ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ ສະ​ວິດ ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​

15:12 | 27/11/2021

ຍ​ສ​ໝ - ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຍອດ​ວົງ​ເງິນ​ສົ່ງ​ອອກ​ນຳ​ເຂົ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ ​ໃນ​ປີ 2020 ແລະ ຊຸມ​ປີ 2016 – 2018 ຮັກ​ສາ​ຢູ່​ລະ​ດັບ​ຕ່ຳ​ກ່​ວາ 1 ຕື້ USD.

ຂີດ​ໝາຍ​ຫວຽດ​ນາມ ທີ່​ງານ​ບຸນ “​ສີ​ສັນ​ອາ​ຊີ” ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ ຂີດ​ໝາຍ​ຫວຽດ​ນາມ ທີ່​ງານ​ບຸນ “​ສີ​ສັນ​ອາ​ຊີ” ຢູ່​ເຊີ​ແນວ ປະ​ເທດ​ສະ​ວິດ
ຫວຽດ​ນາມ - ສະ​ວິດ​ສືບ​ຕໍ່​ເຮັດ​ໃຫ້​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນເລິກ​ເຊິ່ງກ່​ວາ​ອີກ, ຊຸ້ກ​ຍູ້​ການ​ຮ່ວມ​ມື​ໃຫ້​ແກ່​ໄລ​ຍະຫຼັງ​ໂຄວິດ - 19 ຫວຽດ​ນາມ - ສະ​ວິດ​ສືບ​ຕໍ່​ເຮັດ​ໃຫ້​ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ​ແລະ​ກັນເລິກ​ເຊິ່ງກ່​ວາ​ອີກ, ຊຸ້ກ​ຍູ້​ການ​ຮ່ວມ​ມື​ໃຫ້​ແກ່​ໄລ​ຍະຫຼັງ​ໂຄວິດ - 19
ຫວຽດ​ນາມ ຖື​ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ພ້ອມ​ກັບ ສະ​ວິດ ເປີດ​ໄລ​ຍະ​ຮ່ວມ​ມື​ໃໝ່​
ພາບປະກອບ: baoquocte.vn

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ ທ່ານປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ພັນ ສະ​ວິດ Guy Parmelin ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ ​ລັດ​ເຊຍ Vladimir Putin, ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໄດ້ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ສະ​ຫະ​ພັນ ​ສະ​ວິດ ແລະ ສະ​ຫະ​ພັນ ລັດ​ເຊຍ​ ໃນ​ລະ​ຫວ່າງວັນ​ທີ 25 ພະ​ຈິກ ຫາ​ວັນ​ທີ 2 ທັນ​ວາ 2021.

ການ​ຢ້ຽມ​ຢາມ​ແມ່ນ​ເຫດ​ການ​ສຳ​ຄັນ ເພື່ອ​ແນ​ໃສ່​ປັບ​ປຸງ​ການ​ພົວ​ພັນ​ສອງ​ຝ່າຍ, ສ​້າງ​ພື້ນ​ຖານ​ໃຫ້​ແກ່​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ໃໝ່​ລະ​ຫວ່າງ ຫວຽດ​ນາມ ກັບ ສະ​ວິດ ແລະ ລັດ​ເຊຍ.

ສະ​ວິດ​ແມ່ນ​ສະ​ຖານ​ທີ່​ຢ້ຽມ​ຢາມ​ແຫ່ງ​ທຳ​ອິດຂອງ ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ໃນ​ການໄປ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້. ການ​ຢ້ຽມ​ຢາມ​ມີ​ຄວາມ​ໝາຍ​ພິ​ເສດ ໃນ​ສະ​ພາບ​ການ​ສະ​ເຫຼີມ​ສະຫຼອງ ວັນ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ຄົບ​ຮອບ 50 ປີ (11 ຕຸ​ລາ 1971 – 11 ຕຸ​ລາ 2021) ແລະ ການ​ຮ່ວມ​ມື​ພັດ​ທະ​ນາ​ຄົບ​ຮອບ 30 ປີ.

