"ຖົງສະຫວັດດີການລ້ານຖົງ" ເພື່ອສະໜັບສະໜູນປະຊາຊົນຈົນກວ່າເມື່ອ ຫວຽດນາມຈະບໍ່ມີການລະບາດຂອງພະຍາດ

20:00 | 31/08/2021

ຍສໝ - ໂດຍປະຕິບັດຕາມການຊີ້ນຳຂອງນາຍົກລັດຖະມົນຕີ, ຄະນະບໍລິຫານງານສູນກາງສະຫະພັນຊາວ ໜຸ່ມກອມມູນິດໂຮ່ຈີມິນ ໄດ້ປະຕິບັດໂຄງການ “ຖົງສະຫວັດດີການລ້ານອັນ” ເພື່ອປະຕິບັດການໜູນຊ່ວຍຄົນທຸກຍາກ ແລະ ກຸ່ມຄົນທີ່ບໍ່ມີທ່າແຮງໃນການຜ່ານຜ່າໂລກລະບາດ.

ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ປຶກສາຫາລືຮ່ວມກັນ ກະຊວງແຮງງານ ແລະສະຫວັດດີການສັງຄົມ ສປປ ລາວ ແລະກະຊວງແຮງງານ-ເສຍອົງຄະ ແລະສັງຄົມ ສສ ຫວຽດນາມ ປຶກສາຫາລືຮ່ວມກັນ
ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງລາວ - ອີຕາລີ ເພີ່ມທະວີສາຍພົວພັນມິດຕະພາບລະຫວ່າງລາວ - ອີຕາລີ

ເປົ້າໝາຍທີ່ໄດ້ຮັບຜົນປະໂຫຍດຂອງໂຄງການດັ່ງກ່າວ ລວມມີປະຊາຊົນ ແລະ ຊາວໜຸ່ມເຍົາວະຊົນທີ່ມີສະພາບການຫຍຸ້ງຍາກ, ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ -19, ໂດຍສະເພາະ ຢູ່ໃນທ້ອງຖິ່ນທີ່ກໍາລັງຈັດຕັ້ງປະຕິບັດການແຍກຫ່າງສັງຄົມຕາມຄໍາສັ່ງເລກທີ 16.

ອີງຕາມເງື່ອນໄຂໃນແຕ່ລະທ້ອງຖິ່ນ, ອົງການຄັດຕັ້ງຄະນະ ແລະ ສະມາຄົມທຸກຂັ້ນໄດ້ສ້າງແຜນການສະໜັບສະໜູນຢ່າງຕັ້ງໜ້າ ຕາມກຸ່ມເປົ້າໝາຍ: ຄົນທຸກຍາກຢູ່ໃນຕົວເມືອງ, ແຮງງານອິດສະຫຼະ ທີ່ບໍ່ມີວຽກເຮັດງານທຳ ແລະ ຄົນເຈັບທີ່ເປັນພະຍາດຮ້າຍແຮງ; ແຮງງານໜຸ່ມ ບໍ່ມີວຽກເຮັດງານທຳ; ຄົນຕ່າງແຂວງທີ່ປະສົບກັບຄວາມຫຍຸ້ງຍາກ; ນັກຮຽນ, ເຍົາງະຊົນ ແລະ ອານຸຊົນທີ່ປະສົບກັບຄວາມຫຍຸ້ງຍາກ.

"ຖົງສະຫວັດດີການລ້ານຖົງ" ເພື່ອສະໜັບສະໜູນປະຊາຊົນຈົນກວ່າເມື່ອ ຫວຽດນາມຈະບໍ່ມີການລະບາດຂອງພະຍາດ.

ພ້ອມກັນນັ້ນ, ສຸມໃສ່ຮ່ວມເດີນທາງກັບໄວໜຸ່ມພິການ ແລະ ຕິດພະຍາດຮ້າຍແຮງ; ຄອບຄົວທີ່ທຸກຍາກ; ບໍ່ມີວຽກເຮັດງານທຳ; ຊາວຊົນເຜົ່າສ່ວນໜ້ອຍ, ສະມາຊິກຄອບຄົວຂອງ F0 ແລະ F1 ທີ່ມີສະພາບຫຍຸ້ງຍາກ; ພະນັກງານຄະນະ, ສະມາຄົມ, ລູກຫຼານ, ຄອບຄົວພະນັກງານນັກຮົບ, ທ່ານໝໍ, ພະຍາບານທີ່ມີສະພາບຫຍຸ້ງຍາກ.

ໃນເບື້ອງຕົ້ນ, ແຜນງານຈະສຸມໃສ່ຈັດຕັ້ງປະຕິບັດຢູ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງບິ່ງເຢືອງ, ລອງອານ, ດົງນາຍ ແລະ ບາງທ້ອງຖິ່ນທີ່ໄດ້ຮັບຜົນກະທົບຮ້າຍແຮງຈາກການລະບາດຂອງພະຍາດໂຄວິດ -19.

"ຖົງສະຫວັດດີການລ້ານອັນ" ອາດຈະໝາຍເຖິງ "ຖົງຂອງຂວັນສະຫວັດດີການ" ທີ່ມີອາຫານພຽງພໍໃຫ້ກັບຄົນຜູ້ໜຶ່ງທີ່ຈະໃຊ້ໃນອາທິດໜຶ່ງ, ເຊິ່ງມີມູນຄ່າທັງໝົດ 250,000 ດົ່ງ ຂຶ້ນໄປ; ຫຼື “ຖົງຢາສະຫວັດດີການ” ມີຢາສໍາລັບການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ໂດຍພື້ນຖານ, ລວມມູນຄ່າທັງໝົດ 150.000 ດົ່ງ ຂຶ້ນໄປ.

ໂຄງການດັ່ງກ່າວ ຈະດໍາເນີນໄປຕັ້ງແຕ່ນີ້ ຈົນກວ່າເມື່ອ ຫວຽດນາມຈະບໍ່ມີການລະບາດຂອງພະຍາດ, ພະຍາຍາມ ມອບ "ຖົງສະຫວັດດີການ” 1 ລ້ານຖົງໃຫ້ກັບເປົ້າໝາຍທີ່ໄດ້ກ່າວມາ. ອົງການຈັດຕັ້ງຄະນະທຸກຂັ້ນ ຈະປະສານສົມທົບກັບອໍານາດການປົກຄອງທ້ອງຖິ່ນ ແລະ ແນວໂຮມແຫ່ງຊາດ ເພື່ອມອບ “ຖົງຂອງຂວັນສະຫວັດດີການ” ແລະ“ ຖົງຢາສະຫວັດດີການ” ທີ່ຮັບປະກັນຖືກເປົ້າໝາຍ, ໂດຍບໍ່ມີການທັບຊ້ອນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.