ສີ່ຜົນງານພົ້ນເດັ່ນໃນປີ 2020

18:03 | 16/02/2021

ຍສໝ - ປີ 2020, ໃນສະພາບການທີ່ມີຫລາຍປັດໄຈເປັນພິເສດ, ສະຫະພັນມິດຕະພາບໄດ້ກໍານົດບັນດາວິທີແກ້ໄຂທີ່ຄ່ອງແຄ້ວ ແລະສາມາດປັບຕົວເພື່ອປະຕິບັດບັນດາໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ຢ່າງຕັ້ງໜ້າ, ປະກອບສ່ວນຢ່າງຕັ້ງໜ້າໃນການປະຕິບັດສຳເລັດໜ້າທີ່ “ຄວບຄູ່” ທັງຄວບຄຸມໂລກລະບາດ ແລະ ທັງພັດທະນາ ເສດຖະກິດ - ສັງຄົມ, ໂຄສະນາເຜີຍແຜ່ພາບພົດຂອງຫວຽດນາມສູ່ໂລກ ແລະ  ເພີ່ມພູນຄູນສ້າງຄວາມສັນຕິພາບ, ມິດຕະພາບ ແລະການຮ່ວມມືສາກົນ.    

ສ ຜ ນງານພ ນເດ ນໃນປ 2020 ຄວາມປະທັບໃຈຕໍ່ຫວຽດນາມໃນດວງໃຈຂອງຄົນຕ່າງປະເທດ
ສ ຜ ນງານພ ນເດ ນໃນປ 2020 ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຜົນໄດ້ຮັບທີ່ພົ້ນເດັ່ນແມ່ນ:

ທີໜຶ່ງແມ່ນຄວາມພະຍາຍາມໃນການຮັດແໜ້ນ ແລະເພີ່ມທະວີຄວາມສາມັກຄີ, ມິດຕະພາບ ແລະການຮ່ວມມືກັບປະຊາຊົນຂອງປະເທດອື່ນໆ, ເພື່ອນມິດ ແລະຄູ່ຮ່ວມມືສາກົນ.

ບັນດາອົງການຈັດຕັ້ງຂອງປະຊາຊົນຫວຽດນາມໄດ້ໝູນໃຊ້ທ່າແຮງຂອງເຕັກໂນໂລຢີຂໍ້ມູນຂ່າວສານ, ນໍາໄຊ້ວິທີການເຮັດວຽກທາງອອນລາຍ ຫຼື ທັງເຮັດວຽກແບບໂດຍກົງ ແລະ ທັງເຮັດວຽກແບບອອນລາຍ ເພື່ອຮັກສາ ແລະພັດທະນາສາຍພົວພັນກັບເພື່ອນ, ຈັດຕັ້ງການແລກປ່ຽນຢ່າງທັນການ, ການໂທລະສັບ ແລະ ການຈັດຕັ້ງກອງປະຊຸມສຳມະນາຜ່ານທາງອິນເຕີເນັດ.

ຈັດຕັ້ງບັນດາກິດຈະກຳຕ່າງໆສຳເລັດຜົນເພື່ອສະເຫຼີມສະຫຼອງບັນດາເຫດການໃຫຍ່ໃນການພົວພັນກັບປະເທດຕ່າງໆເຊັ່ນ: 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ຈີນ; 70 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ໂຊວຽດ / ວັນມູນເຊື້ອຂອງສະມາຄົມມິດຕະພາບຫວຽດນາມ - ລັດເຊຍ ແລະສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ລັດເຊຍ; 25 ປີແຫ່ງການສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອາເມລິກາ; 60 ປີແຫ່ງການສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມແລະກູບາ; 70 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມແລະບັນດາປະເທດເອີຣົບຕາເວັນອອກ ຈຳນວນໜຶ່ງ; 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງຫວຽດນາມ - ເຢຍລະມັນ…; 65 ປີແຫ່ງວັນສ້າງຕັ້ງຫວຽດນາມ - ສະມາຄົມຝະລັ່ງ…

