ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າຂອງຫວຽດນາມ ສືບຕໍ່ຮັກສາທ່າເຕີບໂຕ

13:15 | 07/10/2021

9 ເດືອນ ຕົ້ນປີ 2021, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຂອງຫວຽດນາມ ຄາດວ່າບັນລຸ 35,5 ຕື້ USD, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງບັນລຸປະມານ 11,97 ຕື້ USD, ເພີ່ມຂຶ້ນ 31,6 %...

ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ ຫວຽດນາມ: ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຄາດວ່າບັນລຸເກືອບ 46 ຕື້ ໂດລາສະຫະລັດ
ໃນ 7 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 22 ຕື້ USD ໃນ 7 ເດືອນຕົ້ນປີ 2020, ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນໍ້າຂອງຫວຽດນາມ ຄາດວ່າບັນລຸກວ່າ 22 ຕື້ USD
ພາບປະກອບ
ພາບປະກອບ

ອີງຕາມກົມໃຫຍ່ສະຖິຕິ, ອັດຕາການເຕີບໂຕມູນຄ່າເພີ່ມຂອງຂະແໜງກະສິກໍາໃນ 9 ເດືອນບັນລຸ 2,74% ແລະ ປະກອບສ່ວນ 23,52% ເຂົ້າໃນລະດັບການເຕີບໂຕລວມຂອງເສດຖະກິດທັງໝົດ (GDP ຂອງທົ່ວປະເທດ +1,42%). ໃນສະພາບການແຜ່ລະບາດຂອງພະຍາດໂຄວິດ -19, ກະສິກໍາ ຍັງຮັບປະກັນແຫຼ່ງສະໜອງສະບຽງອາຫານທີ່ອຸດົມສົມບູນ, ຮັບໃຊ້ຄວາມຕ້ອງການບໍລິໂພກພາຍໃນປະເທດແລະ ການສົ່ງອອກ. ບັນດາຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນໍ້າ ລ້ວນແຕ່ເພີ່ມຂຶ້ນທັງທາງດ້ານປະລິມານ ແລະ ມູນຄ່າການສົ່ງອອກ:

ວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຄາດວ່າບັນລຸ 35,5 ຕື້ USD, ເພີ່ມຂຶ້ນ 17,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການສົ່ງອອກຜະລິດຕະພັນກະເສດຫຼັກຄາດວ່າບັນລຸ 15,8 ຕື້ USD, ເພີ່ມຂຶ້ນ 14,4%; ການສົ່ງອອກຜະລິດຕະພັນເຄື່ອງປ່າຂອງດົງບັນລຸປະມານ 11,97 ຕື້ USD, ເພີ່ມຂຶ້ນ 31,6%; ຜະລິດຕະພັນສິນໃນນ້ຳບັນລຸເກືອບ 6,2 ຕື້ USD, ເພີ່ມຂຶ້ນ 2,4%; ການລ້ຽງສັດຄາດວ່າບັນລຸ 345 ລ້ານ USD, ເພີ່ມຂຶ້ນ 17,5%; ໝວດສົ້ນເຂົ້າການຜະລິດ ບັນລຸປະມານ 1,3 ຕື້ USD, ເພີ່ມຂຶ້ນ 31,6%.

ການນໍາເຂົ້າ, ໂດຍສະເພາະແມ່ນວັດຖຸດິບຮັບໃຊ້ການຜະລິດ ຍັງເພີ່ມຂຶ້ນຢ່າງແຮງ, ຄາດວ່າບັນລຸ 32,2 ຕື້USD, ເພີ່ມຂຶ້ນ 41,6%. ເກີນດຸນການຄ້າໃນ 9 ເດືອນບັນລຸກ່ວາ 3,3 ຕື້ USD.

ອາເມລິກາ, ຈີນ, ຍີ່ປຸ່ນ, ສ.ເກົາຫຼີ ແມ່ນ 4 ຕະຫຼາດສົ່ງອອກຕົ້ນຕໍຂອງຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳຂອງ ຫວຽດນາມ ໃນ 9 ເດືອນ ຕົ້ນປີ 2021...

ກະຊວງກະສິກໍາ ແລະ ພັດທະນາຊົນນະບົດໄດ້ຍູ້ແຮງການແກ້ໄຂຄວາມຫຍຸ້ງຍາກ, ອຸປະສັກທາງດ້ານເຕັກນິກ, ການເປີດຕະຫຼາດ. ຊຸກຍູ້ການຄ້າຜະລິດຕະພັນກະສິກໍາ, ເປີດຕະຫຼາດກະສິກໍາກັບບັນດາປະເທດເຊັ່ນ: ເປຣູ, ອົດສະຕາລີ, ບຣາຊິນ, ຈີນ, ສະຫະລັດອາເມລິກາ, ອາຊຽນ, ຣັດເຊຍ, ສາທາລະນະລັດເຊັກໂກ ...

ການເຈລະຈາ, ເຊັນສັນຍາຂໍ້ຕົກລົງຄວບຄູ່ເພື່ອປິດການສືບສວນ 301 ຂອງລັດຖະບານສະຫະລັດອາເມລິກາກ່ຽວກັບການຂຸດຂົ້ນ ແລະ ການຄ້າໄມ້ ລະຫວ່າງຫວຽດນາມ ແລະ ສະຫະລັດ ອາເມລິກາ (ວັນທີ 1 ຕຸລາ).

ຂໍ້ຕົກລົງກັບສະຫະລັດອາເມລິກາ ໃນວັນທີ 1 ຕຸລາ ມີສາມຄວາມໝາຍທີ່ຍິ່ງໃຫຍ່: ທີໜຶ່ງ, ສະຫະລັດອາເມລິກາບໍ່ເກັບພາສີຕໍ່ໄມ້ຂອງຫວຽດນາມ (ນີ້ເປັນຕະຫຼາດສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ໃຫຍ່ທີ່ສຸດຂອງຫວຽດນາມ).

ທີສອງ, ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມແບ່ງປັນຂໍ້ມູນຢ່າງໂປ່ງໃສກັບສະຫະລັດອາເມລິກາ. ພື້ນຖານກະສິກໍາທີ່ໄວ້ໃຈ, ມີຄວາມຮັບຜິດຊອບແບບຍືນຍົງ. ໃນການຖະແຫຼງຂ່າວຫຼັງຈາກສິ້ນສຸດການສືບສວນ, ສະຫະລັດອາເມລິກາໄດ້ຖືຫວຽດນາມເປັນຕົວແບບຂອງຂໍ້ຕົກລົງການຄ້າທີ່ຍືນຍົງໃນທົ່ວໂລກ.

ທີສາມ, ຊ່ວຍຫັນປ່ຽນຂະແໜງປ່າໄມ້ຂອງຫວຽດນາມໄປຕາມທິດຍືນຍົງ ແລະ ເຕີບໂຕຢ່າງໄວວາ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.