ຫວຽດ​ນາມ​ຍັງ​ແມ່ນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ

09:00 | 12/09/2021

ຍ​ສ​ໝ - ເຖິງວ່າ​ລະ​ບົບ​ສະ​ໜອງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຕ້ອງ​ປະ​ຕິ​ບັດ​ການ​ລ໋ອກ​ດາວ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບ​າດ​ໂຄວິດ - 19 ກໍ່ຕາມ, ແຕ່ ຫວຽດ​ນາມ ຍັງ​ແມ່​ນ​ໜຶ່ງ​ໃນ​ບັນ​ດາ​ຕ່ອງ​ໂສ້​ທີ່ສຳ​ຄັນ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ…

ສະ​​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ​້ຫວັນ​ ສະ​ໜັບ​ສະ​ໜູນວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ແຂວງ​ເລິມ​ດົ່ງ ສະ​​ຫະ​ພັນ​ນັກ​ທຸ​ລະ​ກິດ ໄຕ​້ຫວັນ​ ສະ​ໜັບ​ສະ​ໜູນວັດ​ຖຸ​ອຸ​ປະ​ກອນ​ການ​ແພດ​ໃຫ້ແຂວງ​ເລິມ​ດົ່ງ
ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສືບ​ຕໍ່​ຮ່ວມ​ແຮ​ງ​ຮ່ວມ​ໃຈ​ຮັບ​ມ​ື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ທົ່ວ​ໂລກ
ຫວຽດ​ນາມ​ຍັງ​ແມ່ນ​ຕ່ອງ​ໂສ້​ສຳ​ຄັນ​ໃນ​ລະ​ບົບ​ສະ​ໜອງ​ທົ່ວ​ໂລກ
ພາບ​ປະ​ກອບ: vietnam+

​ທ່ານ Adam Sitkoff ຜູ​້​ອຳ​ນວຍ​ການ​ຝ່າຍ​ບໍ​ລິ​ຫານ​ຫ້ອງ​ການ​ການ​ຄ້າ​ອາ​ເມ​ລິ​ກາ ປະ​ຈຳ ຮ່າ​ໂນ້ຍ ໄດ້​ໃຫ້​ຂໍ້​ສັງ​ເກດ​ຄືນ​ແນວ​ນັ້ນ​ກ່ຽວ​ກັ​ທີ່​ຕັ້ງ​ໃນ​ລະ​ບົບ​ສະ​ໜອງ​ສາ​ກົນ​ຂອງ ຫວຽດ​ນາມ.

ທ່ານ Adam Sitkoff ​ຍອມ​ຮັບ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ພວມ​ກີດ​ຂວາງ​ຫວຽດ​ນາມ ໃນການເພີ່ມ​ທະ​ວີ​ບົດ​ບາດ​ໃນ​ລະ​ບົບ​ສະ​ໜອງ, ແຕ່​ຫວຽດ​ນາມ ຍັງ​ພວມດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ, ຍົກ​ສູງ​ເລື່ອງ​ຫວຽດ​ນາມ ບັນ​ລຸ​ການ​ເຕີບ​ໂຕ​ຢູ່​ລະ​ດັບ​ສູງ​ທີ່​ສຸດ​ຢູ່ ອາ​ຊີ ໃນ​ປີ 2020, ດ້ວຍ​ລະ​ດັບເຕີບໂຕ​ແມ່ນ 2,9%.

ບັນ​ດ​ານັກ​ໄຈ້​ແຍກ​ຢູ່ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ Banking Group Ltd ກໍ່​ໃຫ້​ຂໍ້​ສັງ​ເກດ​ທີ່​ຄ້າຍ​ຄື​ກັນກັບ ທ່ານ Adam Sitkoff ໃນ​ບົດ​ລາຍ​ງານ​ທີ່​ໄດ້​ຮັບ​ການ​ປະ​ກາດ​ໃນ​ວັນ​ທີ 7 ກັນ​ຍາ, ໃນ​ນັ້​ນ​ໄດ້ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ແງ່​ຫວັງ​ໃນ​ໄລ​ຍະ​ຍາວ​ຂອງ ຫວຽດ​ນາມ.

ທ່ານ​ ສ.ຈ, ປ.ອ Andreas Stoffers, ຜູ້​ອຳ​ຍວຍ​ການ​ແຫ່ງ​ຊາດ​ຂອງ ສະ​ຖາ​ບັນ Friedrich Naumann Foundation (FNF) ປະ​ຈຳ ຫວຽດ​ນາມ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ມີ​ການ​ແຜ່​ລະ​ບາດຢ່າງ​ໄວວາ​ແມ່ນ​ສິ່ງ​ທ້າຍ​ທາຍ​ເຊິ່ງ ຫວຽດ​ນາມ ພວມ​ຕ້ອງ​ປະ​ເຊີນ​ໜ້າ, ແຕ່​ທ່ານກໍ່​ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ສາມາດຜ່ານ​ຜ່າ​ວິ​ກິດ​ການໄດ້ຄືດັ່ງທີ່​ຜ່ານ​ມາ​ໃນ​ປີ 2020.

​ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.