ສ​ະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ ສູນ​ບ​ຳ​ລຸງ​ສ້າງ ຫວຽດ​ນາມ - ສິງ​ກະ​ໂປ ຄົບ​ຮອບ 20 ປ​ີ

15:35 | 19/11/2021

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມໃຫ້ຮູ້ວ່າ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສູນບຳລຸງສ້າງ ຫວຽດນາມ - ສິງກະໂປ ຄົບຮອບ 20 ປີ ແລະ ນັກຮຽນ ຫວຽດນາມຄົນທີ 20.000 ເຂົ້າຮ່ວມລາຍການຮ່ວມມື ສິງກະໂປ (SCP) ແມ່ນຫຼັກຖານພະຍານຢ່າງຈະແຈ້ງສຳລັບສາຍພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນ.

ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້ ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 50.000 ໂດ​ສ ໂດຍ​ລັດ​ຖະ​ບ​ານ ໂອ​ຕາ​ລິດ ມອບ​ໃຫ້
ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫວ່າງ ມາ​ຣົກ​ ກັບ ຫວຽດ​ນາມ
ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ແລະ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ (ພາບ: baoquocte.vn)
ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ແລະ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ (ພາບ: baoquocte.vn)

ສະຖານທູດ ສິງກະໂປ ປະຈຳ ຫວຽດນາມ ຫາກໍ່ຈັດຕັ້ງພິທີສະເຫຼີມສະຫຼອງ ວັນເຊັນບົດບັນທຶກຊ່ວຍຈົດລະຫວ່າງ ກະຊ່ວງການຕ່າງປະເທດ ຫວຽດນາມ ແລະ ສິງກະໂປ ກ່ຽວກັບການສ້າງຕັ້ງສູນບຳລຸງສ້າງ ຫວຽດນາມ - ສິງກະໂປ (VSTC) ຄົບຮອບ 28 ປີ, ປະຈຸບັນແມ່ນ ສູນຮ່ວມມື ຫວຽດນາມ - ສິງກະໂປ (VSCC) (2001-2021).

ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ຫວຽດນາມ Jaya Ratnam ໃຫ້ຮູ້ວ່າ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ສູນບຳລຸງສ້າງ ຫວຽດນາມ - ສິງກະໂປ ຄົບຮອບ 20 ປີ ແລະ ນັກຮຽນ ຫວຽດນາມຄົນທີ 20.000 ເຂົ້າຮ່ວມລາຍການຮ່ວມມື ສິງກະໂປ (SCP) ແມ່ນຫຼັກຖານພະຍານຢ່າງຈະແຈ້ງສຳລັບສາຍພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນ ແລະ ດົນນານລະຫວ່າງ ສິງກະໂປ ແລະ ຫວຽດນາມ. 2 ປະເທດລ້ວມແຕ່ມີຄວາມເອົາໃຈໃສ່ຕໍ່ການຮ່ວມມື, ພັດທະນາແຫຼ່ງຊັບພະຍາກອນມະນຸດຫຼາຍທີ່ສຸດ, ຖືນີ້ເປັນກຸມແຈໃຫ້ແກ່ການພັດທະນາແບບຍືນຍົງ, ຄວາມກ້າວໜ້າຂອງປະເທດຊາດ; ແລະ ຢືນຢັນວ່າ, ສິງກະໂປຈະສືບຕໍ່ໃຫ້ຄຳໝັ້ນສັນຍາຢ່າງແຮງໃນການໜູນຊ່ວຍວິວັດການພັດທະນາຂອງ ຫວຽດນາມ.

ສ່ວນທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກວກຢູງ ຫວັງວ່າໃນໄລຍະທີ່ຈະມາເຖິງ, ພະນັກງານ ຫວຽດນາມ ຈະສືບຕໍ່ມີໂອກາດໄດ້ຮຽນຮູ້, ຍົກສູງຄວາມສາມາດຂອງຕົນເອງ ດ້ວຍຈາກສູນດັ່ງກ່າວແນໃສ່ຮັບມືກັບບັນຫາຫຍຸ້ງຍາກ, ສັບສົນຕ່າງໆ ທີ່ກຳລັງເກີຶດຂຶ້ນໃນພາກພື້ນ ແລະ ໃນທົ່ວໂລກໃນທົດສະວັດທີ 2 ຂອງ ສະຕະວັດທີ 21, ຮັບໃຊ້ຄວາມຕ້ອງການຟື້ນຟູ ແລະ ພັດທະນາຂອງ ຫວຽດນາມ ພາຍຫຼັງຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19.

vovworld.vn

ເຫດການ
302 Found

Found

The document has moved here.