ການແລກປ່ຽນວັດທະນະທຳມິດຕະພາບ ເຊັກ-ຫວຽດນາມ ເນື່ອງໃນໂອກາດບຸນໄຫວ້ພະຈັນຢູ່ Ostrava

19:38 | 24/09/2021

ຍສໝ - ຫວ່າງແລ້ວນີ້, ໂຄງການມ່ວນຊື່ນວັນບຸນໄຫວ້ພະຈັນ ໄດ້ຈັດຂຶ້ນຢູ່ທີ່ສູນວັດທະນະທຳ ເມືອງ Ostrava, ເມືອງເອກຂອງພາກເໜືອ Morava, ສາທາລະນະລັດເຊັກ.

ບຸນໄຫວ້ພະຈັນທີ່ເປັນໜ້າຈົດຈຳສຳລັບພວກນ້ອງນ້ອຍຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19 ບຸນໄຫວ້ພະຈັນທີ່ເປັນໜ້າຈົດຈຳສຳລັບພວກນ້ອງນ້ອຍຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ - 19
ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ ມອບຂອງຂວັນວັນບຸນໄຫວ້ພະຈັນໃຫ້ແກ່ເດັກກຳພ້າ, ເດັກພິການ ແລະ ເດັກນ້ອຍ ຢູ່ ເຂດຊາຍແດນແຂວງເງ້ອານ

ແມ່ນກິດຈະກຳປະຈຳປີ ທີ່ຈັດຕັ້ງໂດຍສະມາຄົມຊາວຫວຽດນາມ ຢູ່ Morava ເໜືອ ແລະນະຄອນ Ostrava, ຍາມໃດກໍ່ໄດ້ຮັບຄວາມເອົາໃຈໃສ່ ແລະ ສະໜັບສະໜູນຈາກອຳນາດການປົກຄອງທ້ອງຖິ່ນ ເພື່ອຮັກສາປະເພນີວັດທະນະທຳຂອງຊາດ ໃນປະຊາຄົມຊາວຫວຽດນາມຢູ່ສາທາລະນະລັດເຊັກ ກໍ່ຄືເພີ່ມທະວີການແລກປ່ຽນ, ຊ່ວຍໃຫ້ເພື່ອນມິດເຊັກ ເຂົ້າໃຈຕື່ມກ່ຽວກັບວັດທະນະທຳຫວຽດນາມ, ປະກອບສ່ວນເພີ່ມທະວີການພົວພັນມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ເຊັກ.

ຕາມສຳນັກຂ່າວສານຫວຽດນາມຢູ່ສາທາລະນະລັດເຊັກແລ້ວ, ເຂົ້າຮ່ວມເຫດການດັ່ງກ່າວ ມີ ທ່ານ Leo Luzar ປະທານກຸ່ມຜູ້ແທນລັດຖະສະພາມິດຕະພາບເຊັກ-ຫວຽດນາມ, ທ່ານ Vit Slováček, ປະທານສະພາຊົນເຜົ່າບັນດາເຜົ່າສ່ວນໜ້ອຍຢູ່ພາກເໜືອ Morava, ທ່ານ Prazak Zbynek ຮອງເຈົ້າຄອງນະຄອນ Ostrava, ແລະ ເຈົ້າໜ້າທີ່ທ້ອງຖິ່ນຫຼາຍຄົນ.

ການແລກປ່ຽນວັດທະນະທຳມິດຕະພາບ ເຊັກ-ຫວຽດນາມ ເນື່ອງໃນໂອກາດບຸນໄຫວ້ພະຈັນຢູ່ Ostrava
ການແລກປ່ຽນວັດທະນະທຳມິດຕະພາບ ເຊັກ-ຫວຽດນາມ ເນື່ອງໃນໂອກາດບຸນໄຫວ້ພະຈັນຢູ່ Ostrava. (ພາບ: TTXVN)

ສ່ວນຝ່າຍຫວຽດນາມ, ມີ ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສາທາລະນະລັດເຊັກ ຖ້າຍຊວນຢູ້ງ ພ້ອມດ້ວຍພັນລະຍາ, ຜູ້ຕາງໜ້າບັນດາອົງການຈັດຕັ້ງ ແລະ ສະມາຄົມຊາວຫວຽດນາມ, ພ້ອມກັບພໍ່ແມ່ ແລະ ລູກຫຼານຊາວຫວຽດນາມ ຈຳນວນຫຼວງຫຼາຍ ຢູ່ແຂວງ North Morava ແລະ Ostrava.

ກ່າວຄຳເຫັນຕາງໜ້າໃຫ້ອຳນາດການປົກຄອງທ້ອງຖິ່ນ, ທ່ານຮອງເຈົ້າຄອງນະຄອນ Ostrava Prazak Zbynek ໄດ້ສະແດງຄວາມດີໃຈ ທີ່ໄດ້ພ້ອມກັບອົງການເຈົ້າໜ້າທີ່ຂອງເຊັກ ເຂົ້າຮ່ວມການສະເຫຼີມສະຫຼອງງານບຸນໄຫວ້ພະຈັນ ປີ 2021 ຂອງປະຊາຄົມຫວຽດນາມ, ພ້ອມທັງເນັ້ນໜັກການຈັດຕັ້ງເຫດການໃນສະພາບການຂອງການແຜ່ລະບາດຂອງພະຍາດ COVID-19 ຢູ່ໃນສາທາລະນະລັດເຊັກ ໄດ້ຖືກຄວບຄຸມແລ້ວ ເຊິ່ງມີຄວາມໝາຍສໍາຄັນໃນການລະດົມ, ສົ່ງເສີມໃຫ້ຄົນລຸ້ນໜຸ່ມ ຫວຽດນາມ ຢູ່ໃນສາທາລະນະລັດເຊັກ ໃນການດໍາລົງຊີວິດ ແລະ ສຶກສາຮ່ຳຮຽນຢູ່ບ້ານເກີດເມືອງນອນແຫ່ງທີສອງຂອງເຂົາເຈົ້າ ເພື່ອປົກປັກຮັກສາປະເພນີວັດທະນະທໍາຂອງຊາດຫວຽດນາມ ແລະ ປະກອບສ່ວນເຂົ້າໃນການເສີມສ້າງມິດຕະພາບ ລະຫວ່າງປະຊາຊົນສອງຊາດ ຫວຽດນາມ ແລະ ສາທາລະນະລັດເຊັກ.

