ສ້າງຕັ້ງອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ

16:30 | 09/11/2021

ອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ ແລະ 45 ກຸ່ມສະມາຊິກລັດຖະສະພາມິດຕະພາບ ໄດ້ສວມບົດບາດສຳຄັນເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາບັນດາປະເທດ.

ເປີດກວ້າງການພົວພັນແລກປ່ຽນດ້ານການຄ້າ, ດຶງດູດການລົງທຶນ ເປີດກວ້າງການພົວພັນແລກປ່ຽນດ້ານການຄ້າ, ດຶງດູດການລົງທຶນ
ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ ຫວຽດນາມ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນ
ສ້າງຕັ້ງອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ (ພາບ: quochoi.vn)
ສ້າງຕັ້ງອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ (ພາບ: quochoi.vn)

ຕອນຄ່ຳວັນທີ 08 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດຫວຽດນາມ ໄດ້ຈັດພິທີປະກາດມະຕິສະບັບຕ່າງໆຂອງຄະນະປະຈຳສະພາແຫ່ງຊາດ ກ່ຽວກັບການສ້າງຕັ້ງອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ. ກ່າວຄຳເຫັນທີ່ພິທີ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ຊີ້ແຈ້ງວ່າ: ອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບຫວຽດນາມ ແລະ 45 ກຸ່ມສະມາຊິກລັດຖະສະພາມິດຕະພາບ ໄດ້ສວມບົດບາດສຳຄັນເພື່ອຍູ້ແຮງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດ ຫວຽດນາມ ກັບລັດຖະສະພາບັນດາປະເທດ, ກຳນົດທີ່ຕັ້ງຂອງສະພາແຫ່ງຊາດ ຫວຽດນາມ ໃນພື້ນຖານການທູດລັດຖະສະພາໂລກ, ຜ່ານນັ້ນ ກໍ່ຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມື, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈ, ຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ກັບບັນດາປະເທດ. ທ່ານປະທານສະພາແຫ່ງຊາດ ສະແດງຄວາມເຊື່ອໝັ້ນວ່າ, ອົງການຈັດຕັ້ງສະມາຊິກລັດຖະສະພາມິດຕະພາບ ຫວຽດນາມ, ແລະ ກຸ່ມລັດຖະສະພາມິດຕະພາບ ຈະສວມບົດບາດເປັນຂົວເຊື່ອມຕໍ່ຢ່າງຕັ້ງໜ້າລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາບັນດາປະເທດ.

ກຸ່ມສະມາຊິກສະພາແຫ່ງຊາດຍິງ ແລະ ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ແມ່ນເວທີປາໄສເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຍິງ, ສະມາຊິກສະພາແຫ່ງຊາດໜຸ່ມ ພົບປະແລກປ່ຽນ, ແບ່ງປັນບົດຮຽນໃນວິວັດແຫ່ງການເຄື່ອນໄຫວຂອງສະພາແຫ່ງຊາດ, ພິເສດແມ່ນໃນຂົງເຂດທີ່ກ່ຽວຂ້ອງເຖິງຄວາມສະເໝີພາບລະຫວ່າງຍິງ-ຊາຍ, ນະໂຍບາຍໃຫ້ແກ່ໄວໜຸ່ມ…

vovworld.vn

ເຫດການ
302 Found

Found

The document has moved here.