ເຂດຮ່ອງຮອຍປະຫວັດສາດຫຼາຍແຫ່ງຢູ່ເຫວ້ຈະເປີດຕ້ອນຮັບແຂກທ່ອງທ່ຽວຄືນໃໝ່ນັບແຕ່ວັນທີ 1 ຕຸລາ

21:00 | 02/10/2021

ຍ​ສ​ໝ - ເຂດຮ່ອງຮອຍປະຫວັດສາດຫຼາຍແຫ່ງໃນ ເທື່ອທຽນ - ເຫວ້ ຈະເປີດຕ້ອນຮັບແຂກທ່ອງທ່ຽວຄືນໃໝ່, ແຕ່ສໍາລັບການຢ້ຽມຢາມພຽງແຕ່ບໍລິເວນກາງແຈ້ງເທົ່ານັ້ນ.

ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສປປ.ລາວ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ຕຸລາ ທີ່ຫ້ອງປະຊຸມສະພາແຫ່ງຊາດນະຄອນຫລວງວຽງຈ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ສປປ.ລາວ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 27 ຕຸລາ ທີ່ຫ້ອງປະຊຸມສະພາແຫ່ງຊາດນະຄອນຫລວງວຽງຈ
ສປປ ລາວ: ບຸນທາດຫລວງປີນີ້ ຈະຈັດໃນລະຫວ່າງວັນທີ 29-31 ຕຸລາ 2020 ສປປ ລາວ: ບຸນທາດຫລວງປີນີ້ ຈະຈັດໃນລະຫວ່າງວັນທີ 29-31 ຕຸລາ 2020
ພາບປະກອບ
ພາບປະກອບ

ວັນທີ 30 ກັນຍາ, ສູນອະນຸລັກຮັກສາຮ່ອງຮອຍປະຫວັດສາດເຫ້ວໃຫ້ຮູ້ວ່າ ໜ່ວຍງານຈະເປີດປະຕູເພື່ອຮັບໃຊ້ແຂກທ່ອງທ່ຽວຢູ່ບໍລິເວນກາງແຈ້ງບາງແຫ່ງ ທີ່ຄຸ້ມຄອງໂດຍໜ່ວຍງານນັບແຕ່ວັນທີ 1 ຕຸລາ.

ລາຍລະອຽດ, ນັກທ່ອງທ່ຽວສາມາດໄປຢ້ຽມຢາມບໍລິເວນກາງແຈ້ງ, ບໍ່ຢ້ຽມຢາມພາຍໃນຂອງພະລາຊະວັງ, ສຸສານຂອງເຈົ້າຊິວີດມິງໝ້າງ, ສຸສານເຈົ້າຊິວີດ ຕື້ດຶກ, ສຸສານເຈົ້າຊິວີດຂາຍດີ້ງ.

ສູນອະນຸລັກຮັກສາຮ່ອງຮອຍປະຫວັດສາດເມືອງເກົ່າເຫ້ວ ກໍ່ຍັງແນະນຳໃຫ້ນັກທ່ອງທ່ຽວຕ້ອງປະຕິບັດສານ "5K" ໃຫ້ເປັນຢ່າງດີ, ສະແກນລະຫັດ QR ຂອງບັດຄວບຄຸມພະຍາດກ່ອນເຂົ້າໄປຢ້ຽມຢາມ. ສໍາລັບນັກທ່ອງທ່ຽວທີ່ມາຈາກນອກແຂວງຕ້ອງໄດ້ກວດກາທາງການແພດໃຫ້ຄົບຖ້ວນຕາມທີ່ໄດ້ກໍານົດໄວ້. ປະຈຸບັນ, ແຂວງເທື່ອທຽນ - ເຫວ້ໄດ້ປະຕິບັດການຫຼຸດລາຄາ 50% ສຳລັບປີ້ເຂົ້າຊົມຮ່ອງຮອຍປະຫວັດສາດເຫວ້.

ຕະຫຼອດໄລຍະເວລາທີ່ຜ່ານມາ, ທ້ອງຖິ່ນກໍ່ໄດ້ມີຄວາມຕັ້ງໜ້າໃນການໂຄສະນາທັດສະນີຍະພາບ ຢ່າງກວ້າງຂວາງຂອງແຂວງຢູ່ໃນເຄືອຂ່າຍສັງຄົມ, ສ້າງພື້ນຖານເພື່ອດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວແລະຜ່ອນຄາຍເມື່ອສະຖານະການການລະບາດຂອງພະຍາດ COVID-19 ຄ່ອຍໆໄດ້ຮັບການຄວບຄຸມເປັນຢ່າງດີ.

ການນໍາພະແນກທ່ອງທ່ຽວແຂວງເທື່ອທຽນ-ເຫວ ໃຫ້ຮູ້ວ່າ: ປະຈຸບັນນີ້ມີ 1/4 ຂອງພະນັກງານນຳທ່ຽວຂອງແຂວງໄດ້ຮັບການສັກຢາກັນພະຍາດໂຄວິດ -19. ພ້ອມກັນນັ້ນ, ເພື່ອໃຫ້ທັນກັບທ່າອ່ຽງຂອງການເປີດຕະຫຼາດທ່ອງທ່ຽວພາຍໃນປະເທດ, ຈໍານວນຜູ້ນໍາທ່ຽວທີ່ໄດ້ຮັບການສັກວັກຊີນຈະສືບຕໍ່ເພີ່ມຂຶ້ນ.

ໄຊພອນ

ເຫດການ
302 Found

Found

The document has moved here.