ສື່ມວນ​ຊົນ ເອ​ຢິບ ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ແຫ່ງ​ການພັດ​ທະ​ນາ​ຂອງ ຫວຽດ​ນາມ

16:17 | 10/09/2021

ຍ​ສ​ໝ - ການ​ພົວ​ພັນອັນ​ສະ​ໜິດ​ແໜ້ນ​ລະ​ຫວ່າງ​ສອງ​ປະ​ເທດ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ໃນ​ຊຸມ​ປີ​ມໍ່ໆ​ມານີ້...

ຫວຽດ​ນາມ ແລະ ເອ​ຢິບ ສູ້​ຊົນ​ນຳ​ວົງ​ເງິນ​ສອງ​ສົ້ນ​ບັນ​ລຸ 1 ຕື້ USD ຫວຽດ​ນາມ ແລະ ເອ​ຢິບ ສູ້​ຊົນ​ນຳ​ວົງ​ເງິນ​ສອງ​ສົ້ນ​ບັນ​ລຸ 1 ຕື້ USD
ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກ່ຽວ​ກັບ​ທ່າ​ກ່ຳ​ປັ່ນ ແລະ ການ​ຄ້າ ລະ​ຫວ່າງ ຫວຽດ​ນາມ - ເອ​ຢິບ
ສື່ມວນ​ຊົນ ເອ​ຢິບ ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ງານ​ແຫ່ງ​ການພັດ​ທະ​ນາ​ຂອງ ຫວຽດ​ນາມ
ພາ​ບ​ປະ​ກອບ: VOV

ໃນ​ຊຸມ​ວັນ​ຜ່ານ​ມາ, ສື່ມ​ວນ​ຊົນ ເອ​ຢິບ ໄດ້​ລົງ​ບົດ, ຂ່າວຢ່າງ​ຫຼວງຫຼາຍ​​ເພື່ອຍ້ອງ​ຍໍ​ຊົມ​ເຊີຍບັນ​ດາ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ, ການ​ພົວ​ພັນ​ຕ່າງ​ປະ​ເທດ ຂອງ ຫວຽດ​ນາມ ແລະ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ເອ​ຢິບ ເນື່ອງ​ໃນ​​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ສ​ສ.ຫວຽດ​ນາມ (2 ກັນ​ຍາ 1945 – 2 ກັນ​ຍາ 2021) ແລະ 58 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ສອງ​ຝ່າຍ (1 ກັນ​ຍາ 1963 – 1 ກັ​ນ​ຍາ 2021).

​ສື່​ເອ​ເລັກ​ໂຕ​ນິກ Gomhuriaonline ​ ໃນ​ວັນ​ທີ 4 ກັນ​ຍາ ໄດ້​ລົງ​ບົດ​ຂຽນຂອງ​ນັກ​ຂ່າວ Hoda Saeed ດ້ວຍ​ຫົວ​ຂໍ້ “ພິ​ທີ​ສະ​ເຫຼີມ​ສະຫຼອງ ວັນ​ຊາດ ປະ​ເທດ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ ຢູ່ ກາຍ​ໂຣ ຢ່າງ​ສົມ​ກຽດ”. ບັນ​ດາອົງ​ການ​ສື່ມວນ​ຊົນ​ໃຫ​ຍ່​​ອື່ນໆ ຢູ່ ເອ​ຢິບ ​ຄື Almasryalyoum ແລະ Eventsmagazinenews ກໍ່​ໄດ້​ລົງ​ບົດກ​ານ​ເມືອງທີ່​ມີ​ເນື້ອ​ໃນ​ຢ​່າງ​ຕັ້ງ​ໜ້າ​ຄື “ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ຍ້ອງ​ຍໍ​ຊົມ​ເຊີຍ ການ​ພົວ​ພັນ​ກັບ ເອ​ຢິບ” ແລະ “ຫວຽດ​ນາມ ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ມີ​ເອ​ຢິບ ​ແມ່ນ​ເພື່ອນ​ມິດ​ທີ່​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈໃນ​ໄລ​ຍະກ​ວ່າ 58 ປີ​ຜ່ານ​ມາ”.

ບັນ​ດາ​ບົດ​ຂຽນ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ປະ​ຊາ​ຊົນ ຫວຽດ​ນາມ ໃນ​ໄລ​ຍະ 76 ປີ​ຜ່ານ​ມາ, ຊຶ່ງ​ໄດ້​ນຳ​ປະ​ເທດ​ບືນ​ຕົວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຈາກ​ປະ​ເທດ​ທີ່​ຖືກ​ປິດ​ລ້ອມ​ກ່ຽວ​ກັບ​ການ​ເມືອງ, ຖືກ​ຂວ້ຳ​ບາດ​ດ້ານ​ເສດ​ຖະ​ກິດ ​ກາຍ​ເປັນ​ປະ​ເທດ​ທີ່​ໝັ້ນ​ຄົງ​ເຂັ້ມ​ແຂງ, ມີ​ບົດ​ບາ​ດ​ທີ່​ຕັ້ງ​ທີ່​ນັບ​ມື້​ນັບ​ສູງ​ຂຶ້ນ​ຢູ່​ພາກ​ພື້ນ ແລະ ບົນ​ເວ​ທີ​ສາ​ກົນ. ພິ​ເສດ, ໃນ​ປີ 2020, ເຖິງວ່າ​ຖືກ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແຕ່ອັດ​ຕາ​ການ​ເຕີບ​ໂຕ​ເສດ​ຖະ​ກິດຂອງ ຫວຽດ​ນາມ ຍັງ​ບັນ​ລຸ 2,91% ແລະ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດທີ່​ຢັ້ງ​ຢືນການ​ເຕີບ​ໂຕ​ເສດ​ຖະ​ກິດ​ຢູ່​ລະ​ດັບ​ສູງ​ໃນ​ໂລກ.

ເມື່ອ​ເຕື້ອງ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ ເອ​ຢິບ - ຫວຽດ​ນາມ, ບັນ​ດາ​ບົດ​ຂຽນ ໄດ້​ຄັດ​ສະ​ເໜີ​ເນື້ອ​ໃນ​​ບົດ​ກ່າວ​ປາ​ໄສ​ ຂອງ​ ທ່ານ ເຈິ່ນ​ແທັງ​ກົງ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ເອ​ຢິບ ເຊິ່ງ​ຢັ້ງ​ຢືນ​ວ່າ ການ​ພົວ​ພັນ​ທີ່​ສະ​ໜິດ​ແໜ້ນ ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ໃນ​ຊຸມ​ປີ​ມໍ່ໆ​ມານີ້ ໂດຍ​ໄດ້​ສະ​ແດງ​ໃຫ້​ເຫັນ​ຜ່ານ​ການ​ຢ້ຽມ​ຢາມ​ຂັ້ນ​ສູງລະ​ຫວ່າງສອງ​ຝ່າຍ ຂອງ​ການ​ນຳ​ສອງ​ປະ​ເທດ ໃນ​ປີ 2017 ແລະ 2018. ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ສອງ​ປະ​ເທດຈະ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ແລກ​ປ່ຽນ​ການ​ຄ້າ​ຂຶ້ນ​ເຖິງ 1 ຕື້ USD ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.