ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ

11:46 | 24/10/2018

ຍສມ - ໂຮ້ຍອານ ຂອງ ຫວຽດນາມ ຫາກໍ່ເລື່ອນຂື້ນມາຕິດອັນດັບນະຄອນທີ່ງາມທີ່ສຸດຂອງທະວີບ ອາຊີ ປີ 2018 ໂດຍ ວາລະສານ ທ່ອງທ່ຽວ Travel Land Leisure ເປັນຜູ້ເລືອກ.

ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ

(ພາບ: Pinterest)

ລາຍຊື່ດັ່ງກ່າວນີ້ຂອງ Travel Land Leisure ອີງມາຈາກປະສົບການທ່ອງທ່ຽວ ຂອງ ຜູ້ອ່ານ ທົ່ວໂລກ ກ່ຽວກັບ ສະຖານທີ່ທ່ອງທ່ຽວ, ເຂດທ່ອງທ່ຽວທີ່ມີຊື່, ວັດທະນະທຳ, ອາຫານ, ລະດັບຄວາມເປັນມິດຂອງຜູ້ຄົນເຂດນັ້ນ, ການໃຊ້ຈ່າຍ(ຊ໋ອບປິ້ງ)... ຢູ່ບັນດານະຄອນທີ່ເຂົາໄດ້ໄປທ່ຽວ.

“ ຄວາມຫຼາກຫຼາຍແມ່ນສິ່ງສຳຄັນ ທີ່ນັກທ່ອງທ່ຽວຊອກຫາ ບັນດານະຄອນຢູ່ ທະວີບອາຊີ , ອີກຄັ້ງໜຶ່ງຕໍ່ອີກຄັ້ງໜຶ່ງ: ບໍ່ມີນະຄອນໃດຄືກັນເລີຍ, ແຕ່ລະແຫ່ງມີສິ່ງທີ່ແຕກຕ່າງໃໝ່ ຂອງ ທະວີບທີ່ກວ້າງໃຫຍ່ໄພສານນີ້.

ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ

ໂຮ້ຍອານ ແມ່ນໜື່ງໃນຕົວເມືອງ ຕັ້ງຢູ່ ຕອນລຸ່ມຂອງແມ່ນຳ້ ທູໂບ່ນ, ຂື້ນກັບເຂດທົ່ງພຽງແຄມທະເລຂອງ ແຂວງ ກວ້າງນາມ, ສສ ຫວຽດນາ, ຫ່າງຈາກ ນະຄອນດ່າໜັງ ປະມານ 30 ກິໂລແມັດໄປທາງໃຕ້. ຍ້ອນໄດ້ຮັບຜົນສະທ້ອນຈາກ ພູມສັນຖານ ແລະ ພູມອາກາດ ສະດວກ, ໂຮ້ຍອານ ເຄີຍເປັນທ່ານເຮືອການຄ້າສາກົນອັນຟົດຟື້ນ, ເປັນຈຸດນັດພົບກັນຂອງ ເຮືອສຳເພົາ ປະເທດຍີປຸ່ນ, ຈີນ ແລະ ຊາວຕາເວັນຕົກ ຕະຫຼອດສັດຕະວັດທີ XVII ແລ ະ XVIII.

ພ້ອມກັນນັ້ນບັນດາຄຸນຄ່າດ້ານວັດທະນະທຳ ຂອງເຄຫະສະຖານ, ໂຮ້ຍອານ ຍັງເປັນບ່ອນເກັບຮັກສາ ພື້ນຖານດ້ານວັດທະນະທຳ ນາມມະທຳ ອັນຫຼາກຫຼາຍ ແລະ ອຸດົມສົມບູນ. ວິຖີຊີວິດທຳມະດາຂອງປະຊາຊົນເມືອງເກົ່າ ດ້ວຍຮີດຄອງປະເພນີ, ການກຳລົງຊີວິດ ເຊື່ອຖື, ສິນລະປະພື້ນບ້ານ, ງານບຸນວັດທະນະທຳ ຍັງຄົງ ໄດ້ຮັບການອະນຸລັກ ແລະ ພັດທະນາ. ໂຮ້ຍອານ ປຽບເໝືອນ ຫໍພິພິດຕະພັນ ທີ່ມີຊີວິດ ກ່ຽວກັບ ຄະຫະສະຖາານ ແລະ ວິຖີຊີວິດ ຂອງຄົນຕົວເມືອງ.

ໂຮ້ຍອານ ຕິດ ໃນ 10 ອັນດັບ ນະຄອນທີ່ງາມທີ່ສຸດ ຂອງ ທະວີບອາຊີ

ຮ່ວມກັບ ນະຄອນໂຮ້ຍອານ , ແຂວງ ກວ້າງນາມ ຂອງ ຫວຽດນາມ ຍັງມີບັນດານະຄອນ ທີ່ມີຊື່ສຽງອື່ນໆ ຂອງບັນດາປະເທດ ຂອງ ທະວີບອາຊີ ຕິດໃນທ໋ອບ 15 ນະຄອນທີ່ງາມທີ່ສຸດເຊິ່ງປະກອບມີ: Udaipur - ອິນເດຍ; Upud- ອິນໂດເນເຊຍ; Kyoto - ຍີປຸ່ນ; Luang Prabang – ລາວ; Chiang Mai- ໄທ; Bangkok - ໄທ; Tokyo- ຍີປຸ່ນ; Siem Reap- ກຳປູເຈຍ; Thimphu – ປູຖານ…

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.