ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO

05:00 | 26/07/2023

ຍສໝ - ແຕ່​ວັນ​ທີ 1 - 7 ກໍລະກົດ​ນີ້, ຢູ່​ສຳນັກງານ​ໃຫຍ່​ອົງການ​ອາຫານ ​ແລະ ກະສິກຳ​ຂອງ​ສະຫະ​ປະຊາ​ຊາດ (FAO) ໄດ້​ໄຂ​ຂຶ້ນ ກອງ​ປະຊຸມ​ລັດຖະມົນຕີ FAO ​ຄັ້ງ​ທີ 43 ​, ດ້ວຍ​ໂຄງການ​ເລືອກ​ຕັ້ງ​ຜູ້​ອຳ​ນວຍ​ການ FAO ດຳ​ເນີນ​ໃນ​ໄລຍະ 2023 - 2027 ແລະ ກອງ​ປະຊຸມໂຕະມົນ ​ກ່ຽວ​ກັບ​ຫົວ​ຂໍ້​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ​.

ພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ ພັດທະນາການຫາເງິນລ້ຽງຊີບເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດໃຫ້ແມ່ຍິງຊົນນະບົດ ເຂດພູດອຍພາກເໜືອ
FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ

ກອງ​ປະ​ຊຸມ​ຄັ້ງ​ນີ້ ​ມີການເຂົ້າຮ່ວມຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ 2 ທ່ານຮອງ​ລັດ​ຖະ​ມົນ​ຕີ​ ແລະ ​ລັດ​ຖະ​ມົນ​ຕີ 120 ທ່ານມາຈາກຄະ​ນະ​ຜູ້​ແທນ​ຫວຽດ​ນາມ ໂດຍ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ອີ​ຕາ​ລີ ເຢື່ອງຫາຍຫື່ງ, ຜູ້​ຕາງ​ໜ້າ​ປະ​ຈຳ​ຫວຽດ​ນາມ ປະ​ຈຳ FAO, ແລະ ຜູ້​ຕາງ​ໜ້າ​ບັນ​ດາ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ແຜນ​ການ​ລົງ​ທຶນ ແລະ ການ​ເງິນ.

ແຕ່ວັນທີ 01 – 07 ກໍລະກົດ, ຢູ່ສຳນັກງານອົງການອາຫານ ແລະ ການກະເສດ (FAO) ຢູ່ ຣົມ, ປະເທດ ອີຕາລີ, ໄດ້ຈັດວາລະປະຊຸມຄັ້ງທີ 43 ໃນຂອບເຂດກອງປະຊຸມລັດຖະມົນຕີ FAO ອາຍຸການ 2023 – 2027 ແລະ ບັນດາກອງປະຊຸມໂຕະມົນຂັ້ນສູງປິ່ນອ້ອມຫົວຂໍ້ ຄຸ້ມຄອງແຫຼ່ງນ້ຳລວມ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອີຕາລີ ເຢືອງຫາຍຮືງ, ຜູ້ຕາງໜ້າປະຈຳການຂອງ ຫວຽດນາມ ຢູ່ FAO, ເຂົ້າຮ່ວມກອງລະປະຊຸມ.

ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO

ທີ່ວາລະໄຂກອງປະຊຸມໃນວັນທີ 01 ກໍລະກົດ, ທ່ານ Tharman Shanmugaratnam, ລັດຖະມົນຕີຜູ້ປະສານງານນະໂຍບາຍສັງຄົມຂອງ ສິງກະໂປ ແລະ ກໍ່ເປັນປະທານຮ່ວມຄະນະກຳມະການທົ່ວໂລກກ່ຽວກັບເສດຖະກິດແຫຼ່ງຊັບພະຍາກອນນ້ຳຂອງສະຫະປະຊາຊາດ, ໄດ້ເນັ້ນໜັກເຖິງຄວາມສຳຄັນຕ້ອງເພີ່ມທະວີການຄຸ້ມຄອງແຫຼ່ງນ້ຳຢ່າງມີປະສິດທິຜົນ ເພື່ອບັນລຸໄດ້ບັນດາເປົ້າໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ດິນຟ້າອາກາດ ແລະ ສິ່ງແວດລ້ອມທົ່ວໂລກ. ທ່ານTharman Shanmugaratnam ກໍ່ເຕື້ອງເຖິງການປ່ຽນແປງໃໝ່ຢ່າງສຳເລັດຜົນຢູ່ ຫວຽດນາມ ເມື່ອຜັນຂະຫຍາຍໂຄງການ VnSAT ແນໃສ່ຫຼຸດປະລິມານນ້ຳຮັບໃຊ້ການປູກຝັງ ອັນໄດ້ນຳມາເຊິ່ງປະສິດທິຜົນ ຊ່ວຍປະຊາຊົນປະຢັດລາຍຈ່າຍ ແລະ ເວລາ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.