ສ​ື່ມວ​ນ​ຊົນ ລັດ​ເຊຍ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະຫະພັນ​ລັດ​ເຊຍ

06:07 | 02/12/2021

ຍ​ສ​ໝ - ບົດຂຽນຂອງຜູ້ຂຽນ Grigory Trofimchuk ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈຂອງສະຫະພັນລັດເຊຍ ບໍ່ພຽງແຕ່ໃນຍຸກ​ສະ​ໄໝ​ສະ​ຫະ​ພາບ ໂຊວຽດ ເທົ່ານັ້ນ ຫາກຍັງໃນປະຈຸບັນນີ້ອີກ​ດ້ວຍ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ) ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ ກັບ ນະ​ຄອນ St.Petersburg (ລັດ​ເຊຍ)
ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ສ້າງ​ບາດ​ກ້າວ​ບຸກ​ທະ​ລຸພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ
ສ​ື່ມວ​ນ​ຊົນ ລັດ​ເຊຍ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະຫະພັນ​ລັດ​ເຊຍ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ Vladimir Putin ແລະ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ (ພາບ: TTXVN)

ວັນ​ທີ 28 ພະຈິກ​ນີ້, ໜັງສືພິມ ເອ​ກະ​ລາດ - ເຊິ່ງ​ແມ່ນ​ເວັບ​ໄຊ​ທີ່ວິເຄາະດ້ານ​ການ​ເມືອງ ​ແລະ ຂ່າວສານ​ສາກົນ​ຂອງ​ສະຫະພັນ​ລັດ​ເຊຍ ​ໄດ້​ລົງ​ພິມ​ບົດ​ຂຽນ​ຂອງ​ທ່ານ Grigory Trofimchuk, ນັກ​ວິເຄາະການ​ເມືອງ​ສາກົນ, ໃນ​ນັ້ນ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານລະ​ຫວ່າງ ຫວຽດນາມ - ລັດ​ເຊຍ, ກໍ່​ຄື​ຄວາມ​ໝາຍ​ສຳຄັນ​ຂອງ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ.

ບົດ​ຂຽນ​ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ທີ່ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ສະຫະພັນ​ລັດ​ເຊຍ ບໍ່​ພຽງ​ແຕ່​ໃນ​ຍຸກສະ​ໄໝ​​ສະຫະພາບ​ໂຊ​ວຽດ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ປະຈຸ​ບັນອີກ​ດ້ວຍ. ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ໃນ​ບັ້ນ​ຕໍ່​ສູ້​ຕ້ານ​ໂລກ​ລະບາດ​ໂຄ​ວິດ-19, ​ເມື່ອ ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທຳ​ອິດ​ໃນ​ໂລກ​ທີ່​ໄດ້ອະນຸມັດ​ວັກ​ຊິນ​ຂອງ​ລັດ​ເຊຍ.

ຢູ່ຫວຽດນາມ, ໃນເດືອນສິງຫາ 2021, ວັກຊິນ Sputnik V ຊຸດທຳອິດໄດ້ຜະລິດສຳເລັດຜົນ. ບົດ​ຂຽນ​ເນັ້ນ​ໜັກ​ວ່າ “ຄວາມ​ເຊື່ອ​ຖື​ຕໍ່​ລັດ​ເຊຍ ແລະ ຕໍ່​ປະ​ຊາ​ຊົນ ລັດ​ເຊຍ ໄດ້​ແຊກ​ຊຶມ​ເຂົ້າ​ໃນ​ເລືອດ​ເນື້ອ​ຂອງ​ຊາວ​ຫວຽດ​ນາມ”. ລັດ​ເຊຍ ​ແລະ ຫວຽດນາມ ມີ​ຄວາມ​ເຫັນ​ເປັນ​ເອກະ​ພາບ​ກ່ຽວ​ກັບ​ຫຼາຍ​ບັນຫາ​ສາກົນ, ​ໂດຍ​ສະ​ເພາະ​ແມ່ນ 2 ປະ​ເທດ​ສະໜັບສະໜູນ​ລະບົບ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ຂອງ​ໂລກ​ຫຼາຍແງ່ມ​ູມ, ​ໃນ​ນັ້ນ​ມີ​ຫຼັກການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ໃຫຍ່​ໃນ​ໂລກ ດ້ວຍ​ວິທີ​ການ​ທາງ​ການ​ທູດ​ສັນຕິພາບ, ບົນ​ພື້ນຖານ​ເຄົາລົບ​ກົດໝາຍ​ສາກົນ.

ທ່ານ Grigory Trofimchuk ຕີ​ລາຄາ​ສູງ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ ຫວຽດນາມ ​​ທີ່​ນັບ​ມື້​ນັບ​ເພ​ີ່ມ​ຂ​ຶ້ນ​ຢູ່​ເວທີ​ສາກົນ. ປະຈຸ​ບັນ, ຫວຽດນາມ ​ແມ່ນ​ສະມາຊິກ​ແຖວ​ໜ້າ​ຂອງ​ ອາ​ຊຽ​ນ, ​ແມ່ນ​ສະມາຊິກ​ທີ່​ພົ້ນ​ເດັ່ນ​ຂອງ​​ເວ​ທີ​ປາ​ໄສກາ​ນ​ຮ່ວມ​ມື​ເສດຖະກິດ ​ອາຊີ - ປາຊີ​ຟິກ (APEC) ​ແລະ ບັນດາ​ອົງການ​ທີ່​ມີ​ຜົນ​ສະ​ທ້ອນອື່ນໆ.

