ເປີດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ຢູ່ນະຄອນດານັງ

12:18 | 05/03/2020

ຍສໝ - ໃນຕອນເຊົ້າວັນທີ 4 ເດືອນມີນາ, ຢູ່ນະຄອນດານັງ, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ (ASEAN SOM) ໄດ້ໄຂຂຶ້ນຢ່າງ ເປັນທາງການ.

ໃນກອງປະຊູມ, ບັນດາປະເທດເຈລະຈາກ່ຽວກັບສະພາບການຜັນຂະຫຍາຍຜົນຂອງກອງປະຊຸມລັດຖະມົນຕີການທູດອາຊຽນວົງແຄບ (ຍາຈາງ, ເດືອນມັງກອນ 2020), ກະກຽມໃນເບື້ອງຕົ້ນໃຫ້ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຄາດຄະເນຈະໄດ້ຈັດຕັ້ງໃນຕົ້ນເດືອນເມສາ ປີ 2020.

ເປີດກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ຢູ່ນະຄອນດານັງ

ຫົວໜ້າຄະນະ SOM ບັນດາປະເທດອາຊຽນ ຖ່າຍຮູບໃນກອງປະຊູມ. (ພາບ: TTXVN)

ບັນດາປະເທດໄດ້ເປັນເອກະພາບກັນ ກ່ຽວກັບໂຄງການເຮັດວຽກຂອງ ອາຊຽນ - ນິວຊີແລນ ເຊິ່ງຄາດຄະເນຈະໄດ້ໄຂຂຶ້ນພາຍຫຼັງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 36 ສິ້ນສຸດລົງ. ພ້ອມກັນນັ້ນ, ບັນດາປະເທດກໍ່ໄດ້ສະແດງຄວາມສະໜັບສະໜູນບັນດາຂໍ້ຄິດປະດິດສ້າງຄື ຕີລາຄາຂໍ້ບົກຜ່ອງໃນຂະບວນວິວັດການປະຕິບັດບັນດາແຜນການສ້າງສາປະຊາຄົມຮອດປີ 2025; ຕີລາຄາວິວັດການປະຕິບັດລັດຖະທຳມະນູນອາຊຽນ ແລະ ອື່ນໆ. ບັນດາປະເທດກໍ່ໄດ້ປະກອບຄຳເຫັນກ່ຽວກັບຂັ້ນຕອນການຜັນຂະຫຍາຍຂໍ້ລິເລີ່ມ, ບຸລິມະສິດໂດຍຫວຽດນາມສະເໜີໃນປີ 2020 ພາຍໃຕ້ຫົວຂໍ້ “ອາຊຽນ: ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື”.

(ຄຳຮຸ່ງ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.