ບັນດາອົງການຈັດຕັ້ງຂອງປະຊາຊົນຫວຽດນາມກໍ່ໄດ້ເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບໃນບັນດາອົງການຈັດຕັ້ງ ແລະກົນໄກຫຼາຍຝ່າຍ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຜົນສຳເລັດໃນປີທີ່ຫວຽດນາມໃນຖານະເປັນປະທານອາຊຽນ ແລະຊຸກຍູ້ການກໍ່ສ້າງປະຊາຄົມອາຊຽນທີ່ມີຄວາມສະໜິດຕິພັນ ແລະ ເປັນເຈົ້າການໃນການຮັບມື. ນອກຈາກການເຄື່ອນໄຫວຂອງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນສູນກາງ, ສະຫະພັນແມ່ຍິງຫວຽດນາມສູນກາງ, ສະຫະພັນບັນດາສະມາຄົມວິທະຍາສາດ ແລະເຕັກໂນໂລຢີຫວຽດນາມ…

ສະຫະພັນມິດຕະພາບໄດ້ເປັນເຈົ້າພາບ ແລະຈັດຕັ້ງເວທີປຶກສາຫາລືປະຊາຊົນອາຊຽນ 2020 ຢ່າງ ສຳເລັດຜົນດ້ວຍຮູບແບບອອນລາຍ, ອອກຖະແຫຼງການຮ່ວມຂອງເວທີປາໄສດ້ວຍເນື້ອໃນທີ່ດີ, ສອດຄ່ອງກັບຜົນປະໂຫຍດຂອງຫວຽດນາມ ແລະຕອບສະໜອງ ຄວາມເອົາໃຈໃສ່ຂອງປະຊາຊົນໃນພາກພື້ນ.

ທີສອງ, ກິດຈະກຳ ການຮ່ວມມືຂອງປະຊາຊົນໃນການປ້ອງກັນ ແລະຄວບຄຸມໂລກລະບາດ COVID-19.

ບັນດາອົງການຈັດຕັ້ງຂອງປະຊາຊົນໄດ້ແຈ້ງໃຫ້ບັນດາປະເທດເພື່ອນມິດສາກົນຮັບຮູ້ກ່ຽວກັບສະພາບການຕ້ານການລະບາດຂອງພະຍາດ COVID-19 ຢູ່ຫວຽດນາມ, ພ້ອມທັງແບ່ງປັນປະສົບການກັບບັນດາປະເທດເພື່ອນມິດ. ສະຫະພັນມິດຕະພາບ ແລະບັນດາສະມາຊິກໄດ້ບໍລິຈາກ, ລະດົມການບໍລິຈາກ ຜ້າອັດປາກ ເກືອບ 1 ລ້ານອັນ, ອຸປະກອນການແພດຫລາຍພັນຢ່າງ ແລະເງິນສົດລວມມູນຄ່າທັງໝົດຫລາຍກ່ວາກ່ວາ 10 ຕື້ດົ່ງເພື່ອໜູນຊ່ວຍປະຊາຊົນບັນດາປະເທດເພື່ອນມິດໃນການປ້ອງກັນໂລກລະບາດ.

ບັນດາການເຄື່ອນໄຫວທີ່ຕັ້ງໜ້າ ຂອງສະຫະພັນມິດຕະພາບ ແລະບັນດາອົງການຈັດຕັ້ງຂອງປະຊາຊົນຫວຽດນາມໄດ້ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງຫວຽດນາມໃນການປ້ອງກັນພະຍາດ COVID-19, ປະກອບສ່ວນຢັ້ງຢືນ ຄວາມເປັນເອກະພາບລະຫວ່າງລັດຖະບານແລະປະຊາຊົນຫວຽດນາມ; ວຽກງານການຕ່າງປະເທດປະຊາຊົນໄດ້ໃຫ້ການສະໜັບສະໜູນຢ່າງໃຫຍ່ຫຼວງຕໍ່ການທູດດ້ານສາທາລະນະສຸກຂອງປະເທດ; ປັບປຸງ, ເພີ່ມພູນຄູນສ້າງຄວາມມິດຕະພາບກັບປະຊາຊົນຂອງປະເທດອື່ນໆ...ຍັກສູງພາບພົດ ແລະ ຊື່ສຽງຂອງຫວຽດນາມ ໃນເວທີສາກົນ.

