ມານະພະຍາຍາມເພື່ອເຮັດໃຫ້ການທູດປະຊາຊົນເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມຮອບດ້ານ ແລະ ທັນສະໄໝ

17:17 | 14/12/2021

ຍສໝ - ເຂົ້າ​ຮ່ວມ​ກອງ​ປະຊຸມ​ການ​ຕ່າງປະ​ເທດທົ່ວປະເທດ​ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ, ທ່ານນາງ ຫງວຽນເຟືອງງາ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້ປະກອບຄຳເຫັນ “​ເສີມ​ຂະຫຍາຍ​ບົດບາດ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ການ​ທູດ​ປະຊາຊົນ, ​ແມ່ນ​ເສົາ​ຄ້ຳໜຶ່ງ​ຂອງພື້ນຖານ​ການ​ທູດ​ຫວຽດນາມ​ຢ່າງຮອບດ້ານ ​ແລະ ທັນ​ສະ​ໄໝ”.

ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອາຊຽນ ໄອຊີທີ ທ່ານ ທັນສະໄໝ ກົມມະສິດ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີອາຊຽນ ໄອຊີທີ
ຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ - ໜ້າທີ່ສຳຄັນອັນດັບໜຶ່ງ ໃນວິວັດການກໍ່ສ້າງສັງຄົມນິຍົມ ຢູ່ຫວຽດນາມ ຍູ້ແຮງການຫັນເປັນອຸດສາຫະກຳ ທັນສະໄໝ ໃນກະສິກຳ ຊົນນະບົດ - ໜ້າທີ່ສຳຄັນອັນດັບໜຶ່ງ ໃນວິວັດການກໍ່ສ້າງສັງຄົມນິຍົມ ຢູ່ຫວຽດນາມ

ຕາມ​ທ່ານ​ນາງ ຫງວຽນ​ເຟືອງ​ງາ ​ແລ້ວ, ບັນດາ​ຜູ້​ເຮັດ​ວຽກ​ງານ​ການ​ຕ່າງປະ​ເທດ​ລ້ວນ​ແຕ່​ຮູ້ສຶກພາກພູມໃຈເມື່ອ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ​ ​ໄດ້ຍົກອອກຢ່າງຈະແຈ້ງ​ນະ​ໂຍບາຍ “ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ນໍາໜ້າຂອງວຽກ​ງານ​ການ​ຕ່າງປະ​ເທດ​ໃນ​ການ​ສ້າງສາ ​ແລະ ຮັກສາ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ສະຖຽນ​ລະ​ພາບ, ລະດົມບັນດາແຫຼ່ງກໍາລັງ​ພາຍ​ນອກ​ເພື່ອ​ພັດທະນາ, ​ຍັກສູງ​ທີ່​ຕັ້ງ ​ແລະ ອິດທິພົນຂອງ​ປະ​ເທດ. ກໍ່ສ້າງ​ພື້ນຖານການ​ທູດ​ຫວຽດນາມຢ່າງ​ຮອບດ້ານ ​ແລະ ທັນ​ສະ​ໄໝ ດ້ວຍ 3 ​ເສົາ​ຄ້ຳ ຄື: ການ​ທູດ​ຂອງ​ພັກ, ການ​ທູດ​ຂອງລັດ ​ແລະ ການ​ທູດ​ປະຊາຊົນ”.

ມານະພະຍາຍາມເພື່ອເຮັດໃຫ້ການທູດປະຊາຊົນເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມຮອບດ້ານ ແລະ ທັນສະໄໝ
ທ່ານນາງ ຫງວຽນເຟືອງງາ ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ. ພາບ TTXVN

