ໄຂ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍາ​ສາດຄັ້ງ​ທີ 11 ຢູ່ຫວຽດ​ນາມ

16:05 | 19/10/2021

ຍ​ສ​ໝ - ງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍ​າ​ສາດ​ຄັ້ງ​ທີ 11 ຢູ່ຫວຽດ​ນາມທີ່​ມີ​ຫົວ​ຂໍ້​ກ່ຽວ​ກັບ​ສຸ​ຂະ​ພາບຈະ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 22 ຕຸ​ລາ - 31 ທັນ​ວາ 2021 ດ້ວຍຫຼາຍ​ຮູບ​ແບບ​ປ່ຽນ​ແປງ​ໃໝ່ ແລະດຶງ​ດູດ​ໃຈ...

ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່ ຫວຽດ​ນາມ ເອົາ​ໃຈ​ໃສ່​ພັດ​ທະ​ນາ​ບັນ​ດາ​ແຫຼ່ງ​ພະ​ລັງ​ງານ​ສະ​ອາດ, ພະ​ລັງ​ງານ​ຜະ​ລິດ​ຄືນ​ໃໝ່
ຫວຽດ​ນາມ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເຄົາ​ລົບຫຼັກ​ການ​ແກ້​ໄຂ​​ການຂັດ​ແຍ້ງ​ສາ​ກົນ ໂດຍ​ສັນ​ຕິ​ວິ​ທີ ຫວຽດ​ນາມ ຮຽ​ກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເຄົາ​ລົບຫຼັກ​ການ​ແກ້​ໄຂ​​ການຂັດ​ແຍ້ງ​ສາ​ກົນ ໂດຍ​ສັນ​ຕິ​ວິ​ທີ
ໄຂ​ງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍາ​ສາດຄັ້ງ​ທີ 11 ຢູ່ຫວຽດ​ນາມ
ການ​ຖະ​ແຫຼງ​ຂ​່າວ ກ່ຽວ​ກັບ​ງານ​ມະ​ຫາ​ກຳ​ຮູບ​ເງົາ ວິ​ທະ​ຍາ​ສາດ 2021 (ພາບ: VOV)

ທີ່​ງານ​ມະ​ຫາ​ກຳ​ຮູບ​ເງົາຄັ້ງ​ນີ້ບັນ​ດາ​ນັກ​ຊ່ຽວ​ຊານ​ການ​ສຶກ​ສາ​ໄດ້ຄັດ​ເລືອກ​ 43​ ຮູບ​ເງົາ​ວິ​ທະ​ຍາ​ສາດຈາກ 122 ຮູບ​ເງົ​າ​ໂດຍ​ບັນ​ດາ​ຊ່ອງ​ໂທ​ລະ​ພາບແລະສຳ​ນັກ​ຜະ​ລິດ​ຮູບ​ເງົາ​ສາ​ກົນຜະ​ລິດ, ເພື່ອແນະ​ນຳ​ໄປ​ຍັງຜູ້​ຊົມ​ຫວຽດ​ນາມ. ເນື້ອ​ໃນ​ຂອງ​ຮູບ​ເງົາໄດ້​ສ່ອງ​ແສງ​ບັນ​ດາ​ບັນ​ຫາ​ກ່ຽວ​ກັບ​ສຸ​ຂະ​ພາບ, ຈິດ​ໃຈແລະວິ​ທະ​ຍາ​ສາດ​ທຳ​ມະ​ຊາດ.

ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງງານ​ມະ​ຫາ​ກຳ​ຮູບ​ເງົາ​ວິ​ທະ​ຍາ​ສາດ​ລວມ​ມີ: ການຊົມ​ຮູບ​ເງົາ​ວິ​ທະ​ຍາ​ສາດ​ສາ​ກົນຜ່ານ​ຮູບ​ແບບເຂົ້າ​ເວັບ​ໄຊ​ຂໍ້​ມູນ​ຂ່າວ​ຢ່າງ​ເປັນ​ທາງ​ການ​ຂອງງານ​ມະ​ຫາ​ກຳ​ຮູບ​ເງົາ. ການ​ແຂ່ງ​ຂັນ​ປະ​ດິດ​ຄິດ​ສ້າງ STEM ເລີ່ມ​ແຕ່​ເດືອນຕຸ​ລາຫາເດືອນ​ທັນ​ວາ 2021. ແຕ່​ລະ​ເດືອນສະ​ຖາ​ບັນ Goethe ຈະ​ສະ​ໜອງ​ຊຸດຮູບ​ເງົາ​ໃຫ້​ແກ່​ບາງ​ໂຮງ​ຮຽນ​ໃນ​ບໍ​ລິ​ເວນ​ນະ​ຄອນ​ຮ່າ​ໂນ້ຍແລະນະ​ຄອນໂຮ່​ຈີ​ມິນເພື່ອ​ໃຫ້​ບັນ​ດາ​ໂຮງ​ງານ​ຜັນ​ຂະ​ຫຍາຍແລະສົ່ງ​ໝາກ​ຜົນ​ການ​ເຄື່ອນ​ໄຫວ​ໃຫ້​ກັບ​ຄະ​ນະ​ຈັດ​ຕັ້ງ​ງານ​ມະ​ຫາ​ກຳ​ຮູບ​ເງົາ.

ການ​ເຄື່ອນ​ໄຫວ workshop ອອນ​ລາຍດ້ວຍ​ຫົວ​ຂໍ້​ສຸ​ຂະ​ພາບ​ທີ່​ໄດ້​ດຳ​ເນີນ​ໃນ 10 ອາ​ທິດ​ຢ່າງ​ຕໍ່​ເນື່ອງ​ນັບ​ແຕ່​ເວ​ລາ 20 ຊົ່ວ​ໂມງ​ນັບ​ແຕ່​ເວ​ລາ 22 ຕຸ​ລາ. ບັນ​ດາ​ຜູ້ທທີ່​ຮັກ​​ວິ​ທະ​ຍາ​ສາດແລະການ​ສຶກ​ສາ STEM ອາດ​ຈະ​ເຂົ້າ​ຮ່ວມ​ບັນ​ດາ​ການ​ໂອ້​ລົມ​ສົນ​ທະ​ນາພ້ອມ​ກັບ​ບັນ​ດາ​ນັກ​ຊ່ຽວ​ຊານ​ສິດ​ສອນ STEM ແລະບັນ​ດາ​ແຂກ​ຖືກ​ເຊີນ​ໃຫ້​ແກ່​ແຕ່​ລະ​ຫົວ​ຂໍ້​ຢ່າງ​ລະ​ອຽດ.

ສະ​ຖາ​ບັນ Goethe ສືບ​ຕໍ່​ຮ່ວມ​ມື​ກັບບໍ​ລິ​ສັດ​​ວິ​ທີ​ການ​ແກ້​ໄຂ​ການ​ສຶກ​ສາ THD ຈຳ​ກັດ, ສູນ​ຂໍ້​ມູນ ແລະຄາດ​ຄະ​ເນຂຶ້ນ​ກັ​ບສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ການ​ສຶກ​ສາຫວຽດ​ນາມ (VNIES) ແລະສະ​ຖາ​ບັນ​ວິ​ທະ​ຍາ​ສາດ​ສັງ​ລວມ​ນະ​ຄອນ​ໂຮ່​ຈີ​ມິນ (GSL) ເພື່ອ​ຊ່ວຍ​ງານ​ມະ​ຫາ​ກຳ​ກິ​ລາ​ຮູບ​ເງົາເຂົ້າເຖິງ​ນັກ​ຮຽນແລະຄູ​ສອນໃນ​ບັນ​ດາ​ແຂວງ, ນະ​ຄອນຫວຽດ​ນາມ.

ງານ​ມະ​ຫາ​ກຳ​ກິ​ລາ​ການ​ສຶກ​ສາ​ວິ​ທະ​ຍາ​ສາດ​ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດໃນ​ໂລກໄດ້​ເລີ່ມ​ດຳ​ເນີນ​ແຕ່​ປີ 2004 ດ້ວຍ​ຜູ້​ເຂົ້າ​ຮ່ວມ​ກ່​ວາ 1 ລ້ານ​ຄົນ​ຕໍ່​ປີແລະໄດ້​ຈັດ​ຕັ້ງ​ຢູ່ 33 ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ອາ​ຊີໃຕ້, ອາບ​ຟ​ຼິກ​ກາແລະອາເມລິ​ກາ​ລາ​ຕິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.