ຊາວຫວຽດນາມຢູ່ລາວ ເຊື່ອໝັ້ນໃນແງ່ຫວັງຂອງອະສັງຫາລິມະຊັບຫວຽດນາມ

ຊາວຫວຽດນາມຢູ່ລາວ ເຊື່ອໝັ້ນໃນແງ່ຫວັງຂອງອະສັງຫາລິມະຊັບຫວຽດນາມ

ຍສໝ - “ການ​ທີ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ມີ​ສິດ​ເປັນ​ເຈົ້າ​ຂອງ​ອະສັງຫາລິມະ​ຊັບ​ຢູ່​ຫວຽດນາມ ​ໂດຍ​ບໍ່​ຈຳກັດ​ປະລິມານ​ຈະ​ຊຸກຍູ້​ໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ກັບ​ຄືນ​ເມືອ​ບ້ານ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ, ສ້າງ​ແຫຼ່ງ​ເງິນ​ສົດ​ຈາກ​ຕ່າງປະ​ເທດ​ມາ​ຫວຽດນາມ. ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ຫວຽດນາມ, ນັ້ນ​ແມ່ນ​ຄວາມ​ຮູ້ສຶກ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວທີ່​ນະຄອນຫຼວງ​ວຽງ​ຈັນ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ທີ່​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາ​ຢ່າງ​ເປັນ​ທາງ​ການ​ໃນ​ຕົ້ນ​ປີ​ນີ້.

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ

ສ້າງ​ເງື່ອນ​ໄຂ​ ເພື່ອ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ລົງທຶນ​ຢ່າງແຮງກວ່າ​ອີກ​ໃນ​ຂົງ​ເຂດ​ເຮືອນ​ຢູ່ ​ແລະ ອະສັງຫາລິມະຊັບຢູ່ ຫວຽດນາມ

ຍສໝ - ວັນ​ທີ 26 ມີນາ 2024, ຄະນະ​ກຳມະການ​ແຫ່ງ​ລັດກ່ຽວກັບຊາວ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​- ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ໄດ້​ສົມທົບ​ກັບ​ກຳມາທິການ​ເສດຖະກິດ ​ສະພາ​ແຫ່ງ​ຊາດ, ກະຊວງ​ກໍ່ສ້າງ ​ແລະ ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫວຽດນາມ ເປັນປະທານຮ່ວມຈັດຕັ້ງກອງ​ປະຊຸມ​ໂຄສະນາ​, ເຜີຍແຜ່ເນື້ອ​ໃນ​ທີ່​ກ່ຽວຂ້ອງເຖິງຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນກົດໝາຍ​ວ່າດ້ວຍທີ່​ດິນ, ​ກົດໝາຍ​ວ່າດ້ວຍເຮືອນຢູ່ ແລະ ກົດໝາຍ​ວ່າ​ດ້ວຍ​ການ​ດຳ​ເນີນ​ທຸລະ​ກິດ​ອະສັງຫາລິມະ​ຊັບ (ກອງ​ປະຊຸມ).

ຊາວຫວຽດນາມ 3 ຄົນ ບໍລິຈາກເລືອດຢ່າງຫາຍາກ ເພື່ອຊ່ວຍເຫຼືອຄົນເຈັບອັງກິດ

ຊາວຫວຽດນາມ 3 ຄົນ ບໍລິຈາກເລືອດຢ່າງຫາຍາກ ເພື່ອຊ່ວຍເຫຼືອຄົນເຈັບອັງກິດ

ຍສໝ - ວັນ​ທີ 25 ມີນາ​ນີ້, ​ໂຮງໝໍ​ Cho Ray ​ໄດ້​ປະກາດ​ວ່າ, ມີ​ຊາວ​ຫວຽດນາມ 3 ຄົນ​ຫາ​ກໍ່​ບໍລິຈາກ​ເລືອດ​ຫາ​ຍາກ ​ເພື່ອ​ຊ່ວຍ​ເຫຼືອ​ຄົນ​ເຈັບ​ອາຍຸ 64 ປີ​ສັນຊາດ​ອັງກິດ.

ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ

ຄອບຄົວຊາວຫວຽດນາມ ກັບນັກສຶກສາລາວ ແລະກໍາປູເຈຍ

ຍສໝ - ການເຄື່ອນໄຫວໃນລາຍການໄດ້ເຮັດໃຫ້ນັກສຶກສາລາວ, ກໍາປູເຈຍ ມີຄວາມຮູ້ກ່ຽວກັບວັດທະນະທຳ, ຄວາມງາມໃນການດຳລົງຊີວິດປະຈຳວັນຂອງຊາວຫວຽດນາມ ເວົ້າລວມ ແລະປະຊາຊົນນະຄອນໂຮ່ຈີມິນ ເວົ້າສະເພາະ, ປະກອບສ່ວນເພີ່ມຄວາມເຂົ້າໃຈ, ຄວາມຮັກແພງກັບຄອບຄົວຊາວ ຫວຽດນາມ ທີ່ໃຫ້ການອຸປະຖຳ, ກໍ່ຄືໄມຕີຈິດມິດຕະພາບ, ຄວາມສາມັກຄີກັບປະຊາຊົນຫວຽດນາມ ເວົ້າລວມ.

ພິທີວັນເພັງເດືອນຈຽງ ສະແດງຢູ່ວັດ ເຟີດຕິກ ຂອງປະຊາຄົມຊາວຫວຽດນາມ ຢູ່ ລາວ

ພິທີວັນເພັງເດືອນຈຽງ ສະແດງຢູ່ວັດ ເຟີດຕິກ ຂອງປະຊາຄົມຊາວຫວຽດນາມ ຢູ່ ລາວ

ຍສໝ - ຕອນ​ເຊົ້າ​ວັນ​ທີ 24 ກຸມພາ, ຢູ່​ວັດເຟີດຕິກ - ​ນະ​ຄອນ​ຫຼວງ​ວຽງ​ຈັນ (ປະ​ເທດ​ລາວ) ໄດ້​ຈັດ​ຕັ້ງ​ພິ​ທີ​ບຸນ​ເຕັດວັນເພັງເດືອນຈຽງ (ຫຼື​ເອີ້ນ​ອີກ​ວ່າ​ພິ​ທີ ຫງວຽນ​ຕຽວ, ບຸນ​ເຕັມ​ຈັນ​ເດືອນ​ທຳ​ອິດ) ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ທາງ​ຈິດ​ໃຈ​ທີ່​ຂາດ​ບໍ່​ໄດ້​ຂອງຊາວ​ຫວຽດນາມ​ທຸກ​ແຫ່ງ​ໃນ​ຊຸມ​ມື້​ຕົ້ນ​ລະດູບານ​ໃໝ່.

ໂຄງການຄອບຄົວຊາວຫວຽດນາມ ໄດ້ທູນຫົວນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ສ້າງສັນພັນແຫ່ງມິດຕະພາບ

ໂຄງການຄອບຄົວຊາວຫວຽດນາມ ໄດ້ທູນຫົວນັກສຶກສາ ລາວ ແລະ ກຳປູເຈຍ ໄດ້ສ້າງສັນພັນແຫ່ງມິດຕະພາບ

ຍສໝ - ໂຄງການ “ຄອບຄົວ​ຫວຽດນາມ ໄດ້​ທູນຫົວ​ນັກ​ສຶກສາ​ລາວ ​ແລະ ກຳປູ​ເຈຍ ພວມ​ຮໍ່າຮຽນ​ຢູ່​ນະຄອນ ​ໂຮ່ຈີ​ມິນ” ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ​ຈາກ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ນະຄອນ ​ໂຮ່ຈີ​ມິນ ​ແລະ ບັນດາ​ອົງການ​ສະມາຊິກ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງປະຊາຊົນຫວຽດນາມ-ລາວ-ກຳປູເຈຍ.

ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ

ບຸນວັນເພັງເດືອນຈຽງຢູ່ວັດເຟິດຕິກ ຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ

ຍສໝ - ພິທີພາວະນາຂໍໃຫ້ປະເທດຊາດ ແລະປະຊາຊົນ ມີຄວາມຢູ່ເຢັນເປັນສຸກ ແລະປາດຖະໜາຂໍໃຫ້ພະສົງສາມະເນນ, ພຸດທະສາສະນິກກະຊົນ ທຸກຄົນໃນໂລກເວົ້າລວມ ກໍ່ຄືໃນປະເທດ ຫວຽດນາມ ແລະ ລາວ ເວົ້າສະເພາະ ພົບແຕ່ຄວາມໂຊກດີໃນປີ 2024.

ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ

ທ່ານເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ: ຊາວຫວຽດນາມ ມີນ້ຳໃຈ ແລະ ມີອາຫານທີ່ລະອຽດອ່ອນ

ຍສໝ - ເອກອັກຄະລັດຖະທູດ ລາວ ແລະ ມາເລເຊຍ ປະຈໍາ ຫວຽດນາມ ມີຄວາມປະທັບໃຈກັບທິວທັດທຳມະຊາດທີ່ສວຍງາມ, ນ້ຳໃຈ, ປະຊາຊົນມີຄວາມດຸໝັ່ນທຳມາຫາກິນ ແລະ ອາຫານການກິນທີ່ສວຍລະອຽດອ່ອນ, ເປັນເອກະລັກສະເພາະຂອງປະເທດທີ່ມີຮູບຊົງ S.

ລະດູບານໃໝ່ປີມະໂລງ 2024: ແບ່ງປັນຄວາມຮັກແພງໃນປະຊາຄົມຊາວຫວຽດນາມ ຢູ່ລາວ

ລະດູບານໃໝ່ປີມະໂລງ 2024: ແບ່ງປັນຄວາມຮັກແພງໃນປະຊາຄົມຊາວຫວຽດນາມ ຢູ່ລາວ

ວັນທີ 8 ກຸມພາ, ສະມາຄົມຊາວຫວຽດນາມ ຢູ່ນະຄອນຫຼວງວຽງຈັນ ໄດ້ສົມທົບກັບສະຖານທູດຫວຽດນາມ ແລະສູນວັດທະນະທຳຫວຽດນາມ ຢູ່ ລາວ ຈັດຕັ້ງລາຍການ “ລະດູບານໃໝ່ບ້ານເກີດ - ແບ່ງປັນຄວາມຮັກແພງ”.

ປີໃໝ່ 2024: ແບ່ງປັນຄວາມຮັກແພງຊາວຫວຽດນາມ ຢູ່ລາວ

ປີໃໝ່ 2024: ແບ່ງປັນຄວາມຮັກແພງຊາວຫວຽດນາມ ຢູ່ລາວ

ຍສໝ - ຕອນ​ຄ່ຳ​ວັນ​ທີ 8 ກຸມພາ, ຢູ່​ນະຄອນຫຼວງ​ວຽງ​ຈັນ (ລາວ), ສະມາຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ນະຄອນຫຼວງ​ວຽງ​ຈັນ ສົມທົບ​ກັບ​ສະຖານທູດ​ຫວຽດນາມ ປະຈຳ​ລາວ ​ໄດ້​ຈັດ​ຕັ້ງ​ລາຍການ “ລະດູບານ​ໃໝ່​ຢູ່​ບ້ານ​ເກີດ​ເມືອງ​ນອນ - ​ແບ່ງປັນ​ນ້ຳ​ໃຈຮັກຫອມ”.

ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ປີມະໂລງ ປີ 2024 ຢ່າງເບີກບານມ່ວນຊື່ນ

ຊາວຫວຽດນາມ ອາໄສຢູ່ພາກເໜືອລາວ ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ປີມະໂລງ ປີ 2024 ຢ່າງເບີກບານມ່ວນຊື່ນ

ຍສໝ - ໃນທ່າມກາງບັນຍາກາດອັນອົບອຸ່ນ ແລະສະໜິດສະໜົມ, ເຕັມໄປດ້ວຍນ້ຳໃຈໄມຕີຈິດມິດຕະພາບ, ມິດສະຫາຍອ້າຍນ້ອງ, ຊາວຫວຽດນາມ ອາໄສຢູ່ປະເທດເພື່ອນມິດລາວ ໄດ້ເຕົ້າໂຮມ, ພ້ອມກັນຮັບປະທານອາຫານພື້ນເມືອງ ແລະຊົມການສະແດງສິລະປະທີ່ເຂັ້ມຂຸ້ນໄປດ້ວຍສີສັນແຫ່ງບ້ານເກີດເມືອງນອນ ຢູ່ຊາຍຄາລວມຂອງສະຖານກົງສູນໃຫຍ່ຫວຽດນາມ ປະຈຳແຂວງຫຼວງພະບາງ ແລະພ້ອມກັນຟ້ອນລໍາວົງສາມັກຄີທີ່ເປັນປະເພນີຂອງປະຊາຊົນລາວບັນດາເຜົ່າ.

