ຫວຽດນາມ - ເປັນຂົວເຊື່ອມຕໍ່ທີ່ມີປະສິດທິຜົນລະຫວ່າງອາຊຽນ ແລະ ຈີນ

15:23 | 21/09/2021

ຍສໝ - ປີ 2020, ອາຊຽນກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງຈີນ, ກວມ 15% ຂອງວົງເງິນການຄ້າທັງໝົດຂອງຈີນ. ຫວຽດນາມ, ດ້ວຍທີ່ຕັ້ງພູມສາດທີ່ເອື້ອອຳນວຍ ໄດ້ກາຍເປັນປະຕູໃນການຊຸກຍູ້ການຄ້າລະຫວ່າງອາຊຽນ ແລະ ຈີນ

ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ
ຫວຽດນາມ ແລະ ຈີນ ສາມາດກວດສອບກ່ຽວກັບການຄວບຄຸມພະຍາດຮ່ວມກັນ ຫວຽດນາມ ແລະ ຈີນ ສາມາດກວດສອບກ່ຽວກັບການຄວບຄຸມພະຍາດຮ່ວມກັນ
ພາບປະກອບ
ພາບປະກອບ

ປີ 2010, ເຂດການຄ້າເສລີຈີນ-ອາຊຽນ ໄດ້ສ້າງຕັ້ງຂຶ້ນ ແລະ ເຂົ້າສູ່ການເຄື່ອນໄຫວ, ກາຍເປັນເຂດການຄ້າເສລີໃຫຍ່ອັນດັບສາມຂອງໂລກ.

ໃນປີ 2020, ການພົວພັນການຄ້າລະຫວ່າງອາຊຽນ ແລະ ຈີນ ກໍ່ຍັງສືບຕໍ່ພັດທະນາດ້ວຍອັດຕາການຂະຫຍາຍຕົວບັນລຸ 32,9% ແລະກວມເອົາ 15% ຂອງວົງເງິນການຄ້າຂອງຈີນ. ອາຊຽນລື່ນສະຫະພາບເອີຣົບ (EU) ກາຍເປັນຄູ່ການຄ້າໃຫຍ່ສຸດຂອງຈີນ. ໃນ 6 ເດືອນຕົ້ນປີ 2021, ການຄ້າຈີນ-ອາຊຽນໄດ້ເພີ່ມຂຶ້ນ 38,2%, ວົງເງິນການຄ້າບັນລຸ 410 ຕື້ ໂດລາສະຫະລັດ ແລະ ການລົງທຶນສະສົມຢູ່ໃນບັນດາຕະຫຼາດອາຊຽນ-ຈີນ ໄດ້ລື່ນກາຍ 310 ຕື້ ໂດລາສະຫະລັດ.

ທ່ານ ໂດຖັງຫາຍ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ໃຫ້ຂໍ້ສັງເກດວ່າ ຫວຽດນາມມີບົດບາດເປັນປະຕູເຂດການຄ້າເສລີອາຊຽນ-ຈີນ ແລະ ເປັນຂົວຕໍ່ທີ່ມີປະສິດທິຜົນລະຫວ່າງອາຊຽນ ແລະ ຈີນ. ວົງເງິນການຄ້າສອງສົ້ນລະຫວ່າງຫວຽດນາມ ແລະ ຈີນໄດ້ເພີ່ມຂຶ້ນຢ່າງໄວດ້ວຍລະດັບການເຕີບໂຕສະເລ່ຍຫຼາຍກວ່າ 20% ຕໍ່ປີໃນ 5 ປີຜ່ານມາ.

ດ້ວຍການຍູ້ແຮງການກໍ່ສ້າງແລວທາງທະເລ - ດິນຕໍ່ແຜ່ນ ແລະ ການເຊັນສັນຍາຄູ່ຮ່ວມມືຮອບດ້ານພາກພື້ນ (RCEP), ການຮ່ວມມືເຊື່ອມຕໍ່ຈີນ-ອາຊຽນນັບມື້ນັບເຂົ້າສູ່ລວງເລິກ, ການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍໄດ້ຮັບການປັບປຸງ ແລະ ຊຸກຍູ້ການຕະຫຼາດລວມທີ່ເປີດກວ້າງ.

ໄຊພອນ

ເຫດການ
302 Found

Found

The document has moved here.