ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນມີຜົນງານດີເດັ່ນໃນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ

16:23 | 19/10/2021

ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງບັນດາຜົນງານໃນເບື້ອງຕົ້ນທີ່ໜ້າສົ່ງເສີມຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ ຂຶ້ນກັບກະຊວງປ້ອງກັນປະເທດ, ໄດ້ປະຕິບັດສຳເລັດບັນດາໜ້າທີ່ເຊິ່ງສະຫະປະຊາຊາດ ແລະ ຫວຽດນາມ ມອບໝາຍໃຫ້.

ສະໂມສອນສິລະປະເດືອນຕຸລາ - ຂົວວັດທະນະທຳຫວຽດນາມ ຢູ່ເຢຍລະມັນ ສະໂມສອນສິລະປະເດືອນຕຸລາ - ຂົວວັດທະນະທຳຫວຽດນາມ ຢູ່ເຢຍລະມັນ
ວັນບຸນຄອບຄົວຫວຽດນາມຢູ່ແບນຊິກ ວັນບຸນຄອບຄົວຫວຽດນາມຢູ່ແບນຊິກ
ຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນມີຜົນງານດີເດັ່ນໃນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ຕາງໜ້າ (ພາບ: TTXVN)

ຕອນບ່າຍວັນທີ 18 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ປະທານສະພາປ້ອງກັນຊາດປ້ອງກັນຄວາມສະຫງົບ, ໄດ້ເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍບັນດາໝູ່ຄະນະ ແລະ ສ່ວນບຸກຄົນມີຜົນງານດີເດັ່ນໃນການເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ.

ທີ່ພິທີຍ້ອງຍໍຊົມເຊີຍ, ທ່ານປະທານປະເທດ ຫງວຽນຊວັນຟຸກ ຕີລາຄາສູງບັນດາຜົນງານໃນເບື້ອງຕົ້ນທີ່ໜ້າສົ່ງເສີມຂອງກຳລັງຮັກສາສັນຕິພາບສະຫະປະຊາຊາດ ຂຶ້ນກັບກະຊວງປ້ອງກັນປະເທດ, ໄດ້ປະຕິບັດສຳເລັດບັນດາໜ້າທີ່ເຊິ່ງສະຫະປະຊາຊາດ ແລະ ຫວຽດນາມ ມອບໝາຍໃຫ້. ສະຫະປະຊາຊາດໄດ້ສົ່ງຈົດໝາຍຂອບໃຈ ຫວຽດນາມ ເປັນຫຼາຍຄັ້ງ ຍ້ອນມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ. ຍົກອອກບັນດາບັນຫາສັບສົນນັບທັງຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະ ຄວາມໝັ້ນຄົງແບບໃໝ່ ໃນປະຈຸບັນ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ສະເໜີວ່າ:

“ຍົກສູງປະສິດທິຜົນການເຄື່ອນໄຫວຂອງກຳລັງເຂົ້າຮ່ວມການຮັກສາສັນຕິພາບສະຫະປະຊາຊາດ ຂອງກອງທັບປະຊາຊົນຫວຽດນາມ ຢູ່ບັນດາຄະນະປະຕິບັດງານ, ຕອບສະໜອງຄວາມຮຽກຮ້ອງໜ້າທີ່, ລະດັບຄວາມຮູ້, ວິຊາສະເພາະ ແລະ ຮັບປະກັນຄວາມປອດໄພໃນທຸກດ້ານໃຫ້ແກ່ພະນັກງານ, ນັກຮົບຂອງຫວຽດນາມ. ເພີ່ມທະວີວຽກງານຄົ້ນຄວ້າ, ທາບທາມຄວາມເຫັນຍຸດທະສາດ, ເປີດກວ້າງກຳລັງ, ທີ່ຕັ້ງເຂົ້າຮ່ວມ ແລະ ບັນດາບໍລິເວນຄະນະປະຕິບັດງານຂອງ ຫວຽດນາມ ມີທ່າແຮງເທື່ອລະກ້າວ. ວິວັດການເຄື່ອນໄຫວຕ້ອງສະແດງໃຫ້ເຫັນຄວາມຕັ້ງໜ້າ, ເປັນເຈົ້າການ, ແຕ່ຕ້ອງລະມັດລະວັງ, ໝັ້ນຄົງ ແລະ ປົກປັກຮັກສິດເອກະລາດບັນຊາກຳລັງຂອງກອງທັບປະຊາຊົນ ຫວຽດນາມ ເມື່ອເຂົ້າຮ່ວມຄະນະປະຕິບັດງານ”.

vovworld.vn

ເຫດການ
302 Found

Found

The document has moved here.