ກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ

09:52 | 21/10/2021

ຕອນເຊົ້າວັນທີ 19 ຕຸລາ, ຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 3 ທາງອອນໄລ. ທ່ານ ນາງ ປະທານຄະນະກຳມາທິການ ຫງວຽນທຸຍແອງ ເປັນປະທານກອງປະຊຸມ.

ການ​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຫວຽດ​ນາມ - ນີ​ກາ​ຣາກວາ ການ​ປຶກ​ສາ​ຫາ​ລືດ້ານ​ການ​ເມືອງ ຫວຽດ​ນາມ - ນີ​ກາ​ຣາກວາ
ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ ການນໍາກະຊວງປ້ອງກັນປະເທດ ຕ້ອນຮັບຫົວໜ້າອົງການຜູ້ຕາງໜ້າຫວຽດນາມ ປະຈໍາ ຕ່າງປະເທດ
ກອງປະຊຸມຄົບຄະນະຄັ້ງທີ 3 ຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ
ພາບປະກອບ: TTXVN

ກ່າວຄຳເຫັນທີ່ການເປີດກອງປະຊຸມ, ທ່ານນາງ ຫງວຽນທຸວແອງ ໃຫ້ຮູ້ວ່າ: ທີ່ກອງປະຊຸມຄັ້ງທຳອິດ, ສະພາແຫ່ງຊາດໄດ້ຜ່ານມະຕິເລກທີ 30/2021/QH15, ໃນນັ້ນ ສະພາແຫ່ງຊາດໄດ້ຮຽກຮ້ອງໃຫ້ລັດຖະບານ, ນາຍົກລັດຖະມົນຕີ, ທຸກຂັ້ນ, ທຸກຂະແໜງການ, ບັນດາທ້ອງຖິ່ນຕ້ອງເປັນເຈົ້າການໃນການຕິດຕາມສະພາບຕົວຈິງ, ສືບຕໍ່ເພີ່ມທະວີບັນດາວິທີການຢ່າງເຂັ້ມແຂງ, ຂ້ຽວຂາດ, ມີປະສິດທິຜົນກວ່າເກົ່າເພື່ອຄວບຄຸມການລະບາດຂອງພະຍາດໂຄວິດ -19.

ສະພາແຫ່ງຊາດໄດ້ມອບໃຫ້ລັດຖະບານ, ນາຍົກລັດຖະມົນຕີເປັນຜູ້ຕັດສິນ ແລະຮັບຜິດຊອບໃນການຈັດຕັ້ງປະຕິບັດວິທີແກ້ໄຂອັນຮີບດ່ວນຈຳນວນໜຶ່ງ, ໂດຍສະເພາະໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດໂຄວິດ-19 ເພື່ອເຮັດໃຫ້ສະຖຽນລະພາບ, ຄວບຄຸມການລະບາດຂອງພະຍາດໂດຍໄວ ແລະ ນໍາປະເທດຊາດກັບຄືນສູ່ “ສະພາບການປົກກະຕິໃໝ່”.

ຄະນະປະຈຳສະພາແຫ່ງຊາດໄດ້ສ້າງຕັ້ງໜ່ວຍປະຕິບັດງານກ່ຽວກັບການຈັດຕັ້ງປະຕິບັດມະຕິເລກທີ 30/2021/QH15 ກ່ຽວຂ້ອງກັບການປ້ອງກັນແລະຄວບຄຸມພະຍາດໂຄວິດ -19 ເພື່ອຕິດຕາມ, ເກັບກໍາສະພາບການທາງຫາງສຽງ, ຊີວິດການເປັນຢູ່ທາງສັງຄົມກໍ່ຄືວຽກງານການຄຸ້ມຄອງ, ການບໍລິຫານຂອງລັດຖະບານ ແລະ ອຳນາດການປົກຄອງທ້ອງຖິ່ນເພື່ອມີການສ່ວນຮ່ວມແຕ່ຫົວທີ, ແບບທາງໄກໂດຍຜ່ານການປະຊຸມ ແລະຮັບເອົາບັນດາບົດລາຍງານ, ຂໍ້ມູນຂ່າວສານຂອງຄະນະຜູ້ແທນສະພາແຫ່ງຊາດບັນດາທ້ອງຖິ່ນທີ່ສົ່ງມາໃນທຸກອາທິດ.

ຄະນະກຳມາທິການສັງຄົມຂອງສະພາແຫ່ງຊາດ ໄດ້ຈັດກອງປະຊຸມຄົບຄະນະຄັ້ງທີ 3 ເພື່ອກວດກາ ແລະ ພິຈາລະນາບົດລາຍງານຂອງລັດຖະບານກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດໂຄວິດ -19 ແລະສະພາບການຈັດຕັ້ງປະຕິບັດມະຕິເລກທີ 30/2021/QH15.

ໃນກອງປະຊຸມສະໄສາມັນເທື່ອທີ 2 ມາຮອດປັດຈຸບັນ, ສະພາແຫ່ງຊາດຈະໄດ້ປະກອບຄໍາເຫັນໃສ່ຜົນງານຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2021, ຄາດຄະເນແຜນການພັດທະນາເສດຖະກິດ-ສັງຄົມໃນປີ 2022 ແລະສະພາບການຈັດຕັ້ງປະຕິບັດງົບປະມານແຫ່ງລັດໃນປີ 2021, ຄາດຄະເນການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ໃນປີ 2022. ສະນັ້ນ, ບົດລາຍງານກ່ຽວກັບການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ COVID-19 ແລະສະພາບການການຈັດຕັ້ງປະຕິບັດມະຕິເລກທີ 30/2021/QH15 ຈະເປັນພື້ນຖານເພື່ອໃຫ້ບັນດາຜູ້ແທນສະພາແຫ່ງຊາດປຶກສາຫາລືກ່ຽວກັບເນື້ອໃນເສດຖະກິດ-ສັງຄົມ ແລະງົບປະມານແຫ່ງລັດ.

ໄຊພອນ

ເຫດການ
302 Found

Found

The document has moved here.