| ສື່ມວນຊົນ ຢູ່ແນວໜ້າການປ້ອງກັນຕ້ານໂລກລະບາດໂຄວິດ - 19 | |
| ມອບເຄື່ອງໃຊ້ທີ່ຈຳເປັນ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19 |
ບຸນໄຫວ້ພະຈັນ ວັນເພັງເດືອນ 8 ປີນີ້, ກົງກັບວັນທີ 21 ກັນຍາ ຄ.ສ 2021 ແມ່ນໜຶ່ງໃນບັນດາວັນບຸນໃຫຍ່ຂອງເດັກຢູ່ ຫວຽດນາມ. ແຕ່ລະປີໃນຊຸມວັນນີ້, ບັນດາການເຄື່ອນໄຫວລະຫຼິ້ນບັນເທີງ ທີ່ສະຫງວນໃຫ້ເດັກ ໄດ້ຖືກຈັດຂຶ້ນໃນທົ່ວປະເທດ.
![]() |
| ຖະໜົນຮ່າງມ້າ ທີ່ຟົດຟື້ນມ່ວນຊື່ນ ເນື່ອງໃນໂອກາດວັນບຸນໄຫວ້ພະຈັນປີ 2020. ປີນີ້ ທັງຖະໜົນ ກໍ່ມິດງຽບ ບັນດາຮ້ານຄ້າໄດ້ອັດປະຕູທັງໝົດ ຍ້ອນປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຂອງນາຍົກລັດຖະມົນຕີ |
![]() |
| ຮ້ານຂາຍເຄື່ອງຫຼາຍຮ້ານຕ້ອງອັດປະຕູຍ້ອນໂລກລະບາດ |
![]() |
| ທັດສະນີຍະພາບທີ່ມິດງຽບວາງເປົ່າບໍ່ເຄີຍມີມາໄດ້ປົກຄຸມໃນທົ່ວຖະໜົນ |
![]() |
| ວາງສະແດງທາງອອນລາຍ “ບຸນໄຫວ້ພະຈັນ ເຕົ້າໂຮມກັນ” ຝາກຝັງບັນດາຮູບພາບ, ເລື່ອງລາວກ່ຽວກັບປະເພນີ ວັນບຸນໄຫວ້ພະຈັນ. |
![]() |
| ການວາງສະແດງຖືກແນະນຳທາງອອນລາຍ ແຕ່ວັນທີ 19 ກັນຍາ ປີ 2021 ຢູ່ເວັບໄຊ hoangthanhthanglong.vn ແລະ trungbayonline.hoangthanhthanglong.vn |
![]() |
| ນາງ ຫງວຽນທຸຮ່າຢູ່ເມືອງນາມຕື່ລຽມຮ່າໂນ້ຍ ໄດ້ສັ່ງຊື້ວັດຖຸດິບທາງອອນລາຍ ແລະ ເຮັດ ເຂົ້າໜົມບຸນໄຫວ້ພະຈັນ ທີ່ແຊບແລະ ຫອມທີ່ສຸດ. |
![]() |
| ບັນແຢວ -ເຂົ້າໜົມໄຫວ້ພະຈັນດ້ວຍລວດລາຍທີ່ງາມຕາ. |
![]() |
| ນ້ອງໂຕມິງດຶກ ອາຍຸ 10 ປີ ເຮັດເຂົ້າໜົມບຸນໄຫວ້ພະຈັນໃຫ້ແກ່ຕົນເອງ |
![]() |
| ເຂົ້າໜົມ “ໂຕໝີ” ເປັນໜ້າຮັກ |
![]() |
| ບຸນໄຫວ້ພະຈັນຍັງຄຶກຄຶ້ນມວນຊື່ນ ໃນຈິດວິນຍານຂອງເດັກ ຜ່ານ “ຊຸດຮຽນເຮັດເຂົ້າໜົມຢູ່ ເຮືອນ” ຂອງປ້າໂດ້ທິເຕືອຍ ຢູ່ເມືອງແທັງຊວັນ, ຮ່າໂນ້ຍ. |
![]() |