50 ປີແຫ່ງການເພີ່ມພູນຄູນສ້າງການພົວພັນທີ່ເປັນມູນເຊື້ອ

ສະ​ວິດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ​ທຳ​ອິດ ທີ່ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ກັບ ຫວຽດ​ນາມ ໃນ​ຈຸດເວ​ລາ ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ, ທັງ​ດຳ​ເນີນ​ການ​ຕໍ່​ສູ້​ເພື່ອທ້ອນ​ໂຮມ​ປະ​ເທດ​ຊາດ ຢູ່​ພາກ​ໃຕ້, ທັງ​ສຸມ​ໃສ່​ສ້າງ​ສັງ​ຄົມ​ນິ​ຍົມ ຢູ່​ພາກ​ເໜືອ. ໃນ​ຕົວ​ຈິງ​ແລ້ວ, ການ​ພົວ​ພັນ​ສອງ​ຝ່າຍ ໄດ້​ສ້າງ​ຕັ້ງ​ຂຶ້ນ​ກ່ອ​ນນັ້ນ ແລະ ຄ່ອຍໆໄດ້​ຮັບການເພີ່ມ​​ພູນ​ຄູນ​ສ້າງ​ຕາມ​ວັນ​ເວ​ລາ ພ້ອມ​ກັບ​ເຫດ​ການ​ສຳ​ຄັນຫຼາຍ​ຢ່າງ ເຊິ່ງ​ພົ້ນ​ເດັ່ນແມ່ນ ເລື່ອງ​ສະ​ວິດ ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ສົນ​ທິ​ສັນ​ຍາ ເຊີ​ແນວ ປະ​ຫວັດ​ສາດ, ເຊິ່ງ​ໄດ້​ຮັບ​ການ​ຈົດທະບຽນໃນວັນ​ທີ 20 ກໍ​ລະ​ກົດ ປີ 1954 ຮັບ​ຮູ້ ປະ​ເທດ ຫວຽດ​ນາມ ທີ່​ມີ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖວ້ນ.

50 ປີ​ທີ່​ຜ່ານ​ມາ, ກາ​ນ​ພົວ​ພັນ​ສອງ​ຝ່າຍນັ້ນ​ບັນ​ລຸ​ໄດ້​ບາດ​ກ້າວ​ທີ່​ດີ​ພໍ​ສົມ​ຄວນ​ໃນ​ທຸກ​ຂົງ​ເຂດ. ການ​ຮ່ວມ​ມື​ໃນ​ເບື້ອງ​ຕົ້ນ​ລະ​ຫວ່າງ ສອງ​ປະ​ເທດ​ສຸມ​ໃສ່​​ການ​​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​ທຳ ແລະ ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເປັນຕົ້ນ​ຕໍ. ໃນ 3 ທົດ​ສະ​ວັດ​ຜ່ານ​ມາ, ລັດ​ຖະ​ບານ ສະ​ວິດ ໄດ້​ສະ​ໜອງ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 600 ລ້ານ USD ເພື່ອ​ໜູນ​ຊ່ວຍ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ ຂອງ ຫວຽດ​ນາມ. ເດືອນ​ມີ​ນາ​ ປີ 2021, ສະ​ວິດ ​ໄດ້​ປະ​ກາດ​ໂຄງ​ການ​ຮ່ວມ​ມື​ພັດ​ທະ​ນາ ສະ​ວິດ - ຫວຽດ​ນາມ 2021 – 2024 ດ້ວຍ​ທຶນ ODA 70 ລ້ານ CHF, ຕາມ​ນັ້ນ​ແລ້ວ ຫວຽດ​ນາມ ສືບ​ຕໍ່​ແມ່ນ​ໜຶ່ງໃນ​ຈຳ​ນວນ​ໜ້ອຍ​ປະ​ເທດທີ່ນອນ​ໃນ​ບັນ​ຊີ​ລາຍ​ຊື່​ຄູ່​ຮ່ວມ​ມືບຸ​ລິ​ມະ​ສິດ.

