ທ່ານນາງຮອງປະທານປະເທດພົບປະກັບຄູອາຈານດີເດັ່ນເມື່ອເຂົ້າຮ່ວມລາຍການ “ແບ່ງປັນກັບຄູອາຈານ”ປີ 2021

15:07 | 19/11/2021

ທ່ານນາງຮອງປະທານປະເທດ ປາດຖະຫນາຢາກໃຫ້ຄູອາຈານ ມີການປ່ຽນໃຫມ່ເນື້ອໃນ, ວິທີການສິດສອນຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນການປ່ຽນແປງທັກສະ, ວິທີການສິດສອນໃນເງື່ອນໄຂສອນທາງອອນລາຍເພື່ອດູດດື່ມນັກຮຽນ, ຮັບປະກັນຄຸນນະພາບການສຶກສາຮອບດ້ານ.

ມີຫຼາຍວິທີຈັດຕັ້ງສັບປະດາ “ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທໍາຫວຽດນາມ” ປີ 2021 ມີຫຼາຍວິທີຈັດຕັ້ງສັບປະດາ “ມະຫາສາມັກຄີບັນດາເຜົ່າ-ມໍລະດົກວັດທະນະທໍາຫວຽດນາມ” ປີ 2021
ຫວຽດນາມ ແມ່ນປະເທດທີ່ມີສະໜາມກ໊ອຟ ດີທີ່ສຸດໃນໂລກ ປີ 2021 ຫວຽດນາມ ແມ່ນປະເທດທີ່ມີສະໜາມກ໊ອຟ ດີທີ່ສຸດໃນໂລກ ປີ 2021
ທ່ານນາງຮອງປະທານປະເທດພົບປະກັບຄູອາຈານດີເດັ່ນເມື່ອເຂົ້າຮ່ວມລາຍການ “ແບ່ງປັນກັບຄູອາຈານ”ປີ 2021
ທ່ານນາງ ຮອງປະທານປະເທດ ຫວໍທິແອງຊວນ ພົບປະກັບ ຄະນະຜູ້ແທນ ຄູອາຈານດີເດັ່ນ. (ພາບ:TTXVN)

ຕອນບ່າຍວັນທີ 18 ພະຈິກ, ຢູ່ ທຳນຽບປະທານປະເທດ, ທ່ານນາງ ຮອງປະທານປະເທດ ຫວໍທິແອງຊວນ ໄດ້ມີການພົບປະກັບ ຄະນະຜູ້ແທນ ຄູອາຈານດີເດັ່ນ ເນື່ອງໃນໂອກາດເຂົ້າຮ່ວມລາຍການ “ແບ່ງປັນກັບຄູອາຈານ” ປີ 2021. ກ່າວຄຳເຫັນນະທີ່ນີ້ ທ່ານນາງຮອງປະທານປະເທດ ຢັ້ງຢືນວ່າ: ພັກ, ລັດ ຍາມໃດກໍ່ມີຄວາມເອົາໃຈໃສ່ ແລະ ຢັ້ງຢືນ ການສຶກສາ ບຳລຸງສ້າງແມ່ນລັດຖະນະໂຍບາຍແຖວຫນ້າ, ໄດ້ໃຫ້ບຸລິມະສິດກວ່າໝູ່ໃນບັນດາໂຄງການ, ແຜນການພັດທະນາເສດຖະກິດ ສັງຄົມ. ທ່ານນາງຮອງປະທານປະເທດ ສະເຫນີ ຂະແຫນງການສຶກສາ ສືບຕໍ່ຜັນຂະຫຍາຍປະຕິບັດບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບການປ່ຽນໃຫມ່ການສຶກສາ, ບຳລຸງສ້າງໂດຍພື້ນຖານ, ຮອບດ້ານ, ຍົກສູງຄຸນນະພາບແຫລ່ງຊັບພະຍາກອນມະນຸດໃນເງື່ອນໄຂໃຫມ່, ຮັບມືຢ່າງປອດໄພກັບໂລກລະບາດ.

ພ້ອມກັນນັ້ນ ທ່ານນາງຮອງປະທານປະເທດ ປາດຖະຫນາຢາກໃຫ້ຄູອາຈານ ມີການປ່ຽນໃຫມ່ເນື້ອໃນ, ວິທີການສິດສອນຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນການປ່ຽນແປງທັກສະ, ວິທີການສິດສອນໃນເງື່ອນໄຂສອນທາງອອນລາຍເພື່ອດູດດື່ມນັກຮຽນ, ຮັບປະກັນຄຸນນະພາບການສຶກສາຮອບດ້ານ.

vovworld.vn

ເຫດການ
302 Found

Found

The document has moved here.