ທ່ານ Zbynek ຕີລາຄາສູງການເຊື່ອມໂຍງຂອງຄົນຫວຽດນາມລຸ້ນທີ 2 ແລະ ທີ 3 ຢູ່ສາທາລະນະລັດເຊັກ, ພິເສດແມ່ນບົນຈິດໃຈຕັ້ງໃຈຮ່ຳຮຽນ ແລະ ບັນລຸໄດ້ຜົນການຮຽນທີ່ສູງ, ສະແດງຄວາມເຊື່ອໝັ້ນວ່າ ປະຊາຄົມຊາວຫວຽດນາມ ຈະເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນຫຼາຍກວ່າອີກ.

ບັນດາເຈົ້າໜ້າທີ່ຂອງເຊັກ ທີ່ເຂົ້າຮ່ວມເຫດການ ໄດ້ຕີລາຄາສູງຄວາມພະຍາຍາມຂອງປະຊາຄົມຊາວຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສັງຄົມປະເທດປະຈຳຖິ່ນນັບມື້ນັບດີຂຶ້ນກວ່າເກົ່າ ພ້ອມກັນນັ້ນ ກໍ່ໄດ້ຮັກສາ ແລະ ອະນຸລັກວັດທະນະທຳຂອງຊາດຫວຽດນາມ ນຳອີກ.

ການແລກປ່ຽນວັດທະນະທຳມິດຕະພາບ ເຊັກ-ຫວຽດນາມ ເນື່ອງໃນໂອກາດບຸນໄຫວ້ພະຈັນຢູ່ Ostrava
(ພາບ: TTXVN)

ທ່ານປະທານສະພາຊົນເຜົ່າສ່ວນໜ້ອຍ Morava ເໜືອ Vit Slováček ກ່າວວ່າ: “ພວກເຮົາຕີລາຄາສູງການເຊື່ອມໂຍງຂອງປະຊາຄົມຫວຽດນາມ, ໂດຍສະເພາະ ແມ່ນຄົນລຸ້ນໜຸ່ມ. ຂ້າພະເຈົ້າເຊື່ອວ່າ ໃນວິວັດການເຊື່ອມໂຍງຢູ່ບ້ານເກີດເມືອງນອນແຫ່ງທີສອງສາທາລະນະລັດເຊັກ, ພວກລູກຫຼານ ຈະຍັງຮັກສາປະເພນີວັດທະນະທຳຫວຽດນາມໄວ້ຕະຫຼອດໄປ”.

ທ່ານ Leo Luzar ປະທານກຸ່ມຜູ້ແທນລັດຖະສະພາມິດຕະພາບເຊັກ-ຫວຽດນາມ ແບ່ງປັນວ່າ: “ຜ່ານການເຂົ້າຮ່ວມໃນງານບຸນໄຫວ້ພະຈັນຂອງເພື່ອນມິດຫວຽດນາມ, ຂ້າພະເຈົ້າຮູ້ສຶກໄດ້ຮັບຄວາມສົນໃຈ ແລະ ເພີ່ມພູນຄູນສ້າງທີ່ເປັນໜ້ານັບຖືຈາກປະຊາຄົມຊາວຫວຽດນາມສຳລັບຄົນຮຸ່ນໜຸ່ມ. ຂ້າພະເຈົ້າຫວັງວ່າ ບັນດາຫຼານໆຈະຮັກສາຖະນຸຖະໝອມຄຸນຄ່ານີ້ ໃນຂະບວນການສຶກສາ ແລະ ເຊື່ອມໂຍງເຂົ້າກັບບ້ານເກີດເມືອງນອນແຫ່ງທີສອງຂອງເຂົາ, ສາທາລະນະລັດເຊັກ”.

ເນື່ອງໃນໂອກາດຈັກຕັ້ງລາຍການມ່ວນຊື່ນວັນບຸນໄຫວ້ພະຈັນປີ 2021, ສະມາຄົມຊາວຫວຽດນາມຢູ່ພາກເໜືອ Morava ແລະ ເຂດ Ostrava ໄດ້ມອບໃບຍ້ອງຍໍ ແລະ ຂອງຂວັນທີ່ມີຄວາມໝາຍໃຫ້ແກ່ເດັກນ້ອຍທີ່ມີຜົນການຮຽນສູງ ເພື່ອຊຸກຍູ້ ແລະ ສົ່ງເສີມຈິດໃຈມານະພະຍາຍາມເພື່ອສຶກສາຢ່າງບໍ່ຢຸດຢັ້ງ, ກາຍເປັນແບບຢ່າງຂອງການຮ່ຳຮຽນໃນຊຸມຊົນຂອງຊົນເຜົ່າສ່ວນໜ້ອຍຢູ່ສາທາລະນະລັດເຊັກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.