ນະຄອນໂຮ່ຈີມິນ: ນຳວິສາຫະກິດ 5-10% ກັບມາດໍາເນີນການເຄື່ອນໄຫວໃນສະພາບທີ່ປອດໄພ

13:02 | 18/08/2021

ຍສໝ - ຄະນະກຳມະການປະຊາຊົນນະຄອນຮຽກຮ້ອງໃຫ້ມີການຮັກສາຄວາ​ມ​ເປັນ​ປົກ​ກະ​ຕິ​ໃນການຜະລິດທີ່ປອດໄພຕາມບັນດາແຜນງານທີ່ເໝາະສົມ, ບໍ່​ປະໃຫ້ລະບົບຕ່ອງໂສ້ການສະໜອງ, ການຜະລິດສະບຽງອາຫານ, ອຸປະກອນການແພດຖືກຂາດຕອນ.

ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro ຖະຫວາຍດອກໄມ້ເນື່ອງໃນໂອກາດວັນຄ້າຍວັນເກີດຄົບຮອບ 95 ປີຂອງຜູ້ນຳ ກູບາ Fidel Castro
ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19 ສະວິດເຊີແລນ ໄດ້ສະໜອງອຸປະກອນການແພດ ເພື່ອຊ່ວຍຫວຽດນາມ ໃນການຕ້ານພະຍາດໂຄວິດ-19
ພາບປະກອບ
ພາບປະກອບ

ອີງຕາມແຜນການເລກທີ 2715 ກ່ຽວກັບການຈັດຕັ້ງປະຕິບັດມາດຕະການອັນຮີບດ່ວນເພື່ອປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ COVID-19 ຕາມມະຕິເລກທີ 86 ຂອງລັດຖະບານ, ເຊິ່ງຫາກໍ່ໄດ້ເຊັນ ແລະປະກາດໃຊ້ໂດຍ ທ່ານປະທານຄະນະກໍາມະການປະຊາຊົນນະຄອນໂຮ່ຈີມິນ ຫງວຽນແທ່ງຟອງ; ຄະນະກຳ ມະການປະຊາຊົນນະຄອນຮຽກຮ້ອງໃຫ້ມີການຮັກສາຄວາ​ມ​ເປັນ​ປົກ​ກະ​ຕິ​ໃນການຜະລິດທີ່ປອດໄພຕາມບັນດາແຜນງານທີ່ເໝາະສົມ, ບໍ່​ປະໃຫ້ລະບົບຕ່ອງໂສ້ການສະໜອງ, ການຜະລິດສະບຽງອາຫານ, ອຸປະກອນການແພດຖືກຂາດຕອນ.

"ເພີ່ມອັດຕາ​ສ່ວນປະມານ 5% ເປັນ 10% ຂອງວິສາຫະກິດເພື່ອຈັດຕັ້ງການຜະລິດຄືນໃໝ່ໃນ​ເງື່ອນ​ໄຂທີ່ປອດໄພໃນ​ການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ", ຕາ​ມແຜນການ​ລະ​ບຸ, ພ້ອມກັນນັ້ນ, ​ກໍ່ສຸມໃສ່ການກະກຽມແຫຼ່ງສິນຄ້າທີ່ຈໍາເປັນເພື່ອຮັບໃຊ້ຄວາມຕ້ອງການຂອງປະຊາຊົນນັບແຕ່ນີ້ຈົນຮອດທ້າຍເດືອນກັນຍາ, ຮັບປະກັນລະບົບຕ່ອງໂສ້ການສະໜອງ, ການໄຫຼວຽນຂອງສິນຄ້າອາຫານໃຫ້ແກ່ປະຊາຊົນຫຼາຍກວ່າ 10 ລ້ານຄົນດ້ວຍຄຸນະພາບ ແລະລາຄາທີ່ເໝາະສົມ.

ໂລກລະບາດໂຄວິດ-19 ແກ່ຍາວເປັນເວລາ 1 ກວ່າປີຜ່ານມາ ໄດ້ສົ່ງຜົນສະທ້ອນເຖິງທຸກຂະແໜງການ ແລະ ຊີວິດການເປັນຢູ່ໃນລະດັບທີ່ແຕກຕ່າງກັນ. ແຕ່ຄວາມເສຍຫາຍຢ່າງໜັກໜ່ວງທີ່ສຸດ, ສັງເກດຈາກແງ່ມູມເສດຖະກິດແມ່ນວິສາຫະກິດ. ເພື່ອຊ່ວຍໃຫ້ວິສາຫະກິດຫຼຸດຜ່ອນຄວາມຫຍຸ້ງຍາກ, ໃນຄວາມສາມາດຂອງຕົນ, ລັດຖະບານ, ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ສ້າງເງື່ອນໄຂເປັນຢ່າງດີທີ່ສຸດເພື່ອໜູນຊ່ວຍບັນດາວິສາຫະກິດກ່ຽວກັບກົນໄກເພື່ອຮັກສາ, ຟື້ນຟູ ແລະ ພັດທະນາການຜະລິດ.

ໄລ່ຮອດເດືອນ ກໍລະກົດ 2021, ຫວຽດນາມ ມີວິສາຫະກິດປະມານ 840.000 ແຫ່ງພວມເຄື່ອນໄຫວ. ໂລກລະບາດໂຄວິດ-19 ແຜ່ລະບາດຮອບທີ 4 ດ້ວຍສາຍພັນໃໝ່ Delta, ພິເສດແມ່ນເລີ່ມແຕ່ເດືອນ ກໍລະກົດ 2021, ໄດ້ເຮັດໃຫ້ປະຊາຄົມວິສາຫະກິດປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ໃນຈຳນວນ 8 ກຸ່ມທີ່ປະສົບກັບຄວາມຫຍຸ້ງຍາກເຊິ່ງວິສາຫະກິດພວມປະເຊີນໜ້ານັ້ນ, ສິ່ງທີ່ໜ້າສົນໃຈແມ່ນຍອດຄວາມຕ້ອງການຖືກຫຼຸດລົງເຮັດໃຫ້ໃບສັ່ງຊື້, ສັນຍາລ້ວນແຕ່ຫຼຸດລົງ; ລາຍຮັບຫຼຸດລົງຢ່າງແຮງໃນວົງກວ້າງ; ລະບົບການຜະລິດ, ການໃຊ້ສອຍ, ການສົ່ງອອກກໍ່ຖືກຕັດຕອນ; ການຈໍລະຈອນສິນຄ້າປະສົບກັບຄວາມຫຍຸ້ງຍາກ ຍ້ອນແຕ່ລະທ້ອງຖິ່ນມີນະໂຍບາຍປ້ອງກັນ, ຕ້ານໂລກລະບາດທີ່ແຕກຕ່າງກັນ; ຄວາມສ່ຽງຂາດແຄນແຮງງານເມື່ອປະຕິບັດການແຍກຫ່າງສັງຄົມແກ່ຍາວ.

ໄຊພອນ

ເຫດການ
302 Found

Found

The document has moved here.