ຊຸກຍູ້ການເຊື່ອມໂຍງພາກພື້ນອາຊີໃຕ້, ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້

15:56 | 24/11/2021

ຍສໝ - ເມື່ອບໍ່ດົນມານີ້, ສະຖາບັນຄົ້ນຄວ້າອິນເດຍ ແລະ ອາຊີຕາເວັນຕົກສ່ຽງໃຕ້ (ສະຖາບັນບັນດິດວິທະຍາສາດສັງຄົມຫວຽດນາມ) ໄດ້ຈັດຕັ້ງກອງປະຊຸມສຳມະນາ “ເຊື່ອມຕໍ່ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້: ອະດີດ ແລະ ປັດຈຸບັນ”.

ຫວຽດນາມ ໃກ້ຈະມີສູນ Decoding gene ໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ຫວຽດນາມ ໃກ້ຈະມີສູນ Decoding gene ໃຫຍ່ທີ່ສຸດຢູ່ອາຊີຕາເວັນອອກສ່ຽງໃຕ້
ອາເມລິກາສວມບົດບາດສຳຄັນໃນການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້ ອາເມລິກາສວມບົດບາດສຳຄັນໃນການພັດທະນາຢູ່ອາຊີຕາເວັນອອກສ່ຽງໃຕ້

ກອງ​ປະຊຸມ​ໄດ້​ດຳ​ເນີນ​​ຮອດ​ວັນ​ທີ 19 ພະຈິກ​ນີ້, ​ແມ່ນ​ເວທີ​ປາ​ໄສວິຊາການມືອາ​ຊີບ​ ແລະ ກົງໄປກົງມາ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ວິທີ​ເປີດກວ້າງ ​ແລະ ເສີມຂະຫຍາຍການ​ເຊື່ອມ​ຕໍ່​ລະຫວ່າງ​ອາຊີ​ໃຕ້ ​ກັບ ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ປະກອບສ່ວນ​ຊຸກຍູ້​ການ​ເຊື່ອມ​ໂຍງ ​ແລະ ຄວາມ​ວັດທະນາຖາວອນຂອງ​ພາກ​ພື້ນ​ອາຊີ.

ຊຸກຍູ້ການເຊື່ອມໂຍງພາກພື້ນອາຊີໃຕ້, ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້

ຊຸກຍູ້ການເຊື່ອມໂຍງພາກພື້ນອາຊີໃຕ້, ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້. (ພາບ: qdnd.vn)

ກອງ​ປະ​ຊຸມ​ປະ​ກອບ​ມີ 3 ວາລະ​: ການ​ເຊື່ອມ​ຕໍ່​ອາ​ຊີ​ໃຕ້​ ແລະ​ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ - ການ​ເຊື່ອມ​ໂຍງ ​ແລະ ​ການ​ຮ່ວມ​ມື​; ບັນດາ​ປັດ​ໄຈ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ເຊື່ອມ​ຕໍ່​ ລະຫວ່າງ​ອາຊີ​ໃຕ້ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ເຊື່ອມຕໍ່ວັດທະນະທຳ, ສາສະໜາ ແລະ ມະນຸດລະຫວ່າງ ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ສຸມໃສ່ເນື້ອໃນ ຄື: ກຳນົດການຮ່ວມສຳພັນໃນປະຫວັດສາດ ແລະ ປະຈຸບັນ ລະຫວ່າງ ອາຊີໃຕ້ ກັບ ອາຊີຕາເວັນອອກ ແລະ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຊອກຫາບັນດາຍຸດທະສາດເຮັດໃຫ້ການເຊື່ອມໂຍງ ແລະ ທ່າແຮງພັດທະນາຂອງພາກພື້ນສູງທີ່ສຸດ; ຫັນເປັນນິຍາມ​ການ​ເຊື່ອມ​ຕໍ່​ລະຫວ່າງ​ອາຊີ​ໃຕ້ ກັບ ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້; ເຄືອ​ຂ່າຍ​ເຊື່ອມ​ຕໍ່​ບັນດາ​ອະນຸ​ພາກ​ພື້ນ​ລະຫວ່າງ​ບັນດາກົດບັນຍັດໃນ​ອາຊີ​ໃຕ້ ກັບ ອາຊີ​ຕາ​ເວັນ​ອອກ ​ແລະ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ເຊັ່ນ: ການ​ຮ່ວມ​ມື​ແມ່​ນ້ຳຂອງ - Ganga, ASEAN.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.