ການທ່ອງທ່ຽວປະກອບສ່ວນນຳຮູບພາບທີ່ສວຍງາມຂອງມໍລະດົກຫວຽດນາມ ອອກສູ່ໂລກ

07:38 | 10/10/2021

ກອງປະຊຸມສຳມະນາ “ບົດບາດຂອງອົງການຄຸ້ມຄອງຢູ່ສູນກາງ, ທ້ອງຖິ່ນ ແລະວິສາຫະກິດໃນການຄຸ້ມຄອງການທ່ອງທ່ຽວຢູ່ບັນດາເຂດມໍລະດົກ: ປະສົບການ ຈ່າງອານ” ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ.

ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19 ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື​ກັບ ສ​ປ​ຊ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ ການນຳພັກ, ລັດ,ສະພາແຫ່ງຊາດຫວຽດນາມ ພົບປະກັບຜູ້ມີສິດເລືອກຕັ້ງ
ພາບປະກອບ
ພາບປະກອບ

ນີ້ແມ່ນເຫດການໂດຍກົມໃຫຍ່ທ່ອງທ່ຽວ (ກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ຫວຽດນາມ) ສົມທົບກັບສະຖານທູດໂກລົມບີ ປະຈໍາຫວຽດນາມ ຈັດຕັ້ງຜ່ານທາງອອນລາຍ.

ເຫດການດັ່ງກ່າວນອນໃນກິດຈະກຳການຮ່ວມມືຜັນຂະຫຍາຍບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່າງກະຊວງວັດທະນະທຳ, ກິລາ ແລະທ່ອງທ່ຽວຫວຽດນາມ ແລະກະຊວງການຄ້າ, ອຸດສາຫະກຳ ແລະການທ່ອງທ່ຽວໂກລົມບີ ເຊິ່ງດຶງດູດນັກຊ່ຽວຊານ ແລະຜູ້ແທນຂອງສອງປະເທດນັບຫຼາຍຮ້ອຍຄົນເຂົ້າຮ່ວມແບ່ງປັນຂໍ້ມູນ, ນະໂຍບາຍ ແລະປະສົບການຫຼາຍຢ່າງກ່ຽວກັບບົດບາດຂອງສູນກາງ, ທ້ອງຖິ່ນ ແລະວິສາຫະກິດໃນການຄຸ້ມຄອງການທ່ອງທ່ຽວຢູ່ເຂດມໍລະດົກທີ່ໄດ້ຮັບການຮັບຮອງຈາກອົງການສຶກສາ, ວິທະຍາສາດ ແລະວັດທະນະທໍາຂອງ ສປຊ (UNESCO), ໃນນັ້ນມີມໍລະດົກວັດທະນະທຳ ແລະທຳມະຊາດໂລກ ຈ່າງອານຂອງຫວຽດນາມ. ບັນດາຜູ້ແທນໄດ້ສຸມໃສ່ປຶກສາຫາລືບັນດາບັນຫາກ່ຽວຂ້ອງເຖິງການຄຸ້ມຄອງການທ່ອງທ່ຽວຢູ່ສະຖານທີ່ມໍລະດົກ, ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທຳ ແລະຈິດໃຈຂອງມໍລະດົກ, ປະກອບສ່ວນນຳຊື່ສຽງມໍລະດົກໄປສູ່ປະຊາຊົນ ແລະທົ່ວໂລກ; ອະນຸລັດຮັກສາຄຸນຄ່ານີ້ແບບຍືນຍົງ...

la.qdnd.vn

ເຫດການ
302 Found

Found

The document has moved here.