ເຫຼົ້າ​ໄຫຂອງ​ຊົນ​ເຜົ່າ S'tieng ​ຖືກ​ຮັບຮອງ​ເປັນ​ມໍຣະດົກທາງ​ວັດທະນະທຳ​ທີ່​ເປັນນາມມະທຳຂອງ​ຊາດ

06:38 | 27/11/2021

ຍສໝ - ຫວ່າງແລ້ວນີ້, ພະ​ແນກວັດ​ທະ​ນະ​ທຳ-ກິ​ລາ-ທ່ອງ​ທ່ຽວ ​ແຂວງ ບິ່ງ​ເຟືອ​ກ ​ໄດ້​ຈັດ​ພິທີ​ປະກາດ​ບັນ​ຊີປະ​ເພດມໍລະດົກ​ວັດທະນະທຳ​ທີ່​ເປັນນາມມະທຳ​ແຫ່ງ​ຊາດ, ພູມ​ປັນ​ຍາ​ພື້ນ​ບ້ານ, ຫັດຖະກຳ​ພື້ນ​ເມືອງ, ​ເຕັກ​ນິກ​ການຜະລິດ​ເຫຼົ້າ​ໄຫ​ຂອງ​ຊົນ​ເຜົ່າ S’tiêng ​ແຂວງ ບິ່ງ​ເຟືອກ.

ຮ່ວມ​ແຮງ​ຮ່ວ​ມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ ຮ່ວມ​ແຮງ​ຮ່ວ​ມ​ໃຈ​, ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ກັນໃນ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄ​ີ​ທົ່ວ​ປວ​ງ​ຊົນ​ທັງ​ຊາດ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ຖ໊າຍງວຽນ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງດິ່ງ​ເຫວ້ ເຂົ້າ​ຮ່ວມ​ວັນ​ບຸນ​ມະ​ຫາ​ສະ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ຢູ່ ຖ໊າຍງວຽນ
ເຫຼົ້າ​ໄຫຂອງ​ຊົນ​ເຜົ່າ S'tieng ​ຖືກ​ຮັບຮອງ​ເປັນ​ມໍຣະດົກທາງ​ວັດທະນະທຳ​ທີ່​ເປັນນາມມະທຳຂອງ​ຊາດ
ເຫຼົ້າ​ໄຫຂອງ​ຊົນ​ເຜົ່າ S'tieng ​ຖືກ​ຮັບຮອງ​ເປັນ​ມໍຣະດົກທາງ​ວັດທະນະທຳ​ທີ່​ເປັນນາມມະທຳຂອງ​ຊາດ. ພາບ: sggp.org.vn

ເຫຼົ້າໄຫໃນພາສາ S’tiêng ເອີ້ນວ່າ Đ’rắp S’lung ຫຼື Rơ nơm Đ’rắp ເປັນເຄື່ອງດື່ມພື້ນເມືອງທີ່ມີມາຍາວນານ ແລະ ເປັນເອກະລັກສະເພາະຂອງຊົນ​ເຜົ່າ S’tiêng ໃນແຂວງ ບິງເຝືອກ, ຍັງເປັນເຄື່ອງດື່ມທີ່ຂາດບໍ່ໄດ້ໃນງານບຸນສຳຄັນຕ່າງໆຂອງຊຸມຊົນ ຫຼື ພິ​ທີ​ການສຳຄັນໃຫຍ່​ທີ່​ເປັນ​ຈຸດ​ປ່ຽນຂອງຊົນເຜົ່າ S’tiêng .

ພູມປັນຍາພື້ນບ້ານ, ຫັດຖະກຳພື້ນເມືອງ, ເຕັກນິກການເຮັດເຫຼົ້າໄຫຂອງຊາວເຜົ່າ S’tiêng ໄດ້ກາຍເປັນໜຶ່ງໃນບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກສະເພາະຂອງດິນແດນ ບິ່ງເຟືອກ. ສະນັ້ນ, ວັນທີ 20 ທັນວາ 2019, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ຕົກລົງນຳ​ເອົາເຕັກນິກວິທີການການປຸງແຕ່ງເຫຼົ້າໄຫຂອງຊາວເຜົ່າ S’tiêng ແຂວງ ບິ່ງເຟືອກ ເຂົ້າບັນຊີປະ​ເພດມໍລະດົກທາງວັດທະນະທໍາທີ່​ເປັນນາມມະທໍາແຫ່ງຊາດ ຕາມຂໍ້​ຕົກ​ລົງຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເລກທີ 4597./QD-BVHTTDL.

ໃນພິທີ, ຄະ​ນະນຳຂອງພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ມອບຂໍ້ຕົກລົງ ແລະ ໃບຢັ້ງ​ຢືນເອົາ​ມໍ​ຣະ​ດົກ​ເຂົ້າໃນບັນຊີປະ​ເພດມໍຣະດົກທາງວັດທະນະທຳທີ່​ເປັນນາມມະທຳຂອງຊາດ ໃຫ້ແກ່ 6 ທ້ອງຖິ່ນບ້ານ ທີ່ຍັງຄົງຮັກສາມໍຣະດົກໄວ້ ຄື: ບູຊາເມີບ, ບູດັງ, ເຫີນກວານ ຟູຊ່ຽງ, ເຝືອກລ່ອງ, ລົກນິ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.