ນະຄອນດາໜັງເປັນເຈົ້າພາບໃນການຈັດຕັ້ງເວທີປາໄສການພັດທະນາເສັ້ນທາງການບິນອາຊີ 2022

07:07 | 15/10/2021

ຍສໝ - ພະແນກທ່ອງທ່ຽວນະຄອນດາໜັງໃຫ້ຮູ້ວ່າ ວັນທີ 11 ຕຸລາ ຢູ່ ມິລານ (ປະເທດອີຕາລີ), ພາຍໃນຂອບຂອງເວທີປາໄສການພັດທະນາສາຍການບິນໂລກ (World Routes), ດາໜັງໄດ້ຮັບການປະກາດໃຫ້ເປັນເຈົ້າພາບໃນການຈັດຕັ້ງເວທີປາໄສການພັດທະນາເສັ້ນທາງການບິນອາຊີ 2022 (Routes Asia 2022).

ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0 ການແຂ່ງຂັນຮອບຄັດເລືອກເຕະບານຊິງແຊ້ມອາຊີ 2022: ທີມບານເຕະຍິງຫວຽດນາມ ເອົາຊະນະ ທີມເຕະບານຍິງ ມານດີວ 16-0
ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022 ສັນຍາ RCEP ຄາດວ່າຈະມີຜົນບັງຄັບໃຊ້ໃນຕົ້ນປີ 2022
ພາບ​ປະ​ກອບ
ພາບ​ປະ​ກອບ

ທ່ານ Steven Small, ຜູ້ອຳນວຍການ Informa Routes ໃຫ້ຮູ້ວ່າ ເວທີປາໄສການພັດທະນາເສັ້ນທາງການບິນອາຊີ 2022 ຈະປະກອບສ່ວນອັນສຳຄັນເຂົ້າໃນການເຊື່ອມຕໍ່ນະຄອນດານັງກັບປະຊາຄົມວິສາຫະກິດການບິນ, ການທ່ອງທ່ຽວ ແລະ ເຄືອຂ່າຍສາຍການບິນສາກົນໃນພາກພື້ນ ແລະ ໃນໂລກ.

ເວທີປາໄສການພັດທະນາເສັ້ນທາງການບິນອາຊີ 2022 ຄັ້ງທີ 16 ຄາດວ່າຈະໄດ້ຈັດຂຶ້ນແຕ່ວັນທີ 6 ຫາວັນທີ 8 ມິຖຸນາ 2022 ໂດຍນະຄອນດາໜັງເປັນເຈົ້າພາບ ພ້ອມທັງມີການຮ່ວມເດິນທາງຂອງ IPP Travel Retail, ສະມາຊິກຂອງ IPPG ແລະ Informa Routes, ອັງກິດ.

ຄາດວ່າຈະມີການເຂົ້າຮ່ວມຂອງຫຼາຍສາຍການບິນ, ບັນດາສະໜາມບິນ ແລະ ຫົວໜ່ວຍທຸລະກິດການທ່ອງທ່ຽວ, ສາຍການບິນ ເພື່ອສົ່ງເສີມສາຍພົວພັນການຮ່ວມມືໃນການສ້າງສາ ແລະ ເປີດກວ້າງເສັ້ນທາງການບິນ ພ້ອມກັບເຄືອຂ່າຍທຸລະກິດການບິນ, ປະກອບສ່ວນເຂົ້າໃນການຊຸກຍູ້ການເຄື່ອນໄຫວການບິນການທ່ອງທ່ຽວສາກົນຊຸກຍູ້ການເຊື່ອມຕໍ່ລະຫວ່າງດາໝັງກັບເຄືອຂ່າຍສາຍການບິນພາກພື້ນ ແລະ ໂລກ.

ໂດຍໄດ້ຮູ້ວ່າ Routes Asia ທຳອິດໄດ້ຈັດຂຶ້ນໃນປີ 2003, ເຊື່ອມຕໍ່ຂະແໜງການຂົນສົ່ງທາງອາກາດ ແລະ ເຄືອຂ່າຍການບິນໜຶ່ງດຽວໃນ ອາຊີ-ປາຊີຟິກ. ບັນດາໜ່ວຍງານທີ່ເປັນເຈົ້າພາບໃນການຈັດຕັ້ງ Routes Asia ໃນຊຸມປີມໍ່ໆມານີ້ລວມມີ ລັດ Sarawak - ມາເລເຊຍ (2012), ຄຸນໝິງ - ຈີນ (2015), ມະນີລາ - ຟິລິບປິນ (2016), ໂອກິນາວາ - ຍີ່ປຸ່ນ (2017), Brisbane - ອົດຕະລີ (2018). ໃນປີ 2019, ມີຜູ້ແທນຫຼາຍກວ່າ 1,000 ຄົນ, ຜູ້ບັນຍາຍ 25 ຄົນ ທີ່ມາຈາກຫຼາຍກວ່າ 60 ປະເທດ ແລະ 113 ສາຍການບິນສາກົນ ໄດ້ມາ Cebu (ຟີລິບປິນ) ເພື່ອເຂົ້າຮ່ວມ Routes Asia 2019.

ໄຊພອນ

ເຫດການ
302 Found

Found

The document has moved here.