ປ​ະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ, ອິນ​ເດຍ ຢ່າງ​ເປັນ​ທາງ​ການ

17:02 | 21/12/2021

ຍສໝ - ວັນທີ 19 ທັນວາ, ທ່ານ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ສ.ເກົາຫຼີ ແລະ ອິນເດຍ ຢ່າງຈົບງາມ....

ປະທານ​ສະພາ​ແຫ່ງ​ຊາດ: ການ​ຢ້ຽມຢາມ​ອິນ​ເດຍ ປະທານ​ສະພາ​ແຫ່ງ​ຊາດ: ການ​ຢ້ຽມຢາມ​ອິນ​ເດຍ "ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ທີ່​ສຳຄັນ"
ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​ ການ​​ຕ່າງ​ປະ​ເທດ ຫວຽດ​ນາມ ນຳ​ໜ້າ, ຮອບ​ດ້ານ, ທັນ​ສະ​ໄໝ, ເປັນ​ເຈົ້າ​ການ​ໃນ​ການ​ຮັບ​ມື​

ການຢ້ຽມຢາມຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ສືບຕໍ່ຢັ້ງ ຢືນແຜນນະໂຍບາຍ, ນະໂຍບາຍການຕ່າງປະເທດເປີດກ້ວາງ, ຫັນເປັນຫຼາຍ ຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບ ຂອງພັກ ແລະ ລັດ, ອັນໄດ້ຍົກສູງທີ່ຕັ້ງຂອງ ຫວຽດນາມ ໃນພາກພື້ນ ແລະ ໂລກ. ການຢ້ຽມຢາມສືບຕໍ່ເສີມຂະຫຍາຍທ່າແຮງຂອງການທູດລັດຖະສະພາໃນການພົວພັນສອງຝ່າຍກັບສອງຄູ່ຮ່ວມມືຍຸດທະສາດສຳຄັນຢູ່ພາກພື້ນ ອາຊີ, ປັບປຸງການ ພົວພັນດ້ານການເມືອງ, ຄວາມໄວ້ເນື້ອເຊື່ອໃຈກັບການນຳຂັ້ນສູງສະພາແຫ່ງຊາດ ສ.ເກົາຫຼີ ແລະ ອິນເດຍ, ແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນປະສົບການ ກ່ຽວກັບບັນດາການເຄື່ອນໄຫວຂອງລັດຖະສະພາກໍ່ຄືບັນດາມາດຕະການຟື້ນຟູ, ພັດທະນາເສດຖະກິດໃນສະພາບເກີດໂລກລະບາດໂຄວິດ - 19 ທີ່ຍັງມີການຜັນແປຢ່າງສັບສົນ.

ປ​ະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ, ອິນ​ເດຍ ຢ່າງ​ເປັນ​ທາງ​ການ
ປ​ະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ສ.ເກົາຫຼີ, ອິນ​ເດຍ ຢ່າງ​ເປັນ​ທາງ​ການ. ພາບ: TTXVN

ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມ ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນ​ຮອບດ້ານ​ໃນ​ດ້ານ​ການ​ເມືອງ, ການ​ຕ່າງ​ປະ​ເທດ, ການ​ທູດ​ຮັບໃຊ້ດ້ານ​ເສດ​ຖະ​ກິດ, ການ​ທູດ​ວັກຊິນ... ​ໄດ້​ມີຂໍ້ຈຕົກລົງ​ຮ່ວມ​ມື​ລະຫວ່າງ​ກະຊວງ, ຂະ​ແໜງ​ການ ​ແລະອົງການ​ຂອງ​ຫວຽດນາມ ​ທີ່ໄດ້​ລົງ​ນາມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະອົງການ​ຂອງ ສ.​ເກົາຫຼີ ​ແລະ ອິນ​ເດຍ 9 ສະບັບ; ໃບ​ຢັ້ງ​ຢືນ​ການ​ຈົດ​ທະ​ບຽນ​ການ​ລົງ​ທຶນ ແລະຂໍ້ຕົກລົງ​ການ​ຮ່ວມ​ມືທີ່​ໄດ້​ຮັບ​ການ​ມອບ​ໃຫ້​ໃນ​ໄລ​ຍະປະຕິບັດງານ 39 ສະບັບ, ດ້ວຍ​ມູນ​ຄ່າ​ທັງ​ໝົດ 15 ຕື້ USD.

ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ພະຍາດ​ໂຄ​ວິດ-19, ກຸ່ມ​ບໍລິສັດ Bharat Biotech (ອິນ​ເດຍ) ​ໄດ້​ຊ່ວຍເຫຼືອ​ຫວຽດນາມ ວັກຊິນ COVAXIN 200.000 ​ໂດສ ​ໃຫ້​ແກ່​ເດັກ​ອາຍຸ​ຕ່ຳ​ກວ່າ 18 ປີ; ບໍລິສັດ Optimus Pharma (ອິນເດຍ) ຮ່ວມມືກັບບໍລິສັດຫຸ້ນສ່ວນເຄມີ-ການຢາ Mekophar (ຫວຽດນາມ) ຖ່າຍທອດ ເຕັກໂນໂລຊີທັງໝົດ ແລະວັດຖຸດິບ 1 ໂຕນ ເພື່ອຜະລິດຢາປົວໂຄວິດ-19 MOVINAVIR 200mg ຈຳນວນ 4.750.000 ເມັດ; ກຸ່ມ​ບໍລິສັດ​ການ​ເງິນ Hana (ສ.​ເກົາຫຼີ) ​ໄດ້​ບໍລິຈາກ 2 ຕື້​ວອນ (ປະມານ 40 ຕື້​ດົ່ງ), ພ້ອມ​ກັບ BIDV ​ເພື່ອ​ປະຕິບັດ​ບັນດາ​ການເຄື່ອນໄຫວຮັບປະກັນຊີວິດ​ສັງຄົມ, ​ໃນ​ນັ້ນ​ມີ​ໂຄງການ​ມອບ​ລົດສຸກເສີນ 65 ຄັນ ​ແລະ ກໍ່ສ້າງ​ເຮືອນ​ວັດທະນະທຳ...

ບູນມີ

ເຫດການ
302 Found

Found

The document has moved here.