ເປັນຄັ້ງທຳອິດ, ຫວຽດນາມນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ

06:00 | 19/07/2021

ຍສໝ - ຕາມບົດລາຍງານການລົງທືນປີ 2021 ຂອງກອງປະຊຸມການຄ້າ ແລະການພັດທະນາ ສະຫະປະຊາຊາດ (UNCTAD), ດ້ວຍມູນຄ່າ 16 ຕື້ ໂດລາສະຫະລັດ ໃນປີ 2020, ຫວຽດນາມ ນອນໃນ top 20 ປະເທດນຳໜ້າໃນການດຶງດູດ FDI ຫຼາຍທີ່ສຸດໃນໂລກ.

ວິສາຫະກິດ FDI ທຳອິດທີ່ໜູນຊ່ວຍວຽກງານປ້ອງກັນ, ຕ້້ານໂລກລະບາດໂຄວິດ-19 ວິສາຫະກິດ FDI ທຳອິດທີ່ໜູນຊ່ວຍວຽກງານປ້ອງກັນ, ຕ້້ານໂລກລະບາດໂຄວິດ-19
ປະກາດ Top 500 ວິສາຫະກິດທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021 ປະກາດ Top 500 ວິສາຫະກິດທີ່ມີການເຕີບໂຕໄວທີ່ສຸດ ຫວຽດນາມ ໃນປີ 2021
ພາບປະກອບ
ພາບປະກອບ

ໃນປີ 2020, ນຳໜ້າໃນການດຶງດູດການລົງທຶນຕ່າງປະເທດ (FDI) ແມ່ນສະຫະລັດອາ​ເມ​ລິ​ກາ ດ້ວຍມູນຄ່າ 156 ຕື້ ໂດລາສະຫະລັດ, ຈີນເປັນອັນດັບ 2 ດ້ວຍມູນຄ່າ 149 ຕື້ ໂດລາສະຫະລັດ, ຮົ່ງກົງ (ຈີນ) 149 ຕື້ ໂດລາສະຫະລັດ, ສິງກະໂປ 94 ຕື້ ໂດລາສະຫະລັດ, ອິນເດຍ 64 ຕື້ ໂດລາສະຫະລັດ… ຫວຽດນາມ ຢູ່ໃນອັນດັບທີ 19 ດ້ວຍມູນຄ່າ 16 ຕື້ ໂດລາສະຫະລັດ, ຂຶ້ນ 5 ຂັ້ນເມື່ອທຽບໃສ່ປີ 2019…

ອີງຕາມບົດລາຍງານສະບັບນີ້, ຄາດວ່າ ກະແສທຶນລົງທືນໂດຍກົງຈາກຕ່າງປະເທດທົ່ວໂລກຈະຫລຸດລົງ​ຕ່ຳ​ສຸດໃນປີ 2021, ແລະບາງສ່ວນຈະຟື້ນຕົວດ້ວຍລະ​ດັບການເພີ່ມຂື້ນປະມານ 10-15%. ກະແສທຶນລົງທືນ FDI ທົ່ວໂລກໃນປີ 2020 ໄດ້ຫຼຸດລົງ 35% ຍັງ​ເຫຼ​ືອ 1.000 ຕື້ ໂດລາສະຫະລັດ ຈາກ 1.500 ຕື້ ໂດລາສະຫະລັດ ໃນປີ 2019. ຫວຽດນາມ ກໍ່ໄດ້ຮັບ​ການຕີລາຄາວ່າ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການແກ່ງ​ແຍ້ງ​ເອົ​າແຫຼ່ງທຶນ FDI ໃນທ່າອ່ຽງຫັນ​ປ່ຽນການຜະລິດທົ່ວໂລກໃນປະຈຸບັນກັບບັນດາຄູ່ແຂ່ງຂັນທີ່ສໍາຄັນອື່ນໆເຊັ່ນຈີນ.

ໄຊພອນ

ເຫດການ
302 Found

Found

The document has moved here.