ສ ຜ ນງານພ ນເດ ນໃນປ 2020
ສະຫະພັນມິດຕະພາບໄດ້ເປັນເຈົ້າພາບ ແລະຈັດຕັ້ງເວທີປຶກສາຫາລືປະຊາຊົນອາຊຽນ 2020 ຢ່າງ ສຳເລັດຜົນດ້ວຍຮູບແບບອອນລາຍ, ອອກຖະແຫຼງການຮ່ວມຂອງເວທີປາໄສດ້ວຍເນື້ອໃນທີ່ດີ, ສອດຄ່ອງກັບຜົນປະໂຫຍດຂອງຫວຽດນາມ ແລະຕອບສະໜອງ ຄວາມເອົາໃຈໃສ່ຂອງປະຊາຊົນໃນພາກພື້ນ.

ທີສາມ, ສະຫະພັນມິດຕະພາບໄດ້ປະຕິບັດພາລະບົດບາດຂອງຈຸດປະສານງານທີ່ດີສຳລັບການພົວພັນ ແລະ ລະດົມການຊ່ວຍເຫຼືອ ຈາກບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ອົງການປະຈຳ ຂອງຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນການຈັດຕັ້ງປະຕິບັດແຜນງານແຫ່ງຊາດວ່າດ້ວຍການເພີ່ມທະວີການຮ່ວມມື ແລະການລະດົມການຊ່ວຍເຫຼືອ ຈາກບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ໃນໄລຍະປີ 2019 - 2025, ຕິດພັນກັບເປົ້າໝາຍ ການລະດົມການຊ່ວຍເຫຼືອເພື່ອຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງປະເທດ ແລະຂອງບັນດາທ້ອງຖິ່ນ.

ເຖິງວ່າການລະບາດຂອງໂລກລະບາດ COVID-19 ມີຄວາມສັບສົນ, ກິດຈະກຳການພົວພັນຕ່າງປະເທດເກືອບທັງໝົດລ້ວນແຕ່ຖືກຈຳກັດ, ແຕ່ສະຫະພັນມິດຕະພາບໄດ້ພະຍາຍາມໃນການລະດົມບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ເພື່ອຊ່ວຍເຫຼືອຫວຽດນາມດ້ວຍມູນຄ່າທັງ ໝົດ ເກືອບ 250 ລ້ານໂດລາສະຫະລັດ.

ຜ່ານຊ່ອງທາງການປະສານງານການຊ່ວຍເຫຼືອປະຊາຊົນ, ສະຫະພັນມິດຕະພາບໄດ້ລະດົມບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ທີ່ກໍາລັງປະຕິບັດງານຢູ່ຫວຽດນາມເພື່ອຮ່ວມແຮງຮ່ວມໃຈສະໜັບສະໜູນປະຊາຊົນຫວຽດນາມຕໍ່ຕ້ານກັບໂລກລະບາດ COVID-19 ດ້ວຍມູນຄ່າຫຼາຍກວ່າ 6,5 ລ້ານໂດລາສະຫະລັດ. ມີ 77 ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ແລະສູນຂໍ້ມູນ ບໍ່ຂຶ້ນກັບລັດຖະບານ ໄດ້ສົ່ງຈົດໝາຍຮ່ວມໃຫ້ແກ່ຜູ້ນຳຫວຽດນາມ ເພື່ອຊົມເຊີຍນະໂຍບາຍທີ່ຖືກຕ້ອງຂອງພັກ ແລະລັດ ຫວຽດນາມ ໃນການຮັບມືກັບໂລກລະບາດ COVID – 19. ມີ 42 ອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ ສະໜັບ ສະໜູນໃນການແກ້ໄຂຜົນສະທ້ອນຈາກໄພນ້ຳ ຖ້ວມຢູ່ພາກກາງຫວຽດນາມດ້ວຍ ຈຳນວນເງິນເກືອບ 9 ລ້ານ ໂດລາສະຫະລັດ.

ທີສີ່, ວຽກງານຂໍ້ມູນຂ່າວສານກ່ຽວກັບການພົວພັນຕ່າງປະເທດໄດ້ຮັບໝາກຜົນເປັນຢ່າງດີ.