ຫວຽດນາມ ​ແມ່ນ​ປະ​ເທດ​ຕັ້ງ​ຢູ່​ບັນດາ​ເສັ້ນທາງ​ການ​ຄ້າ ​ແລະ ການ​ເມືອງ​ທີ່​ສຳຄັນ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ. ຫວຽດ​ນາມ, ໃນ​ຖາ​ນະ​ແມ່ນ​ປະ​ເທດ​ຮັກ​ຫອມສັນ​ຕິ​ພາບ, ພວມ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​​ບໍ່​ໃຫ້​ເກີດ​ສົງ​ຄາມຄັ້ງ​ໃໝ່​ຢູ່​ພາກ​ພື້ນ. ສິ່ງນີ້​​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ເມື່ອ ຮ່າ​ໂນ້ຍ ຮັກ​ສາບົດບາດ​ເປັນ​ກຳ​ມະ​ການ​ບໍ່ຖາ​ວອນສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ນັ​ບ​ທັງ​ໃນ​ໄລຍະ​ຫຍຸ້ງຍາກ​ທີ່​ສຸດຂອງ​ໂລກ, 2020-2021.

ບົດ​ຂຽນ​ເນັ້ນ​ໜັກ​ວ່າ: ປີ 2015 ສະຫະພັນ​ເສດຖະກິດ ອາ​ຊີ - ເອີ​ລົບ (EAEU) ​ແລະ ຫວຽດນາມ ​ໄດ້​ລົງ​ນາມ​ໃນ​ສັນຍາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ, ຜ່ານ​ນັ້ນ​ ກໍໄດ້​ນຳສະ​ຫະ​ສະມາຄົມ​ເສດຖະກິດ​ນີ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ບໍ່​ພຽງ​ແຕ່​ເປີດ​ກວ້າງ​ການ​ແລກປ່ຽນ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ຂະຫຍາຍ​ເຂດ​ການ​ຄ້າ​ເສລີ ອາ​ຊີ - ​ເອີ​ລົບ ໄປ​ຍັງ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ນຳອີກ ...

ຫວຽດນາມ ​ແມ່ນ “ໜຶ່ງ​ໃນ​ບັນດາປະ​ເທດ​ນຳ​ໜ້າ​ທີ່ສຳຄັນ​ຂອງ​ພາກ​ພື້ນ ອາຊີ - ປາຊີ​ຟິກ ເຊິ່ງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ສຸມ​ຂອງ​ການ​ເຕີບ​ໂຕ​ເສດຖະກິດ - ການ​ເງິນ​ຂອງ​ໂລກ”.

ກ່ຽວ​ກັບ​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ, ທ່ານ Grigory Trofimchuk ​ເນັ້ນ​ໜັກ​ວ່າ: ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ແກ້​ໄຂ​ບັນດາ​ບັນຫາ​ສຳຄັນ​ ໂດຍວິທີການທາງ​ການ​ທູດ​​ສັນຕິພາບ ​ເພາະ​ທ່ານຮູ້​ວ່າສົງຄາມທີ່ແທ້​ຈິງແມ່ນ​ແນວ​ໃດ, ບໍ່​ຄືກັນ​ກັບ​ການ​ຊ້ອມ​ຮົບ​ຫຼື​ ການ​ຝຶກ​ຊ້ອມ. ດ້ວຍ​ເຫດ​ນີ້, ຊາວ​ຫວຽດນາມ​ຈຶ່ງ​ມັກ​ເວົ້າ​ເຖິງ​ອະນາຄົດ​ຫຼາຍ​ກວ່າ​ອະດີດ.

ບົດ​ຂຽນ​ໄດ້ຄັດສະເໜີ​ຖະ​ແຫຼ​ງການ​ຂອງ​ວັງ Kremlin ​ໃຫ້​ຮູ້​ວ່າ: ​ໃນ​ການ​ໂອ້​ລົມ​ທາງ​ໂທລະສັບ​ລະຫວ່າງ​ທ່ານ​ປະທານາທິບໍດີ​ລັດ​ເຊຍ Vladimir Putin ​ແລະ ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ກ່ອນ​ການ​ຢ້ຽມຢາມ​ຄັ້ງ​ນີ້, 2 ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະພາບ “ຂໍ້​ຕົກ​ລົງ​ຮ່ວມ ເພື່ອແນ​ໃສ່​ພັດທະນາ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ທີ່​ມີ​ລະດັບ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.”

ທ່ານ Grigory Trofimchuk ປາດ​ຖະໜາ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ຜ່ານ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ກັບ ຫວຽດນາມ, ລັດ​ເຊຍ ຈະ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຂອງ​ຕົນ​ໃນ​ພາກ​ພື້ນ ອາຊີ - ປາຊີ​ຟິກ, ​ເປັນ​ພາກ​ພື້ນ​ສຳຄັນ​ຂອງ​ໂລກ, ຕັ້ງໜ້າ​ເຂົ້າ​ຮ່ວມການປັບປຸງຄວາມ​ປອດ​ໄພ​ຂອງ​ອາ​ຊີ, ໃນນັ້ນ ມີຄວາມ​ປອດ​ໄພ​ດ້ານ​ພະ​ລັງ​ງານ​ກວ່າ​ອີກ..

ບຸນ​ຄົງ

ເຫດການ
302 Found

Found

The document has moved here.