ການແກ້ໄຂ "ບັດເຫຼືອງ" IUU: ລົງໂທດຢ່າງໜັກຕໍ່ຜູ້ລະເມີດ

16:30 | 27/09/2021

ຍສໝ - ກົມໃຫຍ່ສິນໃນນ້ຳ ແລະ ກຳລັງຄຸ້ມຄອງການປະມົງເຂດ ຂຶ້ນກັບກົມຄວບຄຸມການປະມົງ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດ ໄດ້ກວດພົບ ແລະ ດໍາເນີນການປັບໄໝກໍລະນີທີ່ລະເມີດ 627 ກໍລະນີ ດ້ວຍການປັບໄໝ 2 ຕື້ກວ່າດົ່ງ.

ຊາວ​ປະ​ມົງ​ມາ​ນະ​ພະ​ຍາ​ຍາມຟື້ນ​ຟູ​ແກ​້​ໄຂບັດເຫຼືອງ ຂອງ EU ຊາວ​ປະ​ມົງ​ມາ​ນະ​ພະ​ຍາ​ຍາມຟື້ນ​ຟູ​ແກ​້​ໄຂບັດເຫຼືອງ ຂອງ EU
ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ ຈັດການຢ່າງເຂັ້ມງວດ ຕໍ່ບຸກຄົນ ແລະ ການຈັດຕັ້ງທີ່ສົ່ງເຮືອຫາປາຫວຽດນາມ ໄປຫາປາຢູ່ຕ່າງປະເທດຢ່າງຜິດກົດໝາຍ

ກະຊວງປ້ອງກັນປະເທດ ໄດ້ກວດພົບ ແລະ ແກ້ໄຂການລະເມີດ 2,198 ກໍລະນີ ດ້ວຍການປັບໄໝຫຼາຍກວ່າ 54 ຕື້ດົ່ງ, ໄດ້ສົ່ງມອບເຮືອຫາປາ 15 ລໍາ ທີ່ລະເມີດເຂດນ່ານນໍ້າຕ່າງປະເທດ ໃຫ້ຄະນະກໍາມະການປະຊາຊົນຂອງແຂວງ ເພື່ອພິຈາລະນາ ແລະ ແກ້ໄຂຕາມສິດອຳນາດ.

ການແກ້ໄຂ
ລົງໂທດຢ່າງໜັກຕໍ່ຜູ້ລະເມີດ. (ພາບ: TTXVN)

ໃນໄລຍະກວ່າສອງປີຜ່ານມາ, ບັນດາທ້ອງຖິ່ນໄດ້ກວດພົບການລະເມີດ 8.810 ກໍລະນີ ດ້ວຍການປັບໄໝຫຼາຍກວ່າ 83 ຕື້ດົ່ງ. ສະເພາະໃນຂົງເຂດຂຸດຄົ້ນສິນທະເລ ໄດ້ກວດພົບ 7,095 ກໍລະນີ ແລະ ປັບໄໝຫຼາຍກວ່າ 68 ຕື້ດົ່ງ; ຂົງເຂດລ້ຽງປູກສິນໃນນ້ຳ ໄດ້ກວດພົບ ແລະ ແກ້ໄຂ 209 ກໍລະນີ ດ້ວຍການປັບໄໝ 2 ຕື້ກວ່າດົ່ງ. ກ່ຽວກັບການນຳໃຊ້ກະແສໄຟຟ້າ ແລະ ລະເບີດ ສຳລັບການຫາປາ ໄດ້ກວດພົບ 1.056 ກໍລະນີ ແລະ ປັບໄໝເກືອບ 13 ຕື້ດົ່ງ.

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ໃຫ້ຮູ້ວ່າ: ພາຍຫຼັງກວ່າ 2 ປີແຫ່ງການປະຕິບັດ ດຳລັດເລກທີ 42/2019/ND-CP ໃນທົ່ວປະເທດ ກໍ່ໄດ້ມີການປ່ຽນແປງໄປຢ່າງຕັ້ງໜ້າ, ການຄຸ້ມຄອງລັດຂອງບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ໄດ້ຄ່ອຍໆ ເຂົ້າລະບຽບ, ສ່ວນໃຫຍ່ການລະເມີດດ້ານການບໍລິຫານ ຖືກກວດພົບ ແລະ ລົງໂທດຢ່າງທັນການ ເພື່ອຮັບປະກັນຖືກຕ້ອງຕາມສິດອຳນາດ, ຂັ້ນຕອນດຳເນີນ ແລະ ລະບຽບການຂອງກົດໝາຍທີ່ໄດ້ກໍານົດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.