ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ ໃນການດຳເນີນການສືບສວນ-ສອບສວນ

14:03 | 12/06/2019

ຕອນບ່າຍວັນທີ 11 ມິຖຸນາ 2019, ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສີໄສ ລືເດດມູນສອນ ຮອງປະທານສະພາແຫ່ງຊາດ, ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ຂຶ້ນລາຍງານຕໍ່ກອງປະຊຸມ ກ່ຽວກັບການຕິດຕາມກວດກາການປະຕິບັດກົດໝາຍ ຂອງອົງການສືບສວນ-ສອບສວນ ຕາມມາດຕາ 42 ຂໍ້ 2, ຂໍ້ 5 ແລະ ຂໍ້ 6 ຂອງກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ.

ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ ໃນການດຳເນີນການສືບສວນ-ສອບສວນ

ທ່ານ ຄໍາສານ ສຸວົງ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ.(ພາບ:pasaxon.org.la)

ໃນປີ 2018 ຜ່ານມາໄດ້ອອກຄຳສັ່ງເປີດການສືບສວນ-ສອບສວນ 721 ສະບັບ, ອອກຄໍາສັ່ງຈັບຕົວ 1.900 ສະບັບ, ອອກຄຳສັ່ງກັກຂັງພາງ 8.061 ສະບັບ, ອອກຄໍາສັ່ງຕໍ່ກຳນົດເວລາກັກຂັງພາງ 5.641 ສະບັບ, ອອກຄໍາສັ່ງປ່ອຍຕົວພາງ 766 ສະບັບ, ອອກຄໍາສັ່ງແນະນໍາກ່ຽວກັບການດຳເນີນຄະດີອາຍາ 1.161 ສະບັບ. ຕິດຕາມການກວດກາການປະກອບຂໍ້ມູນຫຼັກຖານຕ່າງໆໃນສຳນວນຄະດີ 10.068 ເລື່ອງ ແລະ ໄດ້ມີຄຳເຫັນຕາມມາດຕາ 152 ຂອງກົດໝາຍວ່າດ້ວຍການດຳເນີນຄະດີອາຍາ ເຊັ່ນ: ໄດ້ສົ່ງສຳນວນຄະດີຄືນໃຫ້ເຈົ້າໜ້າທີ່ ເພື່ອດຳເນີນການສືບສວນ-ສອບສວນຄືນໃໝ່ 2.213 ເລື່ອງ ທີ່ເຫັນວ່າຂໍ້ມູນຫຼັກຖານບໍ່ທັນຄົບຖ້ວນ ແລະ ໜັກແໜ້ນຮັດກຸມ ເທົ່າກັບ 21,98%, ໂຈະການດໍາເນີນຄະດີ 41 ເລື່ອງ ເທົ່າກັບ 0,40%, ຊັດມ້ຽນຄະດີທາງດ້ານກົດໝາຍ 345 ເລື່ອງ ເທົ່າກັບ 3,42%; ຖະແຫຼງສົ່ງສານຂັ້ນຕົ້ນ 6.706 ເລື່ອງ ເທົ່າກັບ 66,60% ຂອງສຳນວນຄະດີອົງການສືບສວນ-ສອບສວນສົ່ງມາ. ອົງການສືບສວນ-ສອບສວນເຈົ້າໜ້າທີ່ຕໍາຫຼວດ ໄດ້ເອົາໃຈໃສ່ປະຕິບັດສິດ ແລະ ໜ້າທີ່ ໃນການດຳເນີນການສືບສວນ-ສອບສວນ ໂດຍລວມປະຕິບັດໄດ້ຢ່າງຄົບຖ້ວນ ແລະ ຖືກຕ້ອງຕາມກົດໝາຍກຳນົດໄວ້ ຊຶ່ງໃນສະຖິຕິຄະດີອາຍາ ທີ່ອົງການສືບສວນ-ສອບສວນ ໄດ້ສະຫຼຸບສົ່ງໃຫ້ອົງການໄອຍະການປະຊາຊົນ ໃນປີ 2018 ມີ 10.068 ເລື່ອງ, ໃນນັ້ນ ອົງການໄອຍະການປະຊາຊົນໄດ້ສັ່ງຟ້ອງ ແລະ ຖະແຫຼງໃຫ້ສານປະຊາຊົນ ພິຈາລະນາຕັດສິນແລ້ວ 6.706 ເລື່ອງ ເທົ່າກັບ 66,60%.

(ໄຊພອນ)

ເຫດການ
302 Found

Found

The document has moved here.