ນັກທຸລະກິດຊາວຫວຽດນາມຢູ່​ຕ່າງປະ​ເທດ​ ເປັນຜູ້​ນຳ​ໜ້າໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ ຂອງ​ຫວຽດນາມ ອອກໄປຕ່າງປະ​ເທດ

ນັກທຸລະກິດຊາວຫວຽດນາມຢູ່​ຕ່າງປະ​ເທດ​ ເປັນຜູ້​ນຳ​ໜ້າໃນ​ການ​ນຳ​ເອົາ​ຜະລິດ​ຕະພັນ​ ຂອງ​ຫວຽດນາມ ອອກໄປຕ່າງປະ​ເທດ

ຍສໝ - ດ້ວຍ​ທ່າ​ແຮງທີ່ກຳໄດ້​ການ​ຕະຫຼາດ ​ແລະ ມີ​ຄວາມ​ຄຸ້ນ​ເຄີຍ​ກັບ​ທ້ອງຖິ່ນ, ນັກ​ທຸລະ​ກິດ​ຊາວຫວຽດນາມຢູ່​ຕ່າງປະ​ເທດ ​ໄດ້ສົມທົບ​ກັບ​ນັກທຸລະກິດ​ພາຍ​ໃນ​ປະ​ເທດ ​​ສ້າງເປັນຕ່ອງ​ໂສ້ການ​ສະໜອງ ເຊິ່ງ​ໃນນັ້ນ ພິເສດທັງສອງສົ້ນ ລ້ວນແຕ່​ແມ່ນ​ນັກທຸລະກິດ​ຫວຽດນາມ ນຳ​ສິນຄ້າ​ຫວຽດນາມ ​ອອກໄປ​ສູ່ຕ່າງປະ​ເທດ.

ບຸນລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2024 ໃນປະເທດຍີ່ປຸ່ນ

ບຸນລະດູບານໃໝ່ແຫ່ງບ້ານເກີດເມືອງນອນ 2024 ໃນປະເທດຍີ່ປຸ່ນ

ຍສໝ - ວັນທີ 20 ມັງກອນ, ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Fukuoka, ສະມາຄົມຊາວ ຫວຽດນາມ ອາໄສຢູ່ Fukuoka, ສະຫະສະມາຄົມສົ່ງເສີມການຄ້າ ແລະ ການລົງທຶນ ຫວຽດນາມ ຢູ່ Kyushu ໄດ້ສົມທົບກັນຈັດວັນບຸນເຕັດ “ລະດູບານໃໝ່ແຫ່ງບ້ານເກີດເມືອງນອນ” ເພື່ອຕ້ອນຮັບບຸນເຕັດປີມະໂຣງ 2024.

ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກກັບຄືນປະເທດ ຫຼາຍທີ່ສຸດໃນໂລກ

ຫວຽດນາມ ສືບຕໍ່ແມ່ນປະເທດຮັບເງິນທີ່ມາຈາກຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກກັບຄືນປະເທດ ຫຼາຍທີ່ສຸດໃນໂລກ

ຍສໝ - ຕາມທະນາຄານແຫ່ງລັດສາຂານະຄອນໂຮ່ຈີມິນ ແລ້ວ, ຈຳນວນເງິນຕາຕ່າງປະເທດໂດຍຊາວຫວຽດນາມອາໄສຢູ່ຕ່າງປະເທດ ຝາກມາໃນປີ 2023 ຄາດວ່າບັນລຸ ເກືອບ 9 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 35% ເມື່ອທຽບໃສ່ກັບປີ 2022. ນີ້ແມ່ນຈຳນວນເງິນຫຼາຍທີ່ສຸດນັບ ແຕ່ກ່ອນມາຮອດປັດຈຸບັນ.

ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ພາລະໜ້າທີ່, ໂຄງຮ່າງການຈັດຕັ້ງຂອງຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ

ຍສໝ - ​ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈີ່ນ​ລິວ​ກວາງ ໄດ້​ເຊັນຂໍ້ຕົກລົງເລກ​ທີ 30/2023/QD-TTg ວ່າດ້ວຍການກຳນົດບົດບາດ, ສິດ, ໜ້າ​ທີ່ ແລະ ໂຄງຮ່າງການຈັດຕັ້ງຂອງ​ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ ສັງກັດ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

Fitch Ratings ຄາດຄະເນວ່າ ການເຕີບໂຕທາງເສດຖະກິດໄລຍະກາງຂອງຫວຽດນາມ ມີບັນດາສັນຍານທີ່ສະດວກ

Fitch Ratings ຄາດຄະເນວ່າ ການເຕີບໂຕທາງເສດຖະກິດໄລຍະກາງຂອງຫວຽດນາມ ມີບັນດາສັນຍານທີ່ສະດວກ

ຍສໝ - ອົງ​ການ​ຈັດ​ອັນ​ດັບຄວາມເຊື່ອຖື Fitch Ratings (ອາ​ເມ​ລິ​ກາ) ຄາດ​ຄະ​ເນ​ວ່າ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄລ​ຍະ​ກາງ​ຂອງ​ຫວຽດ​ນາມ ຈະ​ມີ​ສັນ​ຍານ​​ສະ​ດວກ​ຫຼາຍ​ຢ່າງ, ​ໃນ​ລະ​ດັບປະມານ 7%.

