ຍສໝ - ຕາມຂ່າວ en.tempo.co (ອິນໂດເນເຊຍ), ໃນປີ 2024, ຈຳນວນນັກທ່ອງທ່ຽວທີ່ມາຫວຽດນາມ ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຟື້ນຟູ 98%, ເຊິ່ງແມ່ນລະດັບຟື້ນຟູສູງສຸດຂອງອາຊີຕາເວັນອອກສ່ຽງໃຕ້. ຢູ່ອັນດັບທີ 2 ແມ່ນ ມາເລເຊຍ (94%), ໄທ (88%), ສິງກະໂປ (86%), ອິນໂດເນເຊຍ (86%) ແລະ ຟີລິບປິນ (72%).
ຍສໝ - ວັນທີ 7 ມັງກອນ, ຂໍ້ມູນຈາກກົມການທ່ອງທ່ຽວແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ໃນເດືອນທັນວາ 2024 ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ບັນລຸ 1.747.240 ເທື່ອຄົນ, ເພີ່ມຂຶ້ນ 2,1% ເມື່ອທຽບໃສ່ ເດືອນພະຈິກ 2024, ເພີ່ມຂຶ້ນ 27,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ຍອດຈໍານວນນັກທ່ອງທ່ຽວສາກົນໃນປີ 2024 ບັນລຸ 17.583.901 ຄົນ, ເພີ່ມຂຶ້ນ 39.5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ຍສໝ - ຂົວມັງກອນຄຳຢູ່ດ່ານັ້ງ, ວັດກາງຂົວທີ່ໂຮ້ຍອານ... ເປັນສັນຍາລັກຂອງການທ່ອງທ່ຽວຫວຽດນາມທີ່ໄດ້ຮັບການຊົບຊອບຈາກນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.
ຍສໝ - ຄະນະກຳມະການຈັດງານລາງວັນການທ່ອງທ່ຽວໂລກປີ 2020 (WTA) ໄດ້ປະກາດເວລາຄັດເລືອກເອົາ ໃນເຂດອາຊີໃນປີ 2020 ແຕ່ວັນທີ 15 ມິຖຸນາເຖິງວັນທີ 24 ກັນຍາ 2020. ໃນລະດູການນີ້, ການທ່ອງທ່ຽວຫວຽດນາມໄດ້ຮັບການຄັດເລືອກໃນ 11 ປະເພດການທ່ອງທ່ຽວ “ແຖວໜ້າຂອງອາຊີ”.