ນະຄອນດານັງ ສັກວັກຊີນກັນ COVID-19 ໃຫ້ກັບຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ

16:25 | 27/09/2021

ຍສໝ - ຫວ່າງແລ້ວນີ້, ຫົວໜ້າພະແນກການຕ່າງປະເທດ ນະຄອນດານັງ ຫູ່ຍດຶກເຈື່ອງ ໄດ້ແຈ້ງໃຫ້ຊາບວ່າ ນະຄອນດານັງ ໄດ້ສັກຢາວັກຊີນປ້ອງກັນພະຍາດ COVID-19 ໃຫ້ກັບ ຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ ທີ່ພວມດຳລົງຊີວິດຢູ່ໃນບໍລິເວນນະຄອນ, ຮັບປະກັນໃຫ້ຄົນເຫຼົ່ານີ້ ໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສ.

ນະຄອນດານັງ ມອບອຸປະກອນການແພດຊ່ວຍເຫຼືອປະຊາຊົນຫວຽດນາມ ຢູ່ ກຳປູເຈຍ ນະຄອນດານັງ ມອບອຸປະກອນການແພດຊ່ວຍເຫຼືອປະຊາຊົນຫວຽດນາມ ຢູ່ ກຳປູເຈຍ
ເປີດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ຢູ່ນະຄອນດານັງ ເປີດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ຢູ່ນະຄອນດານັງ

ອີງຕາມພະແນກການຕ່າງປະເທດຂອງນະຄອນດານັງແລ້ວ, ປັດຈຸບັນ ນະຄອນດານັງ ມີຄົນຕ່າງປະເທດຫຼາຍກວ່າ 4,800 ຄົນ ແລະ ຄົນຫວຽດນາມຢູ່ຕ່າງປະເທດທີ່ມີຫຼາຍສັນຊາດແຕກຕ່າງກັນ, ໃນນັ້ນ ຄົນສັນຊາດ ສ.ເກົາຫຼີ ກວມອັດຕາສ່ວນຫຼາຍທີ່ສຸດ (20.5%).

ໃນວັນທີ 21 ກັນຍາ, ຫົວໜ້າພະແນກການຕ່າງປະເທດ ນະຄອນດານັງ ຫູ່ຍດຶກເຈື່ອງ ໄດ້ແຈ້ງໃຫ້ຊາບວ່າ ນະຄອນດານັງ ໄດ້ສັກຢາວັກຊີນປ້ອງກັນພະຍາດ COVID-19 ໃຫ້ກັບ ຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ ທີ່ພວມດຳລົງຊີວິດຢູ່ໃນບໍລິເວນນະຄອນ, ຮັບປະກັນໃຫ້ຄົນເຫຼົ່ານີ້ ໄດ້ຮັບວັກຊີນຢ່າງໜ້ອຍ 1 ໂດສ.

ນະຄອນດານັງ ສັກວັກຊີນກັນ COVID-19 ໃຫ້ກັບຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ
ນະຄອນດານັງ ສັກວັກຊີນກັນ COVID-19 ໃຫ້ກັບຄົນຫວຽດນາມຢູ່ຕ່າງປະເທດ ແລະ ຄົນຕ່າງປະເທດ. (ພາບ: VGP)

ນອກຈາກການຈັດຕັ້ງການສັກຢາປ້ອງກັນພະຍາດໂຄວິດ -19 ແລ້ວ, ອີງຕາມຫົວໜ້າພະແນກການຕ່າງປະເທດນະຄອນດານັງ, ມາຮອດວັນທີ 30 ສິງຫາ, ສາຍດ່ວນຂອງພະແນກການຕ່າງປະເທດ ໄດ້ຮັບ 180 ສາຍໂທລະສັບ/ອີເມລ/ຂໍ້ຄວາມ ຈາກຄົນຕ່າງປະເທດ. ສ່ວນໃຫຍ່ຮຽກຮ້ອງໃຫ້ການໜູນຊ່ວຍການຊື້ອາຫານ, ສິ່ງຂອງທີ່ຈໍາເປັນ, ຢຸກຢາ; ພາຫະນະສໍາລັບການໄປສັກຢາວັກຊິນ; ຈອງຄິວເພື່ອກວດສຸຂະພາບ, ຂໍຄໍາແນະນໍາກ່ຽວກັບຂັ້ນຕອນການຕໍ່ກຳນົດວີຊາ, ເດີນທາງກັບຄືນປະເທດ.

ຫຼັງຈາກໄດ້ຮັບຂໍ້ມູນ, ພະແນກການຕ່າງປະເທດຂອງນະຄອນດານັງ ໄດ້ໜູນຊ່ວຍຕາມການຮຽກຮ້ອງໂດຍທັນທີ ເຊັ່ນ: ແນະນຳການເດີນທາງໄປຍັງສະໜາມບິນ, ການລົງທະບຽນສຳລັບການສັກຢາວັກຊີນກັນ COVID-19, ໃຫ້ຄຳປຶກສາ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບໜັງສືຜ່ານແດນ, ການຕໍ່ກຳນົດວີຊາ ແລະ ການພັກອາໄສຊົ່ວຄາວ...

ສໍາລັບຄໍາຮຽກຮ້ອງອື່ນໆທີ່ຕ້ອງການໜູນຊ່ວຍ ເຊັ່ນ: ການໄປຊື້ເຄື່ອງ, ອາຫານ, ເຄື່ອງໃຊ້ທີ່ຈໍາເປັນ, ພະແນກການຕ່າງປະເທດ ກໍ່ໄດ້ໂອນຂໍ້ມູນໄປຫາສາຍດ່ວນຂອງບັນດາເມືອງ ເພື່ອຊ່ວຍຊື້ ແລະ ສົ່ງໃຫ້ເຖິງບ້ານຂອງຄົນຕ່າງປະເທດ, ຄົນຫວຽດນາມຢູ່ຕ່າງປະເທດ.

ພະແນກການຕ່າງປະເທດ ຍັງໄດ້ຮັບຮູ້ຈໍານວນກໍລະນີຄົນຕ່າງປະເທດທີ່ປະສົບກັບຄວາມຫຍຸ້ງຍາກ ແລະ ບໍ່ມີເງິນຊື້ອາຫານການກິນ. ສໍາລັບກໍລະນີດັ່ງກ່າວ, ພະແນກການຕ່າງປະເທດ ໄດ້ປະສານສົມທົບກັບເມືອງ ແລະ ທ້ອງຖິ່ນເພື່ອຢັ້ງຢືນຕົວຈິງ ແລະ ໃຫ້ການຊ່ວຍເຫຼືອດ້ານອາຫານ ໂດຍສົ່ງໃຫ້ເຖິງເຮືອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.