ທຸກລັດ​ຖະນະ​ໂຍ​ບາຍ​​ຂອງ​ສະ​ພາ​ແຫ່ງ​ຊາດ ລ້ວນ​ແຕ່​ຖື​ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ເປັນ​ໃຈ​ກາງ

06:38 | 08/10/2021

ຕອນບ່າຍວັນທີ 07 ຕຸລາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ໄດ້ລົງຢ້ຽມຢາມຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ແລະ ພົບປະກັບຜູ້ຕາງໜ້າວົງການນັກທຸລະກິດ ຫວຽດນາມ ຢູ່ ສຳນັກງານ VCCI. ການເຮັດວຽກຖືກຈັດຂຶ້ນໂດຍກົງ ແລະ ແບບທາງໄກ ດ້ວຍການເຂົ້າຮ່ວມຂອງນັກທຸລະກິດກວ່າ 400 ທ່ານ ຢູ່ 70 ຈຸດຖ່າຍທອດສົດໃນທົ່ວປະເທດ.

DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ DAFO ແລະ ສະ​ຖານ​ກົງ​ສູນໃຫຍ່ ກູ​ບາ ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ ເຫັນ​ດີ​ເປັນ​ເອ​ກະ​ພາບເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫວພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ
ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ
ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫວ້  ກ່າວຄຳເຫັນທີ່ການພົບປະກັບ ນັກທຸລະກິດ ແລະ ຜູ້ຕາງໜ້າວິສາຫະກິດ (ພາບ: quochoi.vn)
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ການພົບປະກັບ ນັກທຸລະກິດ ແລະ ຜູ້ຕາງໜ້າວິສາຫະກິດ (ພາບ: quochoi.vn)

ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ສົ່ງຄຳອວຍພອນມາຍັງປະຊາຄົມວິສາຫະກິດ ເນື່ອງໃນໂອກາດວັນນັກທຸລະກິດ ຫວຽດນາມ 13 ຕຸລາ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ສະພາແຫ່ງຊາດພວມຕັ້ງໜ້າກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 2 ເຊິ່ງຄາດວ່າຈະໄຂຂຶ້ນໃນວັນທີ 20 ຕຸລາ ຈະມາເຖິງ. ໃນນັ້ນ, ສະພາແຫ່ງຊາດຈະພິຈາລະນາຮ່າງກົດໝາຍສຳຄັນຫຼາຍສະບັບທີ່ກ່ຽວຂ້ອງໂດຍກົງເຖິງວິສາຫະກິດ, ນັກທຸລະກິດ ແລະ ຟື້ນຟູເສດຖະກິດ - ສັງຄົມ; ພິຈາລະນາ, ຕັດສິນບັນດາໜ້າທີ່ເສດຖະກິດ - ສັງຄົມ, ປະເມີນຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ທຸກດ້ານຂອງຊີວິດເສດຖະກິດ, ສັງຄົມ, ແຮງງານ, ວຽກເຮັດງານທຳຂອງປະຊາຊົນ. ຄະນະປະຈຳສະພາແຫ່ງຊາດກໍຮຽກຮ້ອງໃຫ້ລັດຖະບານ ຕ້ອງມີແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂດຍໄວ. ເວທີປາໄສເສດຖະກິດ - ສັງຄົມປະຈຳປີ ຂອງສະພາແຫ່ງຊາດ ຈະຖືກຈັດຂຶ້ນໃນຕົ້ນປີ 2022 ກໍຈະສຸມໃສ່ປຶກສາຫາລືບັນດາບັນຫາດັ່ງກ່າວ.

ທ່ານປະທານສະພາແຫ່ງຊາດ ກໍເນັ້ນໜັກວ່າ ສະພາແຫ່ງຊາດ ແລະ ຂ້າພະເຈົ້າເອງ ຍາມໃດກໍກຳນົດວ່າ, ທຸກລັດຖະນະໂຍບາຍຂອງສະພາແຫ່ງຊາດ ຕ່າງກໍຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງ, ເພື່ອນຜົນປະໂຫຍດຂອງປະຊາຊົນ ແລະ ວິສາຫະກິດ./.

vovworld.vn

ເຫດການ
302 Found

Found

The document has moved here.