ກະຊວງສາທາລະນະສຸກ: ສາມາດສັກປະສົມວັກຊີນ Moderna ແລະ Pfizer ໄດ້

06:30 | 15/09/2021

ຍສໝ - ໃນສະຖານະການທີ່ຂາດແຄນວັກຊີນ, ບາງປະເທດໄດ້ສັກວັກຊິນໄຂ່ວກັນ. ການນຳໃຊ້ວັກຊີນຊະນິດດຽວກັນ ຫຼື ໄຂ່ວກັນລະຫວ່າງປະເພດ ແມ່ນມີຜົນດີ, ບໍ່ທັນມີຄວາມອັນຕະລາຍໃດ ຖືກບັນທຶກໄວ້.

ໂທລະເລກທາງການ ກ່ຽວກັບການສັກຢາກັນພະຍາດໃຫ້ຄົນຕ່າງປະເທດ ໂທລະເລກທາງການ ກ່ຽວກັບການສັກຢາກັນພະຍາດໃຫ້ຄົນຕ່າງປະເທດ
ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ ໄດ້ຮັບວັກຊີນກັນ COVID-19 250.800 ໂດສຈາກສາທາລະນະລັດເຊັກ
ກະຊວງສາທາລະນະສຸກ: ສາມາດສັກປະສົມວັກຊີນ Moderna ແລະ Pfizer ໄດ້
ສາມາດສັກປະສົມວັກຊີນ Moderna ແລະ Pfizer ໄດ້. ພາບປະກອບ

ຫວ່າງແລ້ວນີ້, ສະພາທີ່ປຶກສາວິຊາສະເພາະກ່ຽວກັບການນຳໃຊ້ວັກຊີນ ຂອງກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມ ແລະ ແນະນໍາວ່າ ໃນກໍລະນີທີ່ມີເຫດຈຳເປັນ ແມ່ນສາມາດໃຊ້ວັກຊີນຊະນິດອື່ນ ເພື່ອສັກໂດສທີສອງ.

ລະອຽດ, ຖ້າສັກຢາວັກຊີນໂດສທີ 1 ດ້ວຍວັກຊິນ AstraZeneca ແມ່ນສາມາດສັກຢາໂດສທີ 2 ດ້ວຍວັກຊີນ Pfizer ຫຼື Moderna ແລະ ກົງກັນຂ້າມກໍ່ໄດ້.

ປະຈຸບັນ, ຢູ່ໃນການແນະນຳທັງໝົດ, ຫວຽດນາມນຳໃຊ້ວັກຊີນທີ່ຄ້າຍຄືກັນ ເພື່ອສັກຢາໃຫ້ປະຊາຊົນ. ໃນສະຖານະການທີ່ຂາດແຄນວັກຊີນ, ບາງປະເທດໄດ້ສັກວັກຊິນໄຂ່ວກັນ. ການນຳໃຊ້ວັກຊີນຊະນິດດຽວກັນ ຫຼື ໄຂ່ວກັນລະຫວ່າງປະເພດ ແມ່ນມີຜົນດີ, ບໍ່ທັນມີຄວາມອັນຕະລາຍໃດ ຖືກບັນທຶກໄວ້.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.