ການ​ທູດ​ປະຊາຊົນ ທັງ​ແມ່ນ​ລັກສະນະ​ພິ​ເສດ, ປະດິດຄິດສ້າງ ທັງ​ເປັນ​ຊັບ​ສິນ, ສິ່ງລໍ້າຄ່າ, ​ ປະສົບ​ການ​ອັນ​ລ້ຳ​ຄ່າ​ຂອງ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ ຫວຽດນາມ. ​ໃນ​ສະພາບ​ການ​ໂລກ​ທີ່​ສັບສົນ, ສິ່ງ​ທ້າ​ທາຍ ​ແລະ ກາລະ​ໂອກາດ, ມີທັງເປົ້າໝາຍ ​ແລະ ບັນດາ​ຄູ່​ຮ່ວມ​ມື​, ທັງ​ຕໍ່ສູ້ ທັງຮ່ວມ​ມື​, ຍິ່ງກວ່າເວລາໃດໝົດ, ການ​ທູດ​ປະຊາຊົນ​ຕ້ອງ​ເສີມຂະຫຍາຍ​ກຳລັງບົ່ມຊ້ອນ​, ທີ່​ຕັ້ງ​ຂອງ​ປະ​ເທດ, ທ່າ​ໄດ້​ປຽບຂອງການ​ທູດ​ປະຊາຊົນ, ນຳ​ໜ້າ​ໃນ​ການ​ກໍ່ສ້າງ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ພື້ນຖານ​ສັງຄົມ​ມິດຕະພາບ​ກັບ​ບັນດາ​ປະ​ເທດ, ຍາດ​ແຍ່ງ​ການສະໜັບສະໜູນ ແລະ ແຫຼ່ງຊັບພະຍາກອນ​ສາກົນ, ສ້າງ​ສະພາບ​ແວດ​ລ້ອມແຫ່ງ​ສັນຕິພາບ, ສະດວກ​ສະບາຍ ໃຫ້ການ​ເພີ່ມ​ທະວີ​ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ, ໜູນຊ່ວຍຢ່າງມີປະສິດທິພາບ, ​​ປະສິດທິ​ຜົນໃຫ້ແກ່ການ​ທູດ​ຂອງ​ພັກ ​ແລະ ການ​ທູດຂອງລັດ.

​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ຂອງ “​ເສົາ​ຄ້ຳ​ການ​ທູດ​ປະຊາຊົນ” ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສະ​ເໜີ 3 ກຸ່ມວິທີ​ການແກ້​ໄຂ ​ແລະ 2 ຂໍ້​ສະ​ເໜີ​ແນະ. ລາຍລະອຽດຄືດັ່ງຕໍ່ໄປນີ້:

ສາມ​ກຸ່ມວິທີ​ແກ້​ໄຂ​ແມ່ນ​:

ທີ​ໜຶ່ງ: ເຊື່ອມຊຶມມະຕິ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຢ່າງ ເລິກ​ເຊິ່ງ, ຍົກ​ສູງ​ຄວາມ​ຮັບຮູ້ເປັນເອກະພາບໃນ​ທົ່ວ​ລະບົບ​ການ​ເມືອງ​ກ່ຽວ​ກັບ​ບົດບາດ, ທີ່​ຕັ້ງ, ​ຄວາມ​ສຳຄັນ​ຂອງ​ການ​ທູດ​ປະຊາຊົນ, ຮັບປະກັນ​ການ​​ນຳພາ​ຮອບດ້ານ, ​ ເດັດຂາດ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງລວມ​ສູນ​​ຂອງ​ລັດ, ​ການສົມທົບກັນ​ຢ່າງໃກ້ຊິດ, ​ມີ​ປະສິດທິ​ຜົນ, ​ແບ່ງ​ບົດບາດ, ​ການໜູນ​ຊ່ວຍລະຫວ່າງ​ບັນດາ​ເສົາ​ຄ້ຳ​ການ​ຕ່າງປະ​ເທດ​, ລະຫວ່າງບັນດາອົງການຈັດຕັ້ງປະຊາຊົນ ຢູ່ ​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ເພື່ອເສີມ​ຂະຫຍາຍໄດ້​ບັນດາ​ທ່າ​ແຮງ​ສະ​ເພາະ​ຂອງ​ແຕ່ລະ​ອົງການ, ​ແຕ່ລະ​ເສົາ​ຄ້ຳ ແລະ ກໍາລັງແຮງສັງລວມຂອງ​ການ​ຕ່າງປະ​ເທດ​ຂອງ​ຫວຽດນາມ.