| ຍ້ອນຢູ່ໃນເຂດມີຄວາມສ່ຽງສູງ, ດັ່ງນັ້ນຄອບຄົວນາງ ເຕືອຍ ບໍ່ສາມາດ ຊື້ວັດຖຸດິບເພື່ອເຮັດເຂົ້າໜົມຄືທຸກໆປີ. ນາງໄດ້ເຮັດເຂົ້າໜົມດ້ວຍເປືອກເຮັດຈາກ ມັນດ້າງ ໃສ້ເຮັດດ້ວຍໝາກທົ່ວຂຽວ. |
![]() |
| ພ້ອມກັບບັນເນື໋ອງ, ບັນແຢວ ບຸນໄວ້ພະຈັນ ຕ້ອງມີພາໝາກໄມ້ອີກດ້ວຍ |
![]() |
| ໂລກລະບາດ, ການແຍກຫ່າງສັງຄົມ ບໍ່ສາມາດເຮັດໃຫ້ຄວາມໄຮ້ດ່ຽງສາຂອງເດັກ ຖືກສູນຫາຍໄປ. |
![]() |
| ບັນດາກ້ອນເຂົ້າໜົມໃນວັນບຸນໄຫວ້ພະຈັນ ຖືກບັນດາສາມາຊິກໃນຄອບຄົວເຮັດເປັນຂອງຂວັນ ທີ່ເຕັມໄປດ້ວຍຄວາມໝາຍ ເນື່ອງໃນໂອກາດວັນບຸນໄຫວ້ພະຈັນພິເສດນີ້ |
![]() |
| ໃນມື້ໜຶ່ງມີຄອບຄົວໄດ້ເຮັດເຂົ້າໜົມບຸນໄຫວ້ພະຈັນ ກ່ວາ 50 ກ້ອນ ພ້ອມດ້ວຍສະບຽງອາຫານ, ເຄື່ອງຂອງທີ່ຈຳເປັນເພື່ອສົ່ງໄປຍັງບັນດາຄອບຄົວທີ່ຖືກຈຳກັດ ບໍລິເວນຢູ່ເມືອງບາດິ່ງ ແລະ ຕາແສງວັນເຈືອງ, ເມືອງດົ້ງດາ. |
![]() |
| ນ້ອງຈຸງງວຽນ ອາຍຸ 11 ປີ, ພ້ອມກັບເອື້ອຍຄິງ ເຂົ້າຮ່ວມການເຮັດເຂົ້າໜົມ ເພື່ອມອບໃຫ້ບັນດາແພດໝໍຢູ່ແນວໜ້າ ແລະ ພວກເດັກພວມປິ່ນປົວຢູ່ບັນດາໂຮງໝໍ. |
![]() |
| ເຂົ້າໜົມບຸນໄຫວ້ພະເຈັນນັບພັນກ້ອນ ຖືກຜະລິດດ້ວຍຄວາມຫວັງລະດົມກຳລັງໃຈ ແກ່ຖັນແຖວແພດໝໍຢູ່ແນວໜ້າ ແລະ ພວກເດັກພວມປິ່ນປົວຢູ່ບັນດາໂຮງໝໍ. |
![]() |
| ເຂົ້າໜົມບຸນໄຫວ້ພະຈັນ ພາຍຫຼັງທີ່ໄດ້ເຮັດສຳເລັດຖືກຫຸ້ມຫໍ່ ໃສ່ແກັດ ຢ່າງລະອຽດ ເພື່ອມອບໃຫ້ບັນດາແພດໝໍຢູ່ໂຮງໝໍກາງສະໜາມເລກ 11 ເປັນຂອງຂວັນ. |
![]() |
| ເຂົ້າໜົມບຸນໄຫ້ວພະຈັນພິເສດຖືກສົ່ງໄປຍັງພວກເດັກພວມປິ່ນປົວຢູ່ໂຮງໝໍເດັກເລກ 2 ນະຄອນໂຮ່ຈີມິນ. |
![]() |
| ສູນວຽກງານສັງຄົມຊາວໜຸ່ມເຍົາວະຊົນ ຫວຽດນາມ ເປີດລາຍການເຄື່ອນໄຫວບຸນໄຫວ້ພະເຈັນໃຫ້ແກ່ພວກນ້ອງປີ 2021. |
![]() |
| ສູນວຽກງານສັງຄົມຊາວໜຸ່ມເຍົາວະຊົນ ຫວຽດນາມ ມອບຂອງຂວັນບຸນໄຫວ້ພະຈັນ ໃຫ້ແກ່ ເຍົາວະຊົນ, ອະນຸຊົນ ຖືກຜົນສະທ້ອນໂດຍກົງຈາກໂຄວິດ - 19. |
vovworld.vn




















