ຜູ້ແທນລາວຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12

00:54 | 15/05/2019

ໃນວັນທີ 9 ມີນາ 2019 ທ່ານ ສຸພັນ ແກ້ວມີໄຊ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ປະທານຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກຳປູເຈຍ-ລາວ-ຫວຽດນາມ ຂອງ ສປປ ລາວ ຈະໄດ້ນໍາພາຄະນະຜູ້ແທນ ສປປ ລາວ ຈາກກະຊວງຂະແໜງການກ່ຽວ ຂ້ອງຂັ້ນສູນກາງ ແລະ ຈາກ 4 ແຂວງພາກໃຕ້ ມີ ແຂວງສາລະວັນ, ເຊກອງ, ອັດຕະປື ແລະ ແຂວງຈຳປາສັກ ເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານ ຮ່ວມເຂດສາມຫລ່ຽມພັດທະ ນາ ກຳປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12 ທີ່ ແຂວງກະແຈະ ກຳປູເຈຍ, ເຊິ່ງຈະຈັດຂຶ້ນໃນວັນທີ 10 ມີນາ 2019.

ຜູ້ແທນລາວຈະເຂົ້າຮ່ວມກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 12

ກອງປະຊຸມລັດຖະມົນຕີ ຄະນະກຳມະການປະສານງານຮ່ວມ ເຂດສາມຫລ່ຽມພັດທະນາ ກໍາປູເຈຍ-ລາວ-ຫວຽດນາມ ຄັ້ງທີ 11.

ຈຸດປະສົງ​​ກອງ​ປະຊຸມ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ທົບ​ທວນຄືນຄວາມ​ຄືບ​ໜ້າ ການ​ຈັດ​ຕັ້ງ​ປະຕິບັດ ຜົນ​ກອງ​ປະຊຸມ​ຄະນະ​ກຳມະການ​ປະສານ​ງານ ​ຮ່ວມ​ເຂດ​ສາມ​ຫລ່ຽມ​ພັດທະນາ ກຳປູ​ເຈ​ຍ-ລາວ​ຫວຽດນາມ (JCC) ຄັ້ງ​ທີ 11 ​ໃນ​ເດືອນ​ທັນວາ 2017 ທີ່​ແຂວງ​ບິ່ງເຍືອງ ສສ ຫວຽດນາມ , ພ້ອມ​ທັງ​ປຶກສາ​ຫາລື​ກ່ຽວ​ກັບ ບັນດາ​ຂໍ້ຄົງຄ້າງ ​ແລະ ສິ່ງ​ທ້າ​ທາຍ​ຕ່າງໆ ທີ່​ເປັນ​ອຸປະສັກ ຕໍ່​ການ​ພັດທະນາ​ ເສດຖະກິດ​-ສັງຄົມ ຂອງ 3 ປະ​ເທດ​ ກໍ​ຄື​ໃນ 13 ​ແຂວງ​ຂອງ​ເຂດ​ສາມ​ຫລ່ຽມ​ ພັດທະນາ​ກຳປູ​ເຈຍ-ລາວ​-ຫວຽດນາມ ​ແນ​ໃສ່​ກຳນົດ​ທິດ​ທາງ ​ການ​ຮ່ວມ​ມື​ໃນ​ຕໍ່ໜ້າ ​ເພື່ອ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ​ອັນ​ເປັນ​ມູນ​ເຊື້ືອທີ່​ມີ​ມາຍາ​ວນານຂອງ 3 ຊາດ ​ແລະ ນຳ​ຄວາມ​ຈະ​ເລີ​ນສີ​ວີ​ໄລ ມາສູ່​ເຂດສາມຫລ່ຽມ​ພັດທະນາ ​ໃຫ້​ນັບ​ມື້​ນັບ​ຫລຸດ​ຟົ້ນ ອອກ​ຈາກ​ຄວາມທຸກ​ຍາກ ​ເທື່ອ​ລະ​ກ້າວ

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.