ກຸ່ມ​ທີ 2: ປ່ຽນແປງໃໝ່​ເນື້ອ​ໃນ, ວິທີ​ການ​ຢ່າງ​ແຂງ​ແຮງ, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ໃນ​ທຸກ​ຂົງ​ເຂດ, ປັບ​ຕົວ​ເຂົ້າ​ກັບ​ສະພາບ​ການ ​ແລະ ໜ້າທີ່ວຽກ​ງານ​ໃໝ່. ຕິດແທດກັບທິດນຳ “ເປັນເຈົ້າການ, ມີໄຫວພິບ, ​ມີ​ຫົວຄິດ​ປະດິດ​ສ້າງ, ມີ​ປະສິດທິ​ຜົນ”, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ, ປັບປຸງ, ເປີດກວ້າງ, ຫັນເປັນຫຼາຍຮູບຫຼາຍແບບ​​ເຄືອ​ຂ່າຍ​ຄູ່​ຮ່ວມ​ມື, ກຳລັງ, ຂອບ​ເຂດ​ການ​ເຄື່ອນ​ໄຫວ, ສ້າງ​ຜົນ​ປະ​ໂຫຍ​ດ​ສະຫຼັບກັບຄວາມໄວ້ເນື້ອເຊື່ອໃຈ​, ປະຕິບັດ​ບົດບາດ​ເປັນ “ຂົວ​ເຊື່ອມຕໍ່” ໃຫ້​ເປັນ​ຢ່າງ​ດີ. ປະກອບສ່ວນຊຸກຍູ້​ການ​ພົວພັນ​ມິດຕະພາບ, ​ ການຮ່ວມມືລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ, ພິ​ເສດ​ແມ່ນ​ປະຊາຊົນ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ອາ​ຊຽນ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຮອບດ້ານ, ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ, ​ເຂົ້າສູ່ລວງເລິກ​, ໝັ້ນຄົງ, ຍືນ​ຍົງ ​ແລະ ລະດົມ​ແຫຼ່ງກຳລັງ​ສາກົນ​ເພື່ອ​ປະຕິບັດ​ບັນດາ​ເປົ້າໝາຍການ​ພັດທະນາ​ຂອງ​ປະ​ເທດ. ເປັນເຈົ້າການຊຸກຍູ້, ປົກ​ປັກ​ຮັກສາສິດ​ຜົນ​ປະ​ໂຫຍ​ດຂອງ​ປະ​ເທດ​ຊາດ - ຊົນຊາດ, ຍາດແຍ່ງການສະໜັບສະໜູນ​ຂອງເພື່ອນ​ມິດສາ​ກົນ ​ແລະ ພໍ່ແມ່ພີ່ນ້ອງ​ເຮົາທີ່​ຢູ່​ຕ່າງປະ​ເທດ, ພ້ອມກັນນັ້ນ ກໍ່ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນບັນດາຄວາມມານະພະຍາຍາມຂອງປະຊາຄົມສາກົນຊຸກຍູ້​ການ​ເຈລະຈາ, ປະຕິບັດ​ກົດໝາຍ​ສາກົນ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ.

ມານະພະຍາຍາມເພື່ອເຮັດໃຫ້ການທູດປະຊາຊົນເປັນເສົາຄ້ຳຂອງພື້ນຖານການທູດຫວຽດນາມຮອບດ້ານ ແລະ ທັນສະໄໝ
ບັນດາຜູ້ແທນເຂົ້າຮ່ວມກອງ​ປະຊຸມ. ພາບTTXVN

ກຸ່ມ​ທີ​ສາມ: ກໍ່ສ້າງ​ກຳລັງ​ການທູດປະຊາຊົນທີ່ “​ເຂັ້ມ​ແຂງ”. ​ບູລະນະອົງ​ການຈັດ​ຕັ້ງ, ປັບປຸງ​ກົນ​ໄກ, ນະ​ໂຍບາຍ​​ເພື່ອ​ຮັບປະກັນແຫຼ່ງກໍາລັງ​​ການ​ເງິນ ​ແລະ ຊັບພະຍາກອນ​ມະນຸດ​ໃຫ້​ແກ່​ການ​ທູດ​ປະຊາຊົນ, ຖືເປັນສໍາຄັນການ​ບຳລຸງ​ສ້າງ, ບຳລຸງ​, ກໍ່​ສ້າງ​ຖັນແຖວພະນັກງານ​ການ​ທູດປະຊາຊົນສະເພາະກິດຢ່າງ​ໝັ້ນຄົງ, ​ມີຄຸນສົມບັດ​ປະຕິວັດ ແລະ ຈັນຍາບັນ, ມີຄຸນນະທາດທາງດ້ານການເມືອງ, ສຸດອົກສຸດໃຈ, ມີຄວາມສາມາດເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງວຽກງານ.

