ນັກຮຽນ ມ 4, ມ 7 ຢູ່ນະຄອນໂຮ່ຈີມິນ ໄດ້ກັບຄືນໄປຮຽນຢູ່ໂຮງຮຽນ

07:07 | 18/12/2021

ຍສໝ - ຫວ່າງແລ້ວນີ້, ນັກ​ຮຽນ​ຊັ້ນ ມ 4 ແລະ ມ 7 ຢູ່​ນະ​ຄອນ​ໂຮ່​ຈິ​ມິນ ໄດ້​ກັບ​ຄືນ​ໄປ​ຮຽນຢູ່ໂຮງ​ຮຽນ​ໂດຍກົງ​ຢ່າງ​ເປັນ​ທາງ​ການ ຫຼັງ​ຈາກ​ການ​ຮຽນ​ອອນ​ໄລ​ນ​ຫຼາຍ​ເດືອນ​ຍ້ອນ​ໂລກ​ລະ​ບາດ Covid-19.

ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360 ເກິ່ນເທີ ໄດ້ຮັບ ແລະແຈກຢາຍເຄື່ອງຊ່ວຍເຫຼືອເພື່ອປ້ອງກັນ ແລະ ຄວບຄຸມ COVID-19 ສະໜັບສະໜູນໂດຍ ອົງການ WWO ແລະ ສະຖານທູດໄອແລນ/FHI 360
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ: ກໍາລັງສາທາລະນະສຸກໄດ້ປະກອບສ່ວນອັນສໍາຄັນຫຼາຍໃນການປ້ອງກັນການລະບາດຂອງພະຍາດ COVID-19

ນີ້ແມ່ນ 2 ຊັ້ນຮຽນທີ່ນະຄອນໂຮ່ຈີມິນ ເລືອກເຟັ້ນເພື່ອທົດລອງການຈັດຕັ້ງການຮຽນ-ການສອນໂດຍກົງ (2 ອາທິດ) ໃນສະພາບການປັບຕົວເຂົ້າກັບສະພາບການໃໝ່. ຜົນ​ການ​ສຳ​ຫຼວດຄວາມຄິດເຫັນຂອງຜູ້ປົກຄອງນັກຮຽນ ​ຊັ້ນ ມ 4 ແລະ ມ 7 ໂດຍພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ນະຄອນໂຮ່ຈີ​ມິນ ປະຕິບັດ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ຜູ້ປົກຄອງນັກຮຽນ​ເກືອບ 80% ​ເຫັນ​ດີ​ກັບ​ນະ​ໂຍບາຍ​ໃຫ້​ນັກຮຽນ​ໄດ້​ຮຽນ​ຢູ່​ໂຮງຮຽນ​ໂດຍ​ກົງ.

ນັກຮຽນ ມ 4, ມ 7 ຢູ່ນະຄອນໂຮ່ຈີມິນ ໄດ້ກັບຄືນໄປຮຽນຢູ່ໂຮງຮຽນ
ນັກຮຽນ ມ 4, ມ 7 ຢູ່ນະຄອນໂຮ່ຈີມິນ ໄດ້ກັບຄືນໄປຮຽນຢູ່ໂຮງຮຽນ. (ພາບ: ngaynay.vn)

ເມື່ອນັກຮຽນມາໂຮງຮຽນ, ເຂົາເຈົ້າ ຕ້ອງປະຕິບັດຕາມຫຼັກການ 5K, ໂຮງຮຽນສ່ວນຫຼາຍ ແມ່ນປະຕິບັດຕາມຄຳແນະນຳ ແລະ ຄຳກ່າວເຕືອນຂອງຂະແໜງການສຶກສາ ແລະ ສາທາລະນະສຸກ ກ່ຽວກັບການສະກັດກັ້ນພະຍາດລະບາດ ດ້ວຍແຜນການ ແລະ ຂັ້ນຕອນຢ່າງເຂັ້ມງວດ.

ຫວ່າງແລ້ວນີ້, ການ​ນຳ​ຂອງ​ພະ​ແນ​ກສາທາ​ລະນະ​ສຸກ ​ແລະ ​ພະ​ແນ​ກສຶກສາ ​ແລະ ບຳລຸງ​ສ້າງ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ສຳ​ຫຼວດ ​ແລະ ກວດກາ​ການ​ປະຕິບັດ​ແຜນການ​ຈັດ​ຕັ້ງ​ການ​ສິດສອນ​ໂດຍກົງ​ ຢູ່​ໂຮງຮຽນ​ຈຳນວນ​ໜຶ່ງ.

ທ່ານ ຕັງຈີ໋ແທືອງ, ຫົວໜ້າພະແນກສາທາລະນະສຸກ ນະຄອນໂຮ່ຈີມິນ ຕີລາຄາວ່າ ໂຮງຮຽນທັງໝົດໄດ້ກະກຽມແຜນການຕ້ອນຮັບນັກຮຽນເປັນຢ່າງດີ, ພິເສດແມ່ນ ໃນຂັ້ນຕອນກວດການັກຮຽນກ່ອນເຂົ້າໂຮງຮຽນ.

ບັນດາໂຮງຮຽນບໍ່ຄວນກັງວົນເກີນໄປ ເພາະວ່າຂະແໜງການ ໄດ້ມີຄໍາແນະນໍາການຈັດການຢ່າງຄົບຖ້ວນແລ້ວ; ນອກຈາກນັ້ນ, ນັກຮຽນໃນຊັ້ນ ມ 4 ແລະ ມ 7 ກໍໄດ້ຮັບການສັກຢາກັນພະຍາດຢ່າງຄົບຖ້ວນ. ເຖິງຢ່າງໃດກໍ່ຕາມ, ບັນດາໂຮງຮຽນ ຕ້ອງໄດ້ຕິດຕາມກວດກາສຸຂະພາບຂອງນັກຮຽນ, ໂດຍສະເພາະແມ່ນ ຜູ້ທີ່ມີພະຍາດປະຈຳຕົວ.

ບົນ​ພື້ນຖານ​ການຈັດ​ຕັ້ງ​ທົດ​ລອງ​ ພ້ອມ​ກັບ​ການ​ຜັນແປ​ຕົວ​ຈິງ​ຂອງ​ການ​ແຜ່​ລະບາດ, ນະຄອນ​ຈະ​ຄິດ​ໄລ່ ​ການຄ່ອຍໆເປີດກວ້າງ​ບັນດາ​ເປົ້າໝາຍ ​ທີ່ຈະໄດ້ກັບຄືນໄປຮຽນຢູ່ໂຮງຮຽນໂດຍກົງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.