ຊຸມ​ປີຜ່ານ​ມາ, ສອງ​ຝ່າຍ​ໄດ້​ດຳ​ເນີນ​ກາ​ນຢ້ຽມ​ຢາມ​ແລກ​ປ່ຽນ​ຄະ​ນະ​ຂັ້ນ​ສູງ ກ່​ວາ 30 ຄັ້ງ. ຫວ່າງ​ມໍ່ໆ​ມານີ້ ແມ່ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ, ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສະ​ວິດ Ignazio Cassis (ເດືອນ​ສິງ​ຫາ 2021). ແລະ​ປັດ​ຈຸ​ບັນ ແມ່ນ​ການ​ຢ້ຽມ​ຢາມ​ສະ​ວິດ ຢ່າງ​ເປັນ​ທາງ​ການຂອງ ​ທ່ານ​ປະ​ທານ​ປະ​ເທດ ຫງວຽນ​ຊວັນ​ຟຸກ.

ໂດຍແບ່ງ​ປັນ​ຄວາມ​ຫຍຸ້ງ​ຍາກ ແລະ ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ລັດ​ຖະ​ບານ ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບ​ການ​ລະ​ບາດ​ໂຄວິດ - 19 ຮອບ​ຕ່າງໆ, ໄລ​ຍະ​ຜ່ານ​ມາ ສະ​ວິດ​ ໄດ້​ໜູນ​ຊ່ວຍອຸ​ປະ​ກອນ​ການ​ແພດ 13 ໂຕນໃຫ້​ແກ່ ຫວຽດ​ນາມ. ມີ​ວິ​ສາ​ຫະ​ກິດ​ ສະ​ວິດ ​ຈຳ​ນວນ​ໜຶ່ງ ກໍ່​ຊ່ວຍ​ເຫຼືອ ​ສະ​ໜັບ​ສະ​ໜູນກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໂດຍ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ Bern ປຸກ​ລະ​ດົມ.​

ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ຍອດ​ວົງ​ເງິນ​ການ​ສົ່ງ​ອອກ​ ນຳ​ເຂົ້າ ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ວິດ ​ໃນ​ປີ 2020 ແລະ ໃນ​ຊຸມ​ປີ 2016 - 2018 ຮັກ​ສາ​ຢູ່​ລະ​ດັບ​ຕ່ຳ​ກ່​ວາ 1 ຕື້ USD. ມີ​ບໍ​ລິ​ສັດ​ສະ​ວິດ​ກ່​ວາ 100 ແຫ່ງ ລວມ​ມີ​ບັນ​ດາ​ບໍ​ລິ​ສັດ​ທີ່​ມີ​ຊື່ສຽງ​ແຖວ​ໜ້າ​ໂລກ​ຄື: Nestle, ABB, Novartis, Roche, Zuellig Pharma, Holcim, Schindler... ໄດ້ປະສົບຜົນສຳເລັດໃນການ​ດຳ​ເນີນ​ທຸ​ລະ​ກິດຢູ່ ຫວຽດ​ນາມ ດ້ວຍຍອດ​ເງິນ​ລົງ​ທຶນ​ເກືອບ 2 ຕື້ USD, ນຳ​ ​ສະ​ວິດ​ ກາຍ​ເປັນ​ນັກ​ລົງ​ທຶນ​ເອີ​ລົບ​ໃຫຍ່​ອັນ​ດັບ​ທີ 6 ຢູ່ ຫວຽດ​ນາມ. ເມື່ອຕີ​ລາ​ຄາ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ ເນື່ອງ​ໃນ​ໂອ​ກາດວັນ​ຫວຽດ​ນາມ ຢູ່ສະ​ວິດ (ເດືອນ​ຕຸ​ລາ 2021), ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ດັ້ງ​ຮ່​ວາງ​ຢາງ ຖື​ວ່າ:

ການ​ພົວ​ພັນ​​ມິດ​ຕະ​ພາບອັນ​ຍາວ​ນານ ແລະ ມີ​ຊີ​ວິດ​ຊີ​ວານັ້ນ ແມ່ນ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ ເພື່ອ​ໃຫ້​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ​ເສີມ​ສ້າງ, ພັດ​ທະ​ນາ, ບັນ​ລຸ​ໄດ້​ໝາກ​ຜົນ​ທີ່​ຕັ້ງ​ໜ້າ​​ໃນຫຼາຍ​ຂົງ​ເຂດຢ່າງ​ບໍ່​ຢຸດ​ຢັ້ງ. ໃນ​ການ​ຮ່ວມ​ມື​ພັດ​ທະ​ນາ, ສະ​ວິດ​ ໄດ້​ຮັກ​ສາ​ການ​ຮ່ວມ​ມື​ພັດ​ທະ​ນາກັບຫວຽດ​ນາມ ໃນ​ຕະຫຼ​ອດ​ໄລ​ຍະ 30 ປ​ີ​ຜ່ານ​ມາ. ບັນ​ດາ​ໂຄງ​ການ​ນັບ​ທັງ​ສອງ​ຝ່າຍ ແລະ ຫຼາຍ​ຝ່າຍ​ລ້ວນ​ແຕ່​ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃຫ້​ແກ່​ບັນ​ດາ​ຜົນງານການ​ພັດ​ທະ​ນາ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍສະ​ຫັດ​ສະ​ວັດ, ມຸ່ງ​ໄປ​ເຖິງ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ.

ການພົວພັນສອງຝ່າຍຈະສືບຕໍ່ເປີດກວ້າງ ແລະ ເຂົ້າສູ່ລວງເລິກ

ອາດ​ເວົ້າ​ໄດ້​ວ່າ​ຜົນ​ງານ​ດີ​ເດັ່ນ​ທີ່​ສຸດ​ ເຊິ່ງ ຫວຽດ​ນາມ ແລະ ສະ​ວິດ ​ບັນ​ລຸ​ໄດ້​ໃນ​ ໄລ​ຍະ 50 ປີ​ຜ່ານ​ມາ ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນໃນຫຼາຍ​ຂົງ​ເຂດ, ​ການແບ່ງ​ປັນ​ບັນ​ດາ​ມູນ​ຄ່າ​ລວມ​ຂອງ​ທົ່ວ​ໂລກ ແລະ ພິ​ເສດແມ່ນ​ການ​ສະໜິດ​ຕິດ​ພັນ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ດ້ວຍ​ລັກ​ສະ​ນະ​ເພີ່ມ​ເຕີມ​ຂອງສອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ກຳ​ລັງ​ໜູນ​ດ້ານ​ກາ​ນ​ເມືອງ​ຢ່າງ​ແຮງຄື​ໃນ​ປັດ​ຈຸ​ບັນ, ການ​ພົວ​ພັນ​ຮ່ວມ​ມື​ຂອງ ຫວຽດ​ນາມ - ສະ​ວິດ ​ຈະ​ສືບ​ຕໍ່​ເປີດກວ້າງ ແລະ ເຂົ້າ​ສູ່​ລວງ​ເລິກ, ຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່ຫຼວງ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ, ການດູ​ແລ​ສຸ​ຂະ​ພາບໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ເລື່ອງ​ການ​ລົງ​ນາມ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ລະ​ຫວ່າງ ຫວຽດ​ນາມ ແລະ ​ສະ​ຫະສະ​ມາ​ຄົມ​ການ​ຄ້າ​ເສ​ລີ ເອີ​ລົບ (EFTA) ເຊິ່ງ ສະ​ວິດ​ ແມ່ນ​ໜຶ່ງ​ໃນ​ບັນ​ດາປະ​ເທດ​ສ້າງ​ຕັ້ງ ຈະ​ສ້າງ​ກຳ​ລັງ​ໜູນ​ໃຫຍ່​ໃຫ້​ແກ່​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ການ​ຄ້າ​ສອງ​ຝ່າຍ. ໂດຍແບ່ງ​ປັນ​ເນື່ອງ​ໃນ​ເຫດ​ການ​ວັນ​ຫວຽດ​ນາມ ຢູ່ ສະ​ວິດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສະ​ວິດ ​ປະ​ຈຳ ຫວຽດ​ນາມ Ivo Sieber ເຊື່ອ​ໝັ້ນ​ວ່າ:

ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ອະ​ນາ​ຄົດ​ຂອງ​ 2 ປະ​ເທດ ດ້ວຍ​ພື້ນ​ຖານ​ອັນ​ໝັ້ນ​ແກ່ນ ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສະ​ວິດ ແລະ ຫວຽດ​ນາມ. ພວກ​ເຮົາ​ມີ​ການ​ຮ່ວມ​ມື​ກັນຢ່າງ​ກ້​ວາງ​ຂວາງ​ໃນຫຼາຍ​ຂົງ​ເຂດ​ຄື: ການ​ເມືອງ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ, ການ​ຄົ້ນ​ຄ້​ວາ. ຂ້າ​ພະ​ເຈົ້າ​ຄິດ​ວ່ານີ້​ແມ່ນ​ບັນ​ດາ​ຂົງ​ເຂດ​ເຊິ່ງ​ພວກ​ເຮົາ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື. ທັງ​ສອງ​ປະ​ເທດ​ພວມ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ແລະ ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ວິ​ວັດ​ກາ​ເຈ​ລະ​ຈາ​ອາດ​ຈະ​ສິ້ນ​ສຸດ​ໂດຍ​ໄວ, ສ້າງ​ກາ​ລະ​ໂອ​ກາດ​ທາງ​ການ​ຄ້າຫຼາຍ​ຢ່າງ, ຕັ້ງ​ພື້ນ​ຖານ​ເສດ​ຖະ​ກິດ​ຢ່າງ​ໝັ້ນ​ແກ່ນ​ກ່​ວາ​ອີກ. ພາຍຫຼັງ​ເປີດ​ປະ​ຕູ​ຄືນ​ໃໝ່, ພວກ​ເຮົາ​ຈະ​ພັດ​ທະ​ນາ​​ການ​ທ່ອງ​ທ່ຽວ, ການ​ພົວ​ພັນ​ແລ​ກ​ປ່ຽນ​ລະ​ຫວ່າງ​ນັກ​ທຸ​ລະ​ກິດ, ນັກການ​ເມືອງ ແລະ ບັນ​ດາ​ນັກ​ຄົ້ນ​ຄ້​ວາ ຢ່າງ​ແຮງ​ກ່​ວາ​ອີກ. ສິ່ງນີ້​ຈະ​ເປີດ​ກາ​ລະ​ໂອ​ກາດ​ເພື່ອ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ອະ​ນາ​ຄົດ.

ບັນ​ດາ​ຜົນ​ງານ​ເຊິ່ງ ຫວຽດ​ນາມ ແລະ ສະ​ວິດ ​ບັນ​ລຸ​ໄດ້​ໃນ 50 ປີ​ຜ່ານ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​​ສາຍ​ພົວ​ພັນ​ຮ່ວ​ມມືຫວຽດ​ນາມ - ສະ​ວິດ. ການ​ຢ້ຽມ​ຢາມ​ສະ​ຫະ​ພັນ ສະ​ວິດ ຢ່າງ​ເປັນ​ທາງ​ການຂອງ ​ທ່ານ​ປ​ະ​ທານ​ປະ​ເທດ ຫງວຽ​ນ​ຊວັນ​ຟຸກ ຄັ້ງ​ນີ້ ຈະ​ປະ​ກອບ​ສ່ວນ​ປັບ​ປຸງ​ນ້ຳ​ໃຈ​ມິດ​ຕະ​ພາບ, ຢັ້ງ​ຢືນ​ຄຳໝັ້ນ​ສັນ​ຍາ​ສືບ​ຕໍ່​ຮ່ວມ​ມື, ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ຝ່າຍ ເປີດກວ້າງ ແລະ ເພີ່ມ​ທະ​ວີ​ໃນ​ອະ​ນາ​ຄົດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.