ສອງ​ຂໍ້​ສະ​ເຫນີ​ແນະ​ແມ່ນ​:

ທີໜຶ່ງ: ຄະນະ​ເລຂາທິການ​ສູນ​ກາງ​ພັກ​ປະກາດໃຊ້ຄຳສັ່ງ​ສະບັບ​ໃໝ່​ກ່ຽວ​ກັບ​ການ​​ທູດ​ປະຊາຊົນ​ ໂດຍໄວ ເພື່ອປ່ຽນແທນ​ຄຳ​ສັ່ງ​ເລກທີ 04-CT/TW ລົງ​ວັນ​ທີ 6 ກໍລະກົດ 2011 ຂອງ​ຄະນະ​ເລຂາທິການ (​ສະ​ໄໝ​ທີ XI) ​ໃຫ້​ເໝາະ​ສົມ​ກັບ​ບົດບາດ​, ໜ້າທີ່ໃໝ່ ເຊິ່ງແມ່ນເສົາຄໍ້າຂອງນະໂຍບາຍການຕ່າງປະເທດຂອງຫວຽດນາມ.

ທີສອງ: ຫັນບັນດາ​ອົງການ​ຄຸ້ມ​ຄອງ​ລັດເປັນກົດບັນຢັດຢ່າງທັນການ ແລະ ​ຈັດ​ຕັ້ງ​ປະຕິບັດ​ແນວທາງ ​ແລະ ນະ​ໂຍບາຍ​ຂອງ​ພັກ​ຢ່າງສະເໝີຕົ້ນສະເໝີປາຍ, ສ້າງ​ເງື່ອນ​ໄຂ​ສະດວກ, ຮັບປະກັນ​ແຫຼ່ງກໍາລັງ​ທີ່​ເໝາະ​ສົມ​ ເພື່ອ​ການ​ທູດ​ປະຊາຊົນ​ປະຕິບັດ​ສຳ​ເລັດ​ໜ້າ​ທີ່.

ທ່ານ​ນາງ ປະທານ​ ຫງວຽນ​ເຟືອງ​ງາ ກໍ່ໄດ້​ເນັ້ນ​ໜັກ​ວ່າ ບັນດາບຸກຄົນ​ທີ່​ເຮັດ​ວຽກ​ງານ​ການ​ທູດ​ປະຊາຊົນ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງຕົນ ເພື່່ອ​ການ​ທູດປະຊາຊົນຈະ​ເປັນ​ເສົາ​ຄ້ຳ​ຂອງພື້ນຖານ​ການ​ທູດ​ຫວຽດນາມ ຮອບດ້ານ ​ແລະ ທັນ​ສະ​ໄໝຢ່າງແທ້ຈິງ, ປະກອບສ່ວນ​ເຂົ້າ​ໃນ​ການປະຕິບັດຄວາມຕັ້ງຫວັງ​​ສ້າງສາ​ປະ​ເທດ​ຫວຽດ​ນາມ​ໃຫ້​ເຂັ້ມ​ແຂງ, ຮຸ່ງ​ເຮືອງ, ມີ​ຄວາມ​ຜາ​ສຸກ ແລະ ເພີ່ມ​ທະ​ວີ​ສັນ​ຕິ​ພາບ ແລ ະນໍ້າໃຈມິດ​ຕະ​ພາບ​ ລະຫວ່າງປະ​ຊາ​ຊົນ​ໃນ​ທົ່ວ​ໂລກ.

ໄຊພອນ

ເຫດການ
302 Found

Found

The document has moved here.