ລົງ​ທຶນ 30 ຕື້ USD ເພື່ອ​ພັດ​ທະ​ນາ​ໄຟ​ຟ້າແຮງ​ລົມ​​ຢູ່ນອກຝັ່ງ​ທະ​ເລ ຫວຽດ​ນາມ

14:00 | 14/09/2021

ຍ​ສ​ໝ - ວັນ​ທີ 9 ກັນ​ຍາ, ກຸ່ມ​ບໍ​ລິ​ສັດ T&T ແລະ Ørsted - ກຸ່ມ​ບໍ​ລິ​ສັດ​ພະ​ລັງ​ງານ​ແບບ​ຍືນ​ຍົງ​ແຖວ​ໜ້າ​ໂລກ ໄດ້​ລົງ​ນາມ​ບົດ​ບັນ​ທຶກ​ຊ່ວຍ​ຈຳ (MoU) ກ່ຽວ​ກັບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ຂົງ​ເຂດ​ໄຟ​ຟ້າ​ແຮງ​ລົມ​ຢູ່​ນອກຝັ່ງທະ​ເລຢ່າງ​ເປັນ​ທາງ​ການ​ຢູ່ ຫວຽດ​ນາມ.

ສື່ມວນ​ຊົນ ເອ​ຢິບ ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ແຫ່ງ​ການພັດ​ທະ​ນາ​ຂອງ ຫວຽດ​ນາມ ສື່ມວນ​ຊົນ ເອ​ຢິບ ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ແຫ່ງ​ການພັດ​ທະ​ນາ​ຂອງ ຫວຽດ​ນາມ
ສະ​ເໜີ​ໃຫ້​ແຂວງ ຫ໋າຍ​ເຢື​ອງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ລົງ​ທຶນ​ພັດ​ທະ​ນາ ສະ​ເໜີ​ໃຫ້​ແຂວງ ຫ໋າຍ​ເຢື​ອງ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ສ.ເກົາຫຼີ ລົງ​ທຶນ​ພັດ​ທະ​ນາພິ​ທ
ລົງ​ທຶນ 30 ຕື້ USD ເພື່ອ​ພັດ​ທະ​ນາ​ໄຟ​ຟ້າແຮງ​ລົມ​​ຢູ່ນອກຝັ່ງ​ທະ​ເລ ຫວຽດ​ນາມ
​ພິ​ທີ​ມອບ​ຮັບ​ວັກ​ຊິນ ແລະ ວັດ​ຖຸ​ອຸ​ປະກອ​ນ​ການ​ແພດ​ເພື່ອ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ ແລະ ພິ​ທີ ແລກ​ປ່ຽນ​ເອ​ກະ​ສານ​ການ​ຮ່ວມ​ມື (ພາບ: qdnd.vn)

ສອງ​ຝ່າຍ​ຈະ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ໄຟ​ຟ້າ​ແຮງ​ລົມ​ໃໝ່​ຢູ່ນອກຝັ່ງ​ທະ​ເລຂອງ​ແຂວງ​ບິ່ງ​ທ້ວນ ແລະ ແຂວງ​ນິງ​ທ້ວນ, ດ້ວຍຍອດ​ສະ​ມັດ​ຕະ​ພາບ​ການຕິດ​ຕັ້ງ​ ທີ່​ຄາດ​ວ່າ​ຈະບັນລຸເກືອບ 10 GW, ຍອດ​ມູນ​ຄ່າ​ລົງ​ທຶນ​ປະມານ 30 ຕື້ USD.

ສອ​ງ​ຝ່າຍ​ຈະ​ນຳ​ໃຊ້​ບົດ​ຮຽນ​ປະ​ສົບ​ການ, ພະ​ລັງ​ງານ, ເສີມ​ຂະ​ຫຍາຍ​ຈົນ​ສຸດ​ທ່າ​ແຮງ ແລະ ຄ​ວາມ​ສາ​ມາດ​ຂອງ​ແຕ່​ລະ​ຝ່າຍ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ, ພ້ອມ​ທັງ​ປະ​ກອບ​ສ່ວນ​ຊຸກ​ຍູ້, ໜູນ​ຊ່ວຍ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ລະ​ບົບ​ສະ​ໜອງ, ກອບ​ນິ​ຕິ​ກຳ​ສຳລັບໄຟ​ຟ້າ​ແຮງ​ລົມ​ຢູ່​ນອກຝັ່ງທະ​ເລ​ຂອງ ຫວຽດ​ນາມ.

ພາຍຫຼັງ​ພິ​ທີ​ລົງ​ນາມ, ສອ​ງ​ຝ່າຍ​ຈະ​ສືບ​ຕໍ່​ຄົ້ນ​ຄ້​ວາ, ສ້າງ​ແຜນຜັງບັນ​ດາ​ໂຄງ​ການ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກຝັ່ງ​ທະ​ເລ​ທີ່​ເໝາະ​ສົມ​ກັ​ບ​ແຜນຜັງ​ໄຟ​ຟ້າ​ແຫ່ງ​ຊາດ, ຍື່ນ​ສະເໜີ​ຕໍ່​ທຸກ​ຂັ້ນ​ທີ່​ມີ​ສິດ​ອຳ​ນາດ​ຂອງ ຫວຽດ​ນາມ ພິ​ຈາ​ລະ​ນາ​ຮັບ​ຮອງ​ເອົາ.

ດ້ວຍ​​ຊາຍຝັ່ງ​ທະ​ເລ​ຍາວ​ກ່​ວາ 3.200 ກີ​ໂລ​ແມັດ ແລະ ຄວາມ​ໄວ​ລົ​ມ​ທີ່​ມີ​ຄວາມ​ເປັນ​ປົກ​ກະ​ຕິ​ຢູ່​ລະ​ດັບ​ສູງ, ຫວຽດ​ນາມ ໄດ້​ຮັບການຕີ​ລາ​ຄາ​ວ່າ ​ມີ​ເງື່ອນ​ໄຂ​ທີ່​ດີ​ທີ່​ສຸດ ເພື່ອ​ພັດ​ທະ​ນາ​ໄຟ​ຟ້າ​ແຮ​ງ​ລົມ​ຢູ່ນອກຝັ່ງ​ທະ​ເລ ຢູ່​ອາ​ຊີ.

ຕາມ​ທະ​ນາ​ຄານ​ໂລກແລ້ວ, ຄາດ​ຄະ​ເນ​ວ່າ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໄຟ​ຟ້າ​ແຮງ​ລົມ​ຢູ່ນອກຝັ່ງ​ທະ​ເລ​ຂອງ ຫວຽດ​ນາມ ມີ​ເກືອບ 500GW. Ørsted ແລະ T&T Group ເຊື່ອ​ໝັ້ນ​ວ່າ ໄຟ​ຟ້າ​ແຮງ​ລົມ​ຢູ່ນອກຝັ່ງ​ທະ​ເລ​ມີ​ບົດ​ບາດ​ສຳ​ຄັນ​ໃນ​ໂຄງ​ປະ​ກອບ​ແຫຼ່ງໄຟ​ຟ້າ​ໃນ​ອະ​ນາ​ຄົດ​ຂອງ ຫວຽດ​ນາ​ມ​.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.