ສ້າງເງື່ອນໄຂສະດວກ ໃຫ້ບັນດາຜະລິດຕະພັນປາຈາ ແລະ ປາບາຊາຂອງຫວຽດນາມ ເຂົ້າສູ່ ອົດສະຕາລີ

16:25 | 28/12/2021

ຍສໝ - ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ໄດ້​ຈັດ​ຕັ້ງ​ງານ​ວາງສະ​ແດງ​ຢ່າງ​ສຳ​ເລັດ​ຜົນ ​ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ສົ່ງ​ອອກ ປາຈາ ​ແລະ ປາບາ​ຊາຂອງຫວຽດນາມ ​ ​ໃນ​ພື້ນຖານ​ດີ​ຈີ​ຕອນ.

ອົດສະຕາລີ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສ່ຽງເໜືອ ອົດສະຕາລີ ສະໜັບສະໜູນການປັບປຸງຊີວິດການເປັນຢູ່ ຂອງຊາວກະສິກອນ ແລະ ແມ່ຍິງຊົນເຜົ່າສ່ວນໜ້ອຍຢູ່ພາກຕາເວັນຕົກສ່ຽງເໜືອ
ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ ອົດສະຕາລີ ໜູນຊ່ວຍເຄື່ອງອຸປະກອນຍົກສູງກຳລັງຄວາມສາມາດຮັກສາສັນຕິພາບ ສປຊ ໃຫ້ແກ່ ຫວຽດນາມ

ງານ​ວາງສະ​ແດງ​ທີ່​ມີ​ຊື່ວ່າ “Viet Nam Pangasius Expo” ​ໄດ້​ຈັດ​ຕັ້ງ​ຮ້ານຂາຍເຄື່ອງ​ອອນ​ລາຍ 100 ​ຮ້ານ, ​ແນະນຳ​ບັນດາ​ຜະລິດ​ຕະພັນ​ປຸງ​ແຕ່ງ ​ແລະ ​ປາຈາ, ປາບາ​ຊາ ສຳເລັດຮູບທີ່ສົ່ງ​ອອກ​ຂອງ​ຫວຽດນາມ ​ເຖິງ​ຜູ້​ບໍລິ​ໂພ​ກ ອົດ​ສະ​ຕາ​ລີ.

ນີ້​ແມ່ນ​ເຫດການ ​ໃນ​ຕ່ອງ​ໂສ້​ກາ​ນ​ເຄື່ອນ​ໄຫວ​ພາຍ​ໃຕ້​ໂຄງ​ການ​ສ້າງກາໝາຍສິນຄ້າ​ໃຫ້​ປາຈາ ແລະ ປາບາ​ຊາຂອງ​ຫວຽດ​ນາມ ຢູ່ ອົດ​ສະ​ຕາ​ລີ.

ສ້າງເງື່ອນໄຂສະດວກ ໃຫ້ບັນດາຜະລິດຕະພັນປາຈາ ແລະ ປາບາຊາຂອງຫວຽດນາມ ເຂົ້າສູ່ ອົດສະຕາລີ
ສ້າງເງື່ອນໄຂສະດວກ ໃຫ້ບັນດາຜະລິດຕະພັນປາຈາ ແລະ ປາບາຊາຂອງຫວຽດນາມ ເຂົ້າສູ່ ອົດສະຕາລີ. (ພາບ: vietnamplus)

ງານ​ວາງສະ​ແດງ ​ໄດ້​ສ້າງເງື່ອນໄຂ ​ແລະ ໜູນ​ຊ່ວຍ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ບັນດາ​ວິ​ສາ​ຫະກິດ​ໃນ​ຂົງ​ເຂດ​ລ້ຽງ, ປຸງ​ແຕ່ງ ​ແລະ ສົ່ງ​ອອກ​ປາຈາ ແລະ ປາບາ​ຊາ ຫວຽດນາມ ສືບ​ຕໍ່​ປັບປຸງທີ່ຕັ້ງ ​ແລະ ຍູ້ແຮງ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໄປຍັງ​ຕະຫຼາດ​ໃຫຍ່​ທີ່​ສຸດ​ຢູ່ ໂອເຊອານີ.

​ໃນ​ຫຼາຍ​ປີ​ມາ​ນີ້, ປາຈາ ແລະ ປາບາ​ຊາຂອງຫວຽດນາມ ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ ຈາກ​ຜູ້​ບໍລິ​ໂພ​ກ ອົດ​ສະ​ຕາ​ລີ. ປະຈຸ​ບັນ, ປະລິມານການຜະລິດ ຂອງ​ທັງ 2 ປະ​ເພດປາ​ນີ້ ​ກວມເອົາ 99% ອັດຕາ​ສ່ວນ​ກວມຂອງ​ຕະຫຼາດ​ຂອງ​ອົດ​ສະ​ຕາ​ລີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.