ຫວຽດນາມ ສະເໜີບັນດາມາດຕະການແກ້ໄຂເພື່ອຄ້ຳປະກັນດ້ານສະບຽງອາຫານທີ່ກອງປະຊຸມ FAO

00:00 | 26/07/2023

ຍສໝ - ໃນ​ກໍລະກົດ, ທີ່​ກອງ​ປະຊຸມ​ລັດຖະມົນຕີ​ອົງການ​ອາຫານ ​ແລະ ການ​ກະ​ເສດ ​ສະຫະ​ປະຊາ​ຊາດ (FAO) ຄັ້ງ​ທີ 43 ຢູ່ Rome, ຜູ້​ແທນ​ຫວຽດນາມ ​ໄດ້​ສະ​ເໜີ 3 ບັນຫາ​​ເພື່ອ​ປະຕິບັດ​ໂຄງການ​ຫັນປ່ຽນ​ລະບົບ​ອາຫານ, ​ການຄຳ້ປະກັນສະບຽງ​ອາຫານ.

ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO ຫວຽດນາມ ເຂົ້າຮ່ວມວາລະປະຊຸມຄັ້ງທີ 43 ກອງປະຊຸມຂັ້ນສູງລັດຖະມົນຕີຂອງ FAO
FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ FAO ສົມທົບກັບແຂວງ ກວາງນາມ ໃນຂົງເຂດກະສິກຳ

ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ Rome, ຕອນ​ບ່າຍ​ວັນ​ທີ 5 ກໍລະກົດ, ທ່ານ​ເອກ​ອັກຄະ​ລັດຖະທູດ ດັ້ງ​ຫາຍ​ຮື່ງ ​ໄດ້​ກ່າວ​ຄຳ​ປາ​ໄສ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ໂຄງການ​ຫັນປ່ຽນ​ລະບົບ​ສະບຽງ​ອາຫານ, ປະກອບສ່ວນ​ໃນການຄ້ຳປະກັນ​​ດ້ານ​ສະບຽງ​ອາຫານ.

ທີ​ໜຶ່ງ, ໜູນ​ຊ່ວຍ​ບັນດາ​ປະ​ເທດ​ປະຕິບັດ​ຂອບ​ໂຄງການ​ແຫ່ງ​ຊາດ ​ແລະ ຫັນ​ປ່ຽນລະບົບ​ກະ​ເສດ​ - ອາຫານ​ໄປ​ຕາມທິດ​ການ​ປັບ​ຕົວ, ຮອບດ້ານ ​ແລະ ຍືນ​ຍົງ. ຕ້ອງ​ສຸມ​ໃສ່​ຫຼຸດຜ່ອນ​ການ​​ເສຍຫາຍ ​ແລະ ຟຸ່ມເຟືອຍ, ຊຸກຍູ້​ການ​ຄ້າອອນໄລ ເພື່ອ​ຕິດຕາມ​ກວດກາ, ຄວບ​ຄຸມ​ຄຸນ​ນະພາ​ບ..., ຫວຽດນາມ ປາດ​ຖະໜາ​ຢາກ​ຮ່ວມ​ມື​ກັບ​ບັນດາ​ພາກສ່ວນ​ທີ່ກ່ຽວຂ້ອງ ໃນການ​ຊຸກຍູ້​ການ​ຄ້າ​ຜະລິດ​ຕະພັນ​ກະ​ເສດ ​ເພື່ອເປັນ​ພື້ນຖານ​ໃຫ້ແກ່ການຄ້ຳປະກັນສະບຽງອາຫານ​ຂອງ​ພາກ​ພື້ນ ​ແລະ ​ທົ່ວໂລກ.

ຫວຽດນາມ ສະເໜີບັນດາມາດຕະການແກ້ໄຂເພື່ອຄ້ຳປະກັນດ້ານສະບຽງອາຫານທີ່ກອງປະຊຸມ FAO

ທີສອງ, ​ເລັ່ງລັດຂະບວນການ​ຫັນ​ເປັນ​ກະສິກຳ​ສີຂຽວ​ ແລະ ​ດີ​ຈີ​ຕອນ​ໃນ​ການ​ກະ​ເສດ​ເພື່ອ​ປັບ​ຕົວ​ເຂົ້າ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ຫວຽດນາມ ກຽມພ້ອມກາຍ​ເປັນ​ໃຈກາງການປ່ຽນແປງໃໝ່​ສະບຽງ​ອາຫານ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຈະ​ສືບ​ຕໍ່​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ໃນ​ບັນດາ​ຂໍ້​ລິ​ເລີ່​ມປ່ຽນແປງ​ໃໝ່, ຮອບດ້ານ, ດິ​ຈິ​ຕອນ ​ແລະ ຫັນເປັສສີຂຽວ​ໃນ​ຂົງ​ເຂດ​ກະສິກຳ.

ທີ​ສາມ, ຊຸກຍູ້​ການ​ປະສານ​ສົມທົບ ​ແລະ ​ແບ່ງປັນ​ຂໍ້​ມູນ​ຂ່າວສານ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ນ້ຳ​ແບບ​ຍືນ​ຍົງ, ​ໃນ​ນັ້ນ​ມີ​ແຫຼ່ງນ້ຳ​ຂ້າມຊາຍ​ແດນ, ຊັບພະຍາກອນ​ທາງ​ທະ​ເລ, ​ແລະ ການ​ຮ່ວມ​ມື​ໃຕ້​-ໃຕ້. ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຕັ້ງໜ້າ​ສະໜັບສະໜູນ​ການ​ປະຕິບັດ​ສັນຍາ​ປາຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ກອບ Sendai ກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມ​ສ່ຽງ​ໄພພິບັດ ​ເພື່ອ​ຮ່ວມ​ມືກໍ່ສ້າງ​ລະບົບ​ປ້ອງ​ກັນ​ໄພທຳມະຊາດ, ຍົກສູງຄວາມ​ຍືນ​ຍົງ ​ແລະ ຄວາມສາມາດໃນການຕ້ານ​ໄພ​ທຳ​ມະ​ຊາດ, ​ໂດຍ​ເນັ້ນ​ໜັກ​ເປັນ​ພິ​ເສດ​ເຖິງ​ການ​ຄຸ້ມ​ຄອງ​ຄວາມ​ສ່ຽງ​ໃນ​ຊຸມ​ຊົນ ​ແລະ ພັດທະນາ​ຊົນນະບົດ​ແບບ​ຍືນ​ຍົງ.

ຄຳຮຸ່ງ

Tags: FAO

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.