ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຕື່ມ​ອີກ 12 ຄົນ​ຢູ່ ຊູ​ດັງ​ໃຕ້ ແລະ ອາບ​ຟຼີ​ກາກ​າງ

18:48 | 24/11/2021

ຍ​ສ​ໝ - ວັນ​ທີ 22 ພະ​ຈິກ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ ໄດ້​ຕັດ​ສິນ​ມອບ​ຄຳ​ຕັ​ດ​ສິນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ໃຫ້​ແກ່​ນາຍ​ທະ​ຫານ 12 ຄົນ​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຢູ່ ຊູ​ດັງ​ໃຕ້ (UNMISS) ແລະ ອາບ​ຟ​ຼິກ​ກາງ, ໃນ​ນັ້ນ​ມີ​ນາຍ​ທະ​ຫານ​ຍິງ 2 ຄົນ.

ຫວຽດ​ນາມ ມອບ​ເສື້ອ​ຊູ​ຊີບ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກ​ຢູ່​ແຂວງ ແຄ໊ງ​ຮ່​ວາ ຫວຽດ​ນາມ ມອບ​ເສື້ອ​ຊູ​ຊີບ ໃຫ້​ແກ່​ຊາວ​ປະ​ມົງ​ທຸກ​ຍາກ​ຢູ່​ແຂວງ ແຄ໊ງ​ຮ່​ວາ
ເຂົ້າ​​ປະກວດ ຫວຽດ​ນາມ ນຳ​ໜ້າ Top 5 ກ່ອນ​ການ​ຈັດ​ຕັ້ງ​ນາງ​ງາມ​ສັນ​ຕິ​ພາບໂລກ ປີ 2021 ເຂົ້າ​​ປະກວດ ຫວຽດ​ນາມ ນຳ​ໜ້າ Top 5 ກ່ອນ​ການ​ຈັດ​ຕັ້ງ​ນາງ​ງາມ​ສັນ​ຕິ​ພາບໂລກ ປີ 2021
ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຕື່ມ​ອີກ 12 ຄົນ​ຢູ່ ຊູ​ດັງ​ໃຕ້ ແລະ ອາບ​ຟຼີ​ກາກ​າງ
ຫວຽດ​ນາມ ຈັດ​ສົ່ງ​ນາຍ​ທະ​ຫານ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຕື່ມ​ອີກ 12 ຄົນ​ຢູ່ ຊູ​ດັງ​ໃຕ້ ແລະ ອາບ​ຟຼີ​ກາກ​າງ (ພາບ: baoquocte.vn)

ທີ່​ເຫດ​ການ, ທ່ານ​ພົນ​ໂທ ຮ່​ວາງ​ຊວັນ​ຈຽນ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ, ຫົວ​ໜ້າ​ໜ່ວຍ​ປະ​ຕິ​ບັດ​ງານ​ລະ​ຫວ່າງ​ຂະ​ແໜງ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່ຽວ​ກັບ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຮັ​ກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໄດ້​ມອ​ບ​ຂໍ້​ຕົກ​ລົງ​ຂອງ​ທ່ານ​ປະ​ທານ​ປະ​ເທດ ໃຫ້​ແກ່​ນາຍ​ທະ​ຫານ 12 ຄົນ​ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຢູ່ ຊູ​ດັງ​ໃຕ້ ແລະ ອາບ​ຟ​ຼິ​ກາ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ໜ້າ​ທີ່, ທ່ານ​ພົນ​ໂຕ ຮ່​ວາງ​ຊວັນ​ຈຽນ​ຮຽກ​ຮ້ອງ​ໃຫ້​ນາຍ​ທະ​ຫານ 12 ຄົນ ທີ່​ຮັບ​ໜ້າ​ທີ່ ສືບ​ຕໍ່​ເຊື່ອມ​ຊືມ, ກຳ​ແໜ້ນ​ແນວ​ທາງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ ພັກ, ລັດ, ກອງ​ທັບ ເພື່ອ​ຊຸກ​ຍູ້​ບັນ​ດ​າ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ມະ​ນຸດ​ສະ​ທຳ ແລະ ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊ ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ກອງ​ທຶນ ນຳ​ຕື່ມ​ອີກ​ບັນ​ດາ​ຮູ​ບ​ແບບ​ເຂົ້າ​ຮ່ວມ​ການ​ຮັ​ກ​ສາ​ສັນ​ຕິ​ພາບ ສ​ປ​ຊ ໃນ​ໄລ​ຍະ​ຕ​ຈະ​ມາ​ເຖິງ.

ທ່ານ​ພົນ​ຈັດ​ຕາ​ວາ ຮ່​ວາມ​ກິງ​ຟຸງ, ຫົວ​ໜ້າ​ກົມ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ​ໃຫ້​ຮູ້​ວ່າ, ຫວຽດ​ນາມ ໄດ້ ແລະ ພວມ​ຈັດ​ສົ່ງ​ນາຍ​ທະ​ຫານ​ຍິງ 41 ຄົນ ທີ່​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ສັນ​ຕິ​ພາບ ຢູ່ ສ​ປ​ຊ, ກວມ​ເອົາອັບ​ຕາ​ເກືອບ 16%, ສູງ​ກ່​ວາຫຼາຍ​ເມື່ອ​ທຽບ​ໃສ່​ກັບ​ເພັດ​ຍິງ ໄລ່​ສະ​ເລ່ຍ​ຢູ່​ບັນ​ດາ​ຄະ​ນະ​ປະ​ຕິ​ບັດ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ ຂອງ​ບັນ​ດາ​ປະ​ເທດ​ຕ່າງໆ.

ໃນ​ອາ​ຍຸ​ການ 2021 – 2022, ສ​ປ​ຊ ໄດ້​ເຊື່ອ​ໝັ້ນ​ ແລະ ຄັດ​ເລືອກເຊື້ອ​ເຊີນ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ຕື່ມ​ອີກ 2 ທີ່​ຕັ້ງ​ຢູ່ ຄະ​ນ​ະ​ປະ​ຕິ​ບັດ​ງານ​ຂອງ MINUSCA ແມ່ນ​ນາຍ​ທະ​ຫານ​ສືບ​ຂ່າວ ແລະ ນາຍ​ທະ​ຫານການ​ສື່​ສານ. ຈຳ​ນວນ​ນາຍ​ທະ​ຫານ​ການ​ສື່​ສານ ສະ​ຫງວນ​ໃຫ້​ແກ່​ເພັດ​ຍິງ, ຕອບ​ສະ​ໜອງ​ແຜນ​ນະ​ໂຍ​ບາຍ​​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ຍິງ​ຊາຍ ແລະ ເພີ່ມ​ຈຳ​ນວນ​ນາຍ​ທະ​ຫານ​ຍິງ​ທີ່​ເຂົ້າ​ຮ່ວມ​ການ​ຮັກ​ສາ​ສັນ​ຕິ​ພາບ ສ​ປ​ຊ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.