ດ່ານັ່ງ ເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມຕ່າງປະເທດ

ດ່ານັ່ງ ເພີ່ມທະວີການເຊື່ອມຕໍ່ກັບປະຊາຄົມຕ່າງປະເທດ

ຍສໝ - ວັນທີ 16 ທັນວາ, ຢູ່ສວນສາທາລະນະ APEC ນະຄອນ ດ່ານັ່ງ, ພະແນກວັດທະນະທໍາ ແລະ ກິລານະຄອນ ດ່ານັ່ງ ໄດ້ສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຈັດຕັ້ງພິທີເປີດວັນບຸນຊາວຕ່າງປະເທດນະຄອນ ດ່ານັ່ງ ປີ 2023.

ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ

ປະຊາຄົມຊາວຫວຽດນາມ ຢູ່ ເຢຍລະມັນ ຮັກສາດົນຕີພື້ນເມືອງຂອງຊາດ

ຍສໝ - ເພື່ອ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ບັນດາ​ຄຸນຄ່າ​ວັດທະນະທຳ​ຂອງ​ຊາດ, ຫວ່າງແລ້ວນີ້, ສະມາຄົມ​ຜູ້​ຮັກ​ແພງ​ສິລະ​ປະ​ພື້ນ​ເມືອງ ຫວຽດນາມ ຢູ່ ​ເຢຍລະ​ມັນ ​ໄດ້​ຈັດ​ຕັ້ງ​ລາຍການ​ສະ​ແດງ “​ກອນລຳ​ໃນ​ໃຈຜູ້ຢູ່ໄກບ້ານເກີດ” ​ຢູ່ຫໍວັດທະນາທຳສູນ​ການ​ຄ້າ ດົ່ງ​ຊວນ (​ເບີ​ລິນ, ​ເຢຍລະ​ມັນ).

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ປະຊາຄົມຊາວຫວຽດນາມ ຢູ່ລາວ ມີສະຖານທີ່ກວດ ແລະ ປິ່ນປົວພະຍາດຕືື່ມອີກ

ຍສໝ - ວັນ​ທີ 18 ພະຈິກ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ ປະເທດລາວ, ​ໄດ້ຈັດພິທີເລີ່ມເປີດໂຮງໝໍ​ສາກົນ ​ລາ​ວີ. ນີ້​ແມ່ນ​ໂຮງໝໍ​ສາກົນ​ຊັ້ນ I ​ໂດຍໄດ້​ຮັບໃບ​ຮັບຮອງ​ຈາກ​ກະຊວງ​ສາທາລະນະ​ສຸກ​ລາວ, ປະກອບສ່ວນ​ຍົກສູງການ​ບໍລິການ​ກວດ, ປິ່ນປົວ​ພະຍາດ​ໃຫ້​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່​ລາວ ​ເວົ້າ​ສະ​ເພາະ ​ແລະ ຊາວ​ລາວ​ເວົ້າ​ລວມ.

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ນະຄອນ ໂຮ່ຈີມິນ ເຊີນຊວນຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າຮ່ວມບັນດາຂົງເຂດລົງທຶນທີ່ສຳຄັນ

ຍສໝ - ນັ້ນ​ແມ່ນ​ເນື້ອໃນ​ທີ່​ທ່ານ​ນາງ ຫວູທິ​ຮວິ່ງມາຍ, ປະທານ​ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ ນະຄອນ ​ໂຮ່ຈີ​ມິນ ​ແຈ້ງກັບບັນດາຜູ້ແທນທີ່ການພົບປະ​ຢູ່​ນອກ​ “​ເວທີ​ປາ​ໄສ​ວິ​ສາ​ຫະກິດຊາວຫວຽດນາມ ຢູ່ຕ່າງປະເທດ ​ໄທ - ຫວຽດນາມ - ລາວ - ກຳປູ​ເຈຍ - ມຽນມາ” ໃນປີ 2023.

ເຫດການ