜີ​ແນະລຸ້ນໜຸ່ມ​ຫວຽດນາມ ອາດສາມາດ​ຊອກ​ຮູ້​ກາລະ​ໂອກາດ​ຮ່ຳຮຽນ​ທີ່​ຫຼາກ​ຫຼາຍ​ຢູ່ ໂອຕາລິດ.

ຕາມ​ທ່ານ ປອ Patrick Horvath ແລ້ວ, ການ​ພົວພັນ​ທາງ​ການ​ທູດ​ກັບ ຫວຽດນາມ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ ບໍ່​ພຽງ​ແຕ່​ຈາກ​ບັນດາ​ການ​ນຳ​ຂັ້ນ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ຈາກ​ປະຊາຊົນ ໂອຕາລິດ ນຳ​ອີກ. ​ໃນ​ໄລຍະ​ສົງຄາມ​ຕໍ່ຕ້ານ​ເພື່ອ​ເອກະລາດ​ກ່ອນ​ປີ 1975 ຢູ່​ຫວຽດນາມ, ບຸລຸດໂອຕາລິດຫຼາຍ​ຄົນ ​ໄດ້​ເຂົ້າ​ຮ່ວມ​ຢ່າງຕັ້ງໜ້າ​​ໃນບັນດາຂະບວນການສາກົນ​ຮຽກຮ້ອງ​ສັນຕິພາບ​, ຄັດຄ້ານສົງຄາມ​​ເຊັ່ນ: ທ່ານອະດີດ​ນາຍົກລັດຖະມົນຕີ Bruno Kreisky (1911 – 1990), ພັນເອກ Ernst Frey (1915 – 1994), ຫຼື ​ນັກ​ກະວີ Erich Fried (1921-1988)….. ໃນນັ້ນ, ທ່ານ Ernst Frey (ນາມແຝງ ຫງວຽນເຢີນ) ແມ່ນທະຫານໂອຕາລິດ ທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ກັບພົນເອກ ຫວໍງວຽນຢາບ.

ປະຈຸ​ບັນ, ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບກຳລັງຜັກດັນໃໝ່​ເພື່ອ​ສືບ​ຕໍ່​ພັດທະນາ​ຍ້ອນ​ການ​ທູດ​ດ້ານ​ວັກ​ແຊງ​ຕ້ານ​ໂຄ​ວິດ-19 ຫຼື ການ​ຢ້ຽມຢາມຂັ້ນລັດ ໃນຫວ່າງມໍ່ໆມານີ້​ຂອງ​ທ່ານ Alexander Schallenberg ລັດຖະມົຍຕີການຕ່າງປະເທດໂອຕາລິດ ມາຍັງ ປະ​ເທດ​ຫວຽດນາມ ​ໃນ​ເດືອນ ເມສາ 2023 ​ແລະ ຂອງທ່ານ​ປະທານ​ປະ​ເທດ​ຫວຽດນາມ ຫວໍວັນເຖືອງ ​ໄປຍັງໂອຕາລິດ ໃນເດືອນກໍລະກົດ 2023. 2 ຝ່າຍລ້ວນແຕ່ຖື​ຄຸນຄ່າ​ຂອງສັນຕິພາບເປັນສຳຄັນ, ສະໜັບສະໜູນ​ຄວາມ​ເປັນ​ລະບຽບ​ທົ່ວ​ໂລກຢ່າງແຮງ, ປັບປຸງບັນດາລະບົບ​ຫຼາຍ​ຝ່າຍ, ສະໜັບສະໜູນ​ອົງການ​ສະຫະ​ປະຊາ​ຊາດ ​ແລະ ບັນດາກົດບັນຍັດ​ພາກ​ພື້ນ.

ດີງເລື້ອງ

302 Found

Found

The document has moved here.