ປີ 2020, ບັນດາໜ່ວຍງານສື່ມວນຊົນຂອງສະຫະພັນມິດຕະພາບໄດ້ເຜີຍແຜ່ຂ່າວ, ບົດຂຽນ, ຮູບພາບ ແລະຄລິບຫຼາຍພັນສະບັບເພື່ອຮັບໃຊ້ວຽກງານຂໍ້ມູນຂ່າວສານກ່ຽວກັບການພົວພັນຕ່າງປະເທດ; ໃຫ້ຂໍ້ມູນຢ່າງເປັນປົກກະຕິກ່ຽວກັບແນວທາງການຕ່າງປະເທດຂອງພັກ ແລະລັດ; ອັບເດັດ ສະພາບການ ໂລກລະບາດ COVID-19, ການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ; ຂໍ້ມູນທີ່ຖືກຕ້ອງກ່ຽວກັບອະທິປະໄຕທະເລ, ໝູ່ເກາະ, ຊາຍແດນ, ບັນດາບັນຫາທີ່ກ່ຽວຂ້ອງເຖິງປະຊາທິປະໄຕ ແລະສິດທິມະນຸດຢູ່ຫວຽດນາມ; ການໂຄສະນາຢ່າງກວ້າງຂວາງກ່ຽວກັບບັນດາກິດຈະກຳວຽກງານການຕ່າງປະເທດຂອງປະຊາຊົນ, ການພົວພັນໂດຍສັນຕິວິທີ, ຄວາມສາມັກຄີ ແລະມິດຕະພາບຂອງປະຊາຊົນຫວຽດນາມກັບຊາວໂລກ, ການລະດົມການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ...

ວາລະສານຍຸກສະໄໝ ໄດ້ຈັດພິມເປັນ 6 ພາສາ ຄື: ພາສາຫວຽດນາມ, ອັງກິດ, ຈີນ, ຣັດເຊຍ, ລາວ, ພາສາຂະແມ ດ້ວຍຫລາຍຂໍ້ມູນຂ່າວສານທີ່ຕອບສະໜອງໄດ້ໄວ, ຮູບແບບທີ່ອຸດົມສົມບູນ, ຫລາກຫລາຍ ແລະ ຈຳ ນວນຜູ້ອ່ານນັບມື້ນັບເພີ່ມຂື້ນ.

ທ່ານນາງ ຫງວຽນເຟືອງງາ, ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ

ສ ຜ ນງານພ ນເດ ນໃນປ 2020 ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນໂຮ່ຈີມິນ ແລະ ສະມາຄົມຂະແມ - ຫວຽດນາມ ໄດ້ມອບຂອງຂວັນບຸນເຕັດ ໃຫ້ປະຊາຊົນເຊື້ອຊາດຫວຽດນາມ

ຍສໝ - ຕອນເຊົ້າວັນທີ 11 ກຸມພາ, ຢູ່ນະຄອນຫຼວງພະນົມເປັນ - ກຳປູເຈຍ, ໂດຍໄດ້ຮັບການສະໜັບສະໜູນ ຂອງສະມາຄົມມິດຕະພາບກຳປູເຈຍ - ຫວຽດນາມ ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບ ຂະແມ - ຫວຽດນາມ ຢູ່ ກຳປູເຈຍ ໄດ້ມອບຂອງຂວັນບຸນເຕັດໃຫ້ແກ່ປະຊາຄົມຊາວຫວຽດນາມໃນນະຄອນຫຼວງພະນົມເປັນ.

ສ ຜ ນງານພ ນເດ ນໃນປ 2020 ປະຊາຄົມຊາວຫວຽດນາມ ຢູ່ຕ່າງປະເທດ ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີສະຫຼູ 2021 ໃນໄລຍະເກີດໂລກລະບາດ ໂຄວິດ - 19

ຍສໝ - ໃນສູນການຄ້າຂອງຊາວຫວຽດນາມ ຍາມໃດກໍມີຄົນມາຊື້ເຄື່ອງຂອງຫຼາຍກວ່າຊຸມວັນປົກກະຕິ. ຢູ່ທີ່ນີ້, ເຮົາຮູ້ສຶກໄດ້ບັນຍາກາດຕ້ອນຮັບບຸນປີໃໝ່ຢ່າງຟົດຟື້ນບໍ່ຕ່າງຫຍັງຄືຢູ່ຫວຽດນາມ.

ສ ຜ ນງານພ ນເດ ນໃນປ 2020 ຫວຽດນາມສະເໜີສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ກຳລັງຮັກສາສັນຕິພາບ

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງໂຄງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ພາລະກອນຮັກສາສັນຕິພາບ, ໂດຍສະເພາະແມ່ນບັນດາຜູ້ຖືກຕິດແປດຢ່າງງ່